36 ສະນັ້ນ ຊຸມຊົນທັງໝົດຈຶ່ງໄດ້ນຳລາວອອກໄປນອກຄ້າຍ ແລະແກວ່ງກ້ອນຫີນໃສ່ໃຫ້ຕາຍ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນ.
ນັກເລງສອງຄົນໄດ້ມາຟ້ອງທ່າມກາງປະຊາຊົນວ່າ, “ນາໂບດໄດ້ປ້ອຍດ່າພຣະເຈົ້າແລະກະສັດ.” ດັ່ງນັ້ນ ພວກເຂົາຈຶ່ງນຳລາວອອກໄປນອກເມືອງ ແລະແກວ່ງກ້ອນຫີນໃສ່ລາວໃຫ້ຕາຍ.
ໃຫ້ບອກປະຊາຊົນອິດສະຣາເອນວ່າ, “ໃນພວກເຈົ້າຫລືໃນຄົນຕ່າງດ້າວທີ່ອາໄສຢູ່ນຳພວກເຈົ້າ ຖ້າຜູ້ໃດໃຫ້ລູກຊາຍຍິງຂອງຕົນ ໄປເປັນເຄື່ອງມືຮັບໃຊ້ພະໂມເລັກ; ຜູ້ນັ້ນຈະຕ້ອງຖືກຊຸມຊົນແກວ່ງກ້ອນຫີນໃສ່ໃຫ້ຕາຍ.
ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ໃຫ້ປະຫານຊີວິດຊາຍຄົນນີ້ເສຍ ໂດຍໃຫ້ຊຸມຊົນທັງໝົດແກວ່ງກ້ອນຫີນໃສ່ລາວໃຫ້ຕາຍຢູ່ນອກຄ້າຍພັກ.”
ແລ້ວພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ,
ແລ້ວຊາວເມືອງກໍຈະເອົາກ້ອນຫີນແກວ່ງໃສ່ລາວໃຫ້ເຖິງຕາຍ. ດັ່ງນັ້ນ ພວກເຈົ້າຈຶ່ງຈະກຳຈັດຄວາມຊົ່ວຊ້າເຊັ່ນນີ້ໃຫ້ໝົດໄປໄດ້. ທຸກຄົນໃນຊາດອິດສະຣາເອນຈະໄດ້ຍິນສິ່ງທີ່ເກີດຂຶ້ນ ແລະພວກເຂົາຈະຢ້ານກົວ.”
ໂຢຊວຍໄດ້ກ່າວວ່າ, “ເປັນຫຍັງເຈົ້າຈຶ່ງໄດ້ເຮັດໃຫ້ພວກເຮົາເດືອດຮ້ອນຢ່າງນີ້? ບັດນີ້ພຣະເຈົ້າຢາເວຈະເຮັດໃຫ້ເຈົ້າເດືອດຮ້ອນ.” ພໍກ່າວສຸດແລ້ວ ທຸກຄົນກໍແກວ່ງກ້ອນຫີນໃສ່ອາການຈົນຕາຍ; ພວກເຂົາຍັງໄດ້ແກວ່ງກ້ອນຫີນໃສ່ຄົນໃນຄອບຄົວຂອງລາວ ແລະຈູດພວກເຂົາຕະຫລອດທັງທຸກສິ່ງທີ່ພວກເຂົາມີ.