Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 15:35 - ພຣະຄຳພີສັກສິ

35 ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ໃຫ້​ປະຫານ​ຊີວິດ​ຊາຍ​ຄົນນີ້ເສຍ ໂດຍ​ໃຫ້​ຊຸມຊົນ​ທັງໝົດ​ແກວ່ງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ​ຢູ່​ນອກ​ຄ້າຍພັກ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 15:35
11 Jak'a apnaqawi uñst'ayäwi  

ນັກເລງ​ສອງ​ຄົນ​ໄດ້​ມາ​ຟ້ອງ​ທ່າມກາງ​ປະຊາຊົນ​ວ່າ, “ນາໂບດ​ໄດ້​ປ້ອຍດ່າ​ພຣະເຈົ້າ​ແລະ​ກະສັດ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ນຳ​ລາວ​ອອກ​ໄປ​ນອກເມືອງ ແລະ​ແກວ່ງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ.


ໃຫ້​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, “ໃນ​ພວກເຈົ້າ​ຫລື​ໃນ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຈົ້າ ຖ້າ​ຜູ້ໃດ​ໃຫ້​ລູກ​ຊາຍ​ຍິງ​ຂອງຕົນ ໄປ​ເປັນ​ເຄື່ອງ​ມື​ຮັບໃຊ້​ພະ​ໂມເລັກ; ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ຊຸມຊົນ​ແກວ່ງ​ກ້ອນຫີນ​ໃສ່​ໃຫ້​ຕາຍ.


“ຊາຍ​ຫລື​ຍິງ​ຄົນ​ໃດ​ທີ່​ປຸກ​ວິນຍານ​ຂອງ​ຄົນ​ຕາຍ​ຂຶ້ນ​ມາ​ປຶກສາ ກໍ​ຈະ​ຖືກ​ແກວ່ງ​ດ້ວຍ​ກ້ອນຫີນ​ໃຫ້​ເຖິງ​ຕາຍ; ຄົນ​ໃດ​ທີ່​ເຮັດ​ສິ່ງ​ນັ້ນ ແມ່ນ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ຕົນເອງ.”


ເມື່ອ​ໂມເຊ​ໄດ້​ກ່າວ​ເຊັ່ນນີ້​ຕໍ່​ປະຊາຊົນ​ອິດສະຣາເອນ​ແລ້ວ ພວກເຂົາ​ໄດ້​ນຳ​ຊາຍ​ຄົນ​ນັ້ນ​ອອກ​ໄປ​ນອກ​ຄ້າຍພັກ ແລະ​ຄວ່າງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ. ໃນ​ທຳນອງນີ້​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ປະຕິບັດ ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ແກ່​ໂມເຊ.


ສະນັ້ນ ຊຸມຊົນ​ທັງໝົດ​ຈຶ່ງ​ໄດ້​ນຳ​ລາວ​ອອກ​ໄປ​ນອກ​ຄ້າຍ ແລະ​ແກວ່ງ​ກ້ອນຫີນ​ໃສ່​ໃຫ້​ຕາຍ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ.


ພວກເຂົາ​ໄດ້​ລຸກ​ຂຶ້ນ ຊຸກ​ພຣະເຢຊູເຈົ້າ​ອອກ​ໄປ​ຈາກ​ເມືອງ ແລະ​ນຳ​ພຣະອົງ​ໄປ​ຍັງ​ແງ່​ຜາຊັນ ທີ່​ເມືອງ​ຂອງ​ພວກເຂົາ​ຕັ້ງ​ຢູ່​ນັ້ນ ເພື່ອ​ໝາຍ​ຈະ​ຊຸກ​ພຣະອົງ​ລົງ.


ພວກເຂົາ​ຊຸກ​ຊະເຕຟາໂນ​ອອກ​ໄປ​ນອກ​ເມືອງ ແລະ​ແກວ່ງ​ກ້ອນຫີນ​ໃສ່ ຄົນ​ທັງຫລາຍ​ທີ່​ເປັນ​ພະຍານ ໄດ້​ແກ້​ເສື້ອ​ຊັ້ນນອກ​ຂອງຕົນ​ອອກ ໄວ້​ໃກ້​ຕີນ​ຊາຍໜຸ່ມ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ໂຊໂລ.


ແລ້ວ​ຊາວ​ເມືອງ​ກໍ​ຈະ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ລາວ​ໃຫ້​ເຖິງ​ຕາຍ. ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ຈະ​ກຳຈັດ​ຄວາມ​ຊົ່ວຊ້າ​ເຊັ່ນນີ້​ໃຫ້​ໝົດ​ໄປ​ໄດ້. ທຸກຄົນ​ໃນ​ຊາດ​ອິດສະຣາເອນ​ຈະ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ ແລະ​ພວກເຂົາ​ຈະ​ຢ້ານກົວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka