ຈົດບັນຊີ 15:39 - ພຣະຄຳພີສັກສິ39 ຍອຍນັ້ນຈະເປັນສິ່ງເຕືອນໃຈ ແລະທຸກໆເທື່ອທີ່ພວກເຈົ້າເຫັນຍອຍນັ້ນ ມັນຈະຊ່ວຍໃຫ້ພວກເຈົ້າຄິດເຖິງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ແລະປະຕິບັດຕາມ ແລ້ວພວກເຈົ້າກໍຈະບໍ່ລືມໄລເຮົາໄປເຮັດຕາມໃຈມັກ. Uka jalj uñjjattʼäta |
ບ່ອນທີ່ພວກເຂົາຈະໃຊ້ຊີວິດຢູ່ເປັນຊະເລີຍໃນຕ່າງຖິ່ນ. ໃນທີ່ນັ້ນ ພວກເຂົາຈະລະນຶກເຖິງເຮົາ ແລະຮູ້ວ່າເຮົາລົງໂທດພວກເຂົາໃຫ້ໄດ້ຮັບການອັບອາຍຂາຍໜ້າ ກໍເພາະຈິດໃຈທີ່ຂາດຄວາມເຊື່ອຈຶ່ງພາໃຫ້ຫ່າງເຫີນຈາກເຮົາໄປ ແລະພວກເຂົາຮັກຮູບເຄົາຣົບຫລາຍກວ່າຮັກເຮົາ. ພວກເຂົາຈະກຽດຊັງຕົນເອງ ເພາະຄວາມຊົ່ວຊ້າ ແລະສິ່ງເສື່ອມເສຍທັງຫລາຍທີ່ພວກເຂົາໄດ້ເຮັດ.