40 ຍອຍນັ້ນຈະເຕືອນພວກເຈົ້າໃຫ້ຮັກສາຂໍ້ຄຳສັ່ງທັງໝົດຂອງເຮົາ ແລະພວກເຈົ້າກໍຈະເປັນຄົນບໍຣິສຸດແກ່ພຣະເຈົ້າຂອງພວກເຈົ້າ.
ຄືເປັນຂອງຜູ້ທີ່ສັດຊື່ຕໍ່ພັນທະສັນຍາຂອງພຣະອົງ ແລະຂອງຜູ້ທີ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ.
ໃຫ້ບອກຊຸມຊົນອິດສະຣາເອນວ່າ, “ຈົ່ງບໍຣິສຸດ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນບໍຣິສຸດ.
ຈົ່ງເຊື່ອຟັງແລະປະຕິບັດຕາມຂໍ້ຄຳສັ່ງຂອງເຮົາ ຝ່າຍເຮົາແມ່ນພຣະເຈົ້າຢາເວ.
ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ເຮົາໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ ເພື່ອເປັນພຣະເຈົ້າຂອງພວກເຈົ້າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ໂດຍເຫັນແກ່ພຣະເມດຕາກະລຸນາຂອງພຣະເຈົ້າ ເຮົາຈຶ່ງຮຽກຮ້ອງພວກເຈົ້າໃຫ້ຖວາຍຕົວແກ່ພຣະເຈົ້າ ເປັນເຄື່ອງບູຊາອັນມີຊີວິດ ເປັນອັນບໍຣິສຸດ ແລະເປັນທີ່ພໍພຣະໄທພຣະເຈົ້າ ຊຶ່ງເປັນການນະມັດສະການໃຫ້ສົມກັບຝ່າຍວິນຍານຂອງເຈົ້າທັງຫລາຍ.
ໃນພຣະຄຣິດນັ້ນ ພຣະອົງໄດ້ຊົງເລືອກພວກເຮົາໄວ້ ຕັ້ງແຕ່ກ່ອນທີ່ຈະຊົງວາງຮາກສ້າງໂລກ ເພື່ອເຮົາທັງຫລາຍຈະບໍຣິສຸດໂດຍບໍ່ມີຂໍ້ຕິຕຽນໄດ້ຕໍ່ພຣະພັກພຣະອົງ.
ເຖິງໄພ່ພົນຂອງພຣະເຈົ້າໃນເມືອງໂກໂລຊາຍ ຜູ້ເຫຼື້ອມໃສສັດທາໃນພຣະຄຣິດ. ຂໍໃຫ້ພຣະຄຸນແລະສັນຕິສຸກ ຊຶ່ງມາຈາກພຣະເຈົ້າ ພຣະບິດາເຈົ້າຂອງເຮົາທັງຫລາຍ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີ້ນ.
ເພາະວ່າ ພຣະເຈົ້າບໍ່ໄດ້ເອີ້ນເອົາພວກເຮົາໃຫ້ໃຊ້ຊີວິດໃນທາງຜິດສິນທຳ ແຕ່ໃຫ້ໃຊ້ຊີວິດໃນທາງບໍຣິສຸດ.