31 ຍ້ອນວ່າລາວບໍ່ໄດ້ເຊື່ອຟັງພຣະເຈົ້າຢາເວ ແລະໄດ້ຕັ້ງໃຈລະເມີດຂໍ້ຄຳສັ່ງຂອງພຣະອົງ. ໃຫ້ລາວຮັບຜິດຊອບການຕາຍຂອງລາວເອງ.”’
ແລ້ວເປັນຫຍັງເຈົ້າຈຶ່ງບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ? ເປັນຫຍັງຈຶ່ງເຮັດສິ່ງຊົ່ວຊ້າຢ່າງນີ້? ເຈົ້າໄດ້ໃຫ້ອູຣິຢາຖືກຂ້າໃນສະໜາມຮົບ; ເຈົ້າປ່ອຍໃຫ້ຊາວອຳໂມນຂ້າລາວ ແລ້ວເຈົ້າກໍເອົາເມຍຂອງລາວ.
ເພາະໄດ້ກະບົດຕໍ່ຂໍ້ຄຳສັ່ງອົງຊົງຣິດອຳນາດສູງສຸດ ທັງປະຕິເສດຖ້ອຍຄຳຂອງພຣະອົງດ້ວຍ.
ເຖິງເວລາແລ້ວທີ່ພຣະເຈົ້າຢາເວຕ້ອງລົງມື ເພາະມະນຸດບໍ່ເຊື່ອຟັງກົດບັນຍັດຂອງພຣະອົງ.
ການບາບຂອງຂ້ານ້ອຍກໍຖ້ວມຊີວິດໃຫ້ຈົມ ເປັນພາລະໜັກເກີນທີ່ຈະແບກໄດ້.
ຜູ້ໃດກໍຕາມທີ່ໃຊ້ສູດນີ້ປະສົມເພື່ອປຸງນໍ້າມັນຫົດສົງ ຫລືໃຊ້ນໍ້າມັນນີ້ຫົດສົງຄົນທີ່ບໍ່ແມ່ນປະໂຣຫິດ ຜູ້ນັ້ນຈະບໍ່ຖືກນັບເຂົ້າເປັນປະຊາຊົນຂອງເຮົາອີກຕໍ່ໄປ.”’
ຖ້າເຈົ້າປະຕິເສດຖ້ອຍຄຳຂອງພຣະເຈົ້າ ກໍນຳຄວາມເດືອດຮ້ອນມາສູ່ຕົນ ເຮັດຕາມຖ້ອຍຄຳແລ້ວເຈົ້າກໍຈະປອດໄພ.
ແຕ່ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນກ່າວວ່າ, “ພວກເຈົ້າບໍ່ເອົາໃຈໃສ່ນຳສິ່ງທີ່ເຮົາບອກແລະເພິ່ງການໃຊ້ກຳລັງແລະການຫລອກລວງ.
ພວກເຮົາທຸກຄົນເປັນດັ່ງແກະທີ່ໄດ້ຫຼົງເສຍໄປ ແຕ່ລະຄົນເດີນຕາມທາງຂອງຕົນເອງທັງນັ້ນ. ແຕ່ພຣະເຈົ້າຢາເວໄດ້ໃຫ້ທ່ານຮັບໂທດທັນ ຄືໂທດກຳທີ່ເຮົາທຸກຄົນສົມຄວນໄດ້ຮັບ.
ຜູ້ທີ່ເຮັດບາບຄືຜູ້ທີ່ຈະຕ້ອງຕາຍ. ລູກຊາຍບໍ່ຕ້ອງຮັບໂທດກຳເພາະພໍ່ຂອງຕົນໄດ້ເຮັດບາບ; ຫລືພໍ່ບໍ່ຕ້ອງຮັບໂທດກຳເພາະລູກຂອງຕົນໄດ້ເຮັດບາບ. ຄົນຊອບທຳຈະໄດ້ຮັບບຳເໜັດສຳລັບການດີທີ່ຕົນໄດ້ເຮັດ ແລະຄົນຊົ່ວກໍຈະໄດ້ຮັບໂທດກຳສຳລັບການຊົ່ວທີ່ຕົນໄດ້ເຮັດ.
ຖ້າພວກເຈົ້າປະຕິເສດທີ່ຈະເຊື່ອຟັງກົດບັນຍັດທັງຂໍ້ຄຳສັ່ງທັງຫລາຍຂອງເຮົາ ແລະທຳລາຍພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບພວກເຈົ້າ
ເຖິງຢ່າງໃດກໍດີ ໃນຂັ້ນຕົ້ນດິນແດນຈະຕ້ອງບໍ່ໃຫ້ມີຄົນພັກພາອາໄສຢູ່ ເພື່ອວ່າມັນຈະຊົມຊື່ນຍິນດີກັບປີຊະບາໂຕ (ປີແຫ່ງການພັກຜ່ອນ) ແລະພວກເຂົາຕ້ອງຮັບໂທດຢ່າງພຽງພໍເສຍກ່ອນ ຍ້ອນການທີ່ພວກເຂົາໄດ້ປະຖິ້ມກົດບັນຍັດ ແລະຂໍ້ຄຳສັ່ງຂອງເຮົາ.
ການຖວາຍລຶບລ້າງບາບທີ່ຮຽກຮ້ອງເອົາເຄື່ອງບູຊານັ້ນ ແມ່ນຕາມກໍລະນີດັ່ງຕໍ່ໄປນີ້: ຖ້າຜູ້ໜຶ່ງຖືກສານເອີ້ນໄປໃຫ້ການ ແລະບໍ່ຍອມບອກເລື່ອງທີ່ຕົນໄດ້ຮູ້ ໄດ້ເຫັນ ແລະໄດ້ຍິນ, ລາວຕ້ອງໄດ້ຮັບໂທດໃນຖານຜູ້ກະທຳຜິດ.
ແຕ່ຖ້າຜູ້ໃດຜູ້ໜຶ່ງຫາກບໍ່ເປັນມົນທິນແລະບໍ່ໄດ້ເດີນທາງໄກ, ຜູ້ນັ້ນບໍ່ໄດ້ຖືປັດສະຄາ, ກໍຢ່າຖືລາວວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ ເພາະລາວບໍ່ໄດ້ຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວຕາມກຳນົດທີ່ໄດ້ຖືກວາງໄວ້. ລາວຕ້ອງຮັບຜົນບາບກຳທີ່ຕົນໄດ້ກະທຳນັ້ນ.
ຜູ້ໃດຜູ້ໜຶ່ງທີ່ບໍ່ເຊື່ອຟັງຜູ້ຕັດສິນຄວາມ ຫລືປະໂຣຫິດຜູ້ປະຕິບັດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກໍໃຫ້ປະຫານຜູ້ນັ້ນເສຍ ເພື່ອພວກເຈົ້າຈະໄດ້ກຳຈັດຄວາມຊົ່ວຮ້າຍໃຫ້ໝົດສິ້ນໄປຈາກຊາດອິດສະຣາເອນ.
ດ້ວຍເຫດນີ້ ຜູ້ທີ່ຝ່າຝືນນັ້ນກໍບໍ່ໄດ້ຝ່າຝືນຕໍ່ມະນຸດ ແຕ່ຝ່າຝືນຕໍ່ພຣະເຈົ້າ ຜູ້ຊົງໂຜດປະທານພຣະວິນຍານບໍຣິສຸດເຈົ້າຂອງພຣະອົງໃຫ້ແກ່ເຈົ້າທັງຫລາຍ.
ໃນພຣະກາຍຂອງພຣະອົງເອງ ພຣະອົງໄດ້ຊົງຮັບແບກບາບຂອງພວກເຮົາໄປເຖິງຕົ້ນໄມ້ນັ້ນ ເພື່ອພວກເຮົາຈະໄດ້ຕາຍເສຍຝ່າຍການບາບ ແລະມີຊີວິດຝ່າຍຄວາມຊອບທຳ, ດ້ວຍບາດແຜຂອງພຣະອົງ ເຈົ້າທັງຫລາຍກໍດີປົກກະຕິແລ້ວ.
ເພາະຖ້າພວກເຂົາບໍ່ໄດ້ຮູ້ຈັກທາງຊອບທຳນັ້ນ ກໍຍັງຈະດີກວ່າທີ່ໄດ້ຮູ້ແລ້ວ ແຕ່ຍັງກັບຫັນຫລັງໃສ່ກົດບັນຍັດອັນສັກສິດ ທີ່ຊົງໂຜດມອບໃຫ້ແກ່ພວກເຂົານັ້ນ.
ດ້ວຍເຫດນີ້ ເຮົາຈຶ່ງໄດ້ປະກາດຢ່າງໜັກແໜ້ນຕໍ່ຄອບຄົວຂອງເອລີວ່າ ບໍ່ມີເຄື່ອງບູຊາ ຫລືການຖວາຍໃດໆ ທີ່ຈະຍົກເອົາໂທດກຳອັນຮ້າຍແຮງນີ້ອອກໄປໄດ້.”