Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 15:30 - ພຣະຄຳພີສັກສິ

30 ແຕ່​ຖ້າ​ບຸກຄົນ​ໃດ ບໍ່​ວ່າ​ຄົນ​ອິດສະຣາເອນ​ໂດຍ​ກຳເນີດ ຫລື​ຄົນ​ຕ່າງດ້າວ​ທີ່​ໄດ້​ມາ​ອາໄສ​ຢູ່​ນຳ​ກໍດີ ຫາກ​ເຮັດ​ບາບ​ໂດຍ​ຕັ້ງໃຈ​ດູໝິ່ນ​ປະໝາດ​ພຣະເຈົ້າຢາເວ ກໍ​ໃຫ້​ລົງໂທດ​ບຸກຄົນ​ນັ້ນ​ໃຫ້​ເຖິງ​ຕາຍ;

Uka jalj uñjjattʼäta Copia luraña




ຈົດບັນຊີ 15:30
30 Jak'a apnaqawi uñst'ayäwi  

ຊາຍ​ຄົນ​ໃດ​ທີ່​ບໍ່​ຍອມ​ເຮັດ​ພິທີຕັດ ຊາຍ​ຄົນ​ນັ້ນ​ກໍ​ຈະ​ຖືກ​ຕັດ​ອອກ​ຈາກ​ພີ່ນ້ອງ​ຂອງຕົນ ເພາະ​ລາວ​ບໍ່​ຮັກສາ​ພັນທະສັນຍາ​ທີ່​ໄດ້​ມີ​ໄວ້​ກັບ​ເຮົາ.”


ແສງແຈ້ງ​ມື້​ເວັນ​ນັ້ນ ແຈ້ງ​ໂພດ​ສຳລັບ​ຄົນ​ບໍ່​ດີ ແລະ​ຈຳກັດ​ພວກເຂົາ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ໂຫດຮ້າຍ.


ຂໍ​ຊົງ​ໂຜດ​ຮັກສາ​ໃຫ້​ພົ້ນ​ຈາກ​ບາບ​ຂອງ​ຂ້ານ້ອຍ​ແດ່ ຢ່າ​ໃຫ້​ການບາບ​ນັ້ນ​ມີໄຊ​ເໜືອ​ຂ້ານ້ອຍ​ເລີຍ. ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄດ້​ເປັນ​ຄົນ​ຄົບ​ບໍຣິບູນ ແລະ​ມີ​ອິດສະຫລະພາບ​ຈາກ​ຄວາມບາບ​ອັນ​ຊົ່ວຮ້າຍ​ນີ້.


ການ​ອຸທິດຕົວ​ຕໍ່​ພຣະວິຫານ​ລຸກ​ໄໝ້​ຄື​ໄຟ​ຢູ່​ພາຍ​ໃນ ຄຳໝິ່ນປະໝາດ​ຂອງ​ຜູ້​ທີ່​ເຍາະເຍີ້ຍ​ພຣະອົງ​ກໍ​ຖືກ​ຂ້ານ້ອຍ​ແລ້ວ.


ຂ້າແດ່​ພຣະເຈົ້າຢາເວ​ເອີຍ ແຕ່​ໂຜດ​ຈົດຈຳ​ວ່າ ພວກ​ສັດຕູ​ໄດ້​ຫົວຂວັນ​ໃສ່​ພຣະອົງ ພວກເຂົາ​ດູໝິ່ນ​ຫຍໍ້ຫຍັນ​ພຣະນາມ​ຂອງ​ພຣະອົງ


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ລຸກຂຶ້ນ​ຕໍ່ສູ້​ຄະດີ​ຂອງ​ພຣະອົງ ແລະ​ຈື່​ວ່າ​ຄົນ​ບໍ່​ນັບຖື​ພຣະອົງ ຫົວຂວັນ​ໃສ່​ພຣະອົງ​ທຸກໆ​ວັນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ແກ້ແຄ້ນ​ຊົນຊາດ​ອື່ນ​ເຈັດ​ຄັ້ງ ຍ້ອນ​ການ​ດູໝິ່ນ​ນິນທາ​ທີ່​ພວກເຂົາ​ເຮັດ​ຕໍ່​ພຣະອົງ​ນັ້ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພວກ​ສັດຕູ​ຂອງ​ພຣະອົງ​ໄດ້​ໝິ່ນປະໝາດ​ກະສັດ ຜູ້​ທີ່​ພຣະອົງ​ໄດ້​ເລືອກເອົາ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ​ນັ້ນ.


ແຕ່​ຖ້າ​ຄົນ​ໜຶ່ງ​ເກີດ​ໂມໂຫ ແລະ​ຂ້າ​ຄົນ​ຕາຍ​ໂດຍ​ເຈດຕະນາ ເຖິງ​ແມ່ນ​ຜູ້ນັ້ນ​ຈະ​ແລ່ນ​ໜີ​ມາ​ທີ່​ແທ່ນບູຊາ​ຂອງເຮົາ ເພື່ອ​ຂໍ​ຫລົບລີ້​ໄພ​ກໍຕາມ ລາວ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ຜູ້ໃດ​ກໍຕາມ​ທີ່​ໃຊ້​ສູດ​ນີ້​ປະສົມ​ເພື່ອ​ປຸງ​ນໍ້າມັນ​ຫົດສົງ ຫລື​ໃຊ້​ນໍ້າມັນ​ນີ້​ຫົດສົງ​ຄົນ​ທີ່​ບໍ່ແມ່ນ​ປະໂຣຫິດ ຜູ້ນັ້ນ​ຈະ​ບໍ່​ຖືກ​ນັບ​ເຂົ້າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.”’


ຜູ້​ທີ່​ຂົ່ມເຫັງ​ຄົນທຸກ​ກໍ​ດູຖູກ​ພຣະເຈົ້າ​ຜູ້​ຊົງສ້າງ​ເຂົາ​ມາ, ແຕ່​ຜູ້​ທີ່​ເມດຕາ​ເຂົາ​ກໍ​ໃຫ້ກຽດ​ພຣະເຈົ້າ.


ບັດນີ້​ມະນຸດ​ເອີຍ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ແກ່​ພວກເຂົາ. ນີ້​ເປັນ​ວິທີ​ໜຶ່ງ​ອີກ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ດູຖູກ​ເຮົາ ຍ້ອນ​ການ​ບໍ່​ສັດຊື່​ຂອງ​ພວກເຂົາ.


ຖ້າ​ຊາຍ​ຄົນ​ໜຶ່ງ​ຫລິ້ນຊູ້​ກັບ​ເມຍ​ຂອງ​ພີ່ນ້ອງ​ຊາວ​ອິດສະຣາເອນ ຊາຍ​ຍິງ​ທັງສອງ​ຄົນ​ນັ້ນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ.


ຖ້າ​ຜູ້ໃດ​ມອບ​ລູກ​ຊາຍ​ຍິງ​ຂອງຕົນ​ໃຫ້​ພະ​ໂມເລັກ ແລະ​ເຮັດ​ໃຫ້​ຫໍເຕັນ​ສັກສິດ​ຂອງເຮົາ​ເປັນ​ມົນທິນ ແລະ​ເຮັດ​ໃຫ້​ນາມຊື່​ອັນ​ສັກສິດ​ຂອງເຮົາ​ເສື່ອມ​ເສຍ; ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ຜູ້ນັ້ນ ທັງ​ຈະ​ບໍ່​ຖື​ລາວ​ວ່າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.


ຖ້າ​ຜູ້ໃດ​ໄປ​ຂໍ​ຄຳແນະນຳ​ຈາກ​ໝໍ​ຜີ ທີ່​ປຸກ​ວິນຍານ​ຄົນຕາຍ​ຂຶ້ນ​ມາ​ປຶກສາ ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ຜູ້ນັ້ນ​ທັງ​ຈະ​ບໍ່​ຖື​ລາວ​ວ່າ ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.


ໃຫ້​ທຸກຄົນ​ທີ່​ໄດ້​ເຮັດ​ບາບ​ໂດຍ​ບໍ່ຕັ້ງໃຈ​ປະຕິບັດ​ຕາມ​ລະບຽບການ​ດຽວກັນນີ້ ບໍ່​ວ່າ​ຄົນ​ນັ້ນ​ຈະ​ເປັນ​ຊາວ​ອິດສະຣາເອນ​ໂດຍ​ກຳເນີດ ຫລື​ຄົນ​ຕ່າງດ້າວ​ທີ່​ມາ​ອາໄສ​ຢູ່​ນຳ​ພວກ​ຕົນ​ກໍຕາມ.


ແຕ່​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຫາກ​ບໍ່​ເປັນມົນທິນ​ແລະ​ບໍ່ໄດ້​ເດີນທາງ​ໄກ, ຜູ້​ນັ້ນ​ບໍ່ໄດ້​ຖື​ປັດສະຄາ, ກໍ​ຢ່າ​ຖື​ລາວ​ວ່າ​ເປັນ​ປະຊາຊົນ​ຂອງ​ເຮົາ​ອີກ​ຕໍ່ໄປ ເພາະ​ລາວ​ບໍ່ໄດ້​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ​ຕາມ​ກຳນົດ​ທີ່​ໄດ້​ຖືກ​ວາງ​ໄວ້. ລາວ​ຕ້ອງ​ຮັບ​ຜົນ​ບາບກຳ​ທີ່​ຕົນ​ໄດ້​ກະທຳ​ນັ້ນ.


ຜູ້ໃດ​ທີ່​ເວົ້າ​ຕໍ່ສູ້​ບຸດ​ມະນຸດ​ກໍ​ຈະ​ອະໄພ​ໃຫ້​ແກ່​ຜູ້ນັ້ນ​ໄດ້, ແຕ່​ຜູ້ໃດ​ທີ່​ເວົ້າ​ຕໍ່ສູ້​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ບໍ່ໄດ້​ຮັບ​ການອະໄພ​ເລີຍ ທັງ​ໃນ​ໂລກນີ້​ແລະ​ໃນ​ໂລກ​ໜ້າ​ດ້ວຍ.”


ຂ້າພະເຈົ້າ​ໄດ້​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແລ້ວ ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ ແລະ​ທັງ​ຂັດຂືນ​ຄຳສັ່ງ​ຂອງ​ພຣະອົງ ໂດຍ​ຍ່າງ​ມຸ້ງໜ້າ​ໄປ​ສູ່​ເຂດ​ເນີນພູ​ຢ່າງ​ອົງອາດ​ທະນົງ​ຕົວ.


ແຕ່​ເຮົາ​ຈະ​ບໍ່​ຍອມ​ໃຫ້​ສັດຕູ​ໂອ້ອວດ​ຈອງຫອງ ວ່າ​ປະຊາຊົນ​ຂອງເຮົາ ແມ່ນ​ເຂົາ​ທີ່​ໄດ້​ຊະນະ; ໃນ​ເມື່ອ​ແມ່ນ​ເຮົາ​ນີ້​ເອງ ທີ່​ໄດ້​ສຳແດງ​ສີ​ມື ພຣະເຈົ້າຢາເວ​ເປັນ​ຜູ້​ຕີ​ພວກເຂົາ​ໃຫ້​ສະຫລາຍ​ໄປ​ຕ່າງຫາກ.’


ດ້ວຍວ່າ, ຖ້າ​ພວກເຮົາ​ໄດ້​ຮັບ​ຄວາມຮູ້​ເລື່ອງ​ຄວາມຈິງ​ແລ້ວ ແຕ່​ຍັງ​ເຈດຕະນາ​ເຮັດ​ບາບ​ຢູ່ ເຄື່ອງ​ບູຊາ​ລຶບລ້າງ​ບາບ​ກໍ​ຈະ​ບໍ່ມີ​ເຫຼືອ​ຢູ່​ຕໍ່ໄປ.


ພວກເຈົ້າ​ຈົ່ງ​ຄິດ​ເບິ່ງ​ວ່າ ຄົນ​ທີ່​ຢຽບຢໍ່າ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ຖື​ພຣະ​ໂລຫິດ​ແຫ່ງ​ພັນທະສັນຍາ ຊຶ່ງ​ຊຳລະ​ຕົວ​ໃຫ້​ບໍຣິສຸດ​ວ່າ​ເປັນ​ສິ່ງ​ຊົ່ວຊ້າ ກັບ​ທັງ​ປະໝາດ​ພຣະວິນຍານ​ຜູ້​ຊົງ​ພຣະຄຸນ​ນັ້ນ ຄວນ​ຈະ​ຖືກ​ລົງໂທດ​ຫລາຍກວ່າ​ຄົນ​ເຫຼົ່ານັ້ນ​ຈັກ​ເທົ່າ​ໃດ?


ເປັນ​ຕົ້ນ​ຈະ​ຊົງ​ລົງໂທດ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ປ່ອຍ​ຕົວ​ໄປ​ຕາມ​ກິເລດ​ຕັນຫາ ແລະ​ໝິ່ນປະໝາດ​ຕໍ່​ອຳນາດ​ທັງໝົດ. ຄູສອນ​ປອມ​ເຫຼົ່ານີ້​ມີ​ໃຈ​ກ້າກັ່ນ ແລະ​ເຮັດ​ຕາມ​ລຳພັງ​ໃຈ ພວກເຂົາ​ບໍ່​ສະທ້ານ​ຕົກໃຈ ເມື່ອ​ກ່າວ​ປະນາມ​ຕໍ່​ຜູ້​ມີ​ຍົດສັກ.


ຖ້າ​ຜູ້ໃດ​ເຫັນ​ພີ່ນ້ອງ​ຂອງຕົນ​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ ຜູ້ນັ້ນ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ແລ້ວ​ພຣະອົງ​ຈະ​ຊົງ​ໂຜດ​ປະທານ​ຊີວິດ​ໃຫ້​ແກ່​ຜູ້​ທີ່​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ​ນັ້ນ, ແຕ່​ຜິດບາບ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່ ເຮົາ​ບໍ່ໄດ້​ເວົ້າ​ວ່າ​ໃຫ້​ພາວັນນາ​ອະທິຖານ​ໃນ​ເລື່ອງ​ຜິດບາບ​ຢ່າງ​ນັ້ນ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ເຮັດ​ຜິດ​ຕໍ່​ຜູ້​ອື່ນ ພຣະເຈົ້າ​ປ້ອງກັນ​ລາວ​ໄວ້​ໄດ້, ແຕ່​ຜູ້ໃດ​ຈະ​ປ້ອງກັນ​ຜູ້ໜຶ່ງ​ທີ່​ເຮັດ​ຜິດ​ຕໍ່​ພຣະເຈົ້າຢາເວ​ໄດ້?” ແຕ່​ພວກເຂົາ​ບໍ່​ຟັງຄວາມ​ພໍ່​ຂອງ​ພວກເຂົາ ເພາະ​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ໄວ້​ແລ້ວ​ວ່າ​ພຣະອົງ​ຈະ​ຂ້າ​ພວກເຂົາ.


ດ້ວຍເຫດນີ້ ເຮົາ​ຈຶ່ງ​ໄດ້​ປະກາດ​ຢ່າງ​ໜັກແໜ້ນ​ຕໍ່​ຄອບຄົວ​ຂອງ​ເອລີ​ວ່າ ບໍ່ມີ​ເຄື່ອງ​ບູຊາ ຫລື​ການ​ຖວາຍ​ໃດໆ ທີ່​ຈະ​ຍົກ​ເອົາ​ໂທດກຳ​ອັນ​ຮ້າຍແຮງ​ນີ້​ອອກ​ໄປ​ໄດ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka