Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 15:3 - ພຣະຄຳພີສັກສິ

3 ພວກເຈົ້າ​ຕ້ອງ​ຖວາຍ​ງົວເຖິກ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ, ແກະ ຫລື​ແບ້​ໂຕໜຶ່ງ​ແກ່​ພຣະເຈົ້າຢາເວ​ກໍໄດ້ ຕາມ​ພິທີ​ເຜົາ​ສັດ​ທັງໂຕ​ຖວາຍ​ບູຊາ​ດ້ວຍ​ໄຟ ຫລື​ຖວາຍບູຊາ​ອັນ​ເນື່ອງ​ມາ​ຈາກ​ຜົນສຳເລັດ​ໃນ​ການ​ບະບົນ​ໄວ້ ຫລື​ຖວາຍ​ບູຊາ​ຕາມໃຈ​ສະໝັກ ຫລື​ຖວາຍບູຊາ​ໃນ​ວັນ​ສະຫລອງ​ເທດສະການ​ຕ່າງໆ​ຕາມ​ປົກກະຕິ ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ບູຊາ​ເຫຼົ່ານີ້ ຈຶ່ງ​ເປັນ​ທີ່​ພໍໃຈ​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña




ຈົດບັນຊີ 15:3
27 Jak'a apnaqawi uñst'ayäwi  

ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.


ທ່ານ​ຈົ່ງ​ຈ່າຍ​ເງິນ​ນີ້​ຢ່າງ​ລະມັດ​ລະວັງ ເພື່ອ​ຊື້​ລູກ​ງົວເຖິກ, ແກະເຖິກ, ລູກແກະ, ເຂົ້າ, ເຫຼົ້າ​ອະງຸ່ນ ແລະ​ໃຫ້​ເອົາ​ສິ່ງ​ເຫຼົ່ານີ້​ຖວາຍ​ເທິງ​ແທ່ນບູຊາ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ທ່ານ​ໃນ​ນະຄອນ​ເຢຣູຊາເລັມ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຖວາຍ​ເຄື່ອງ​ບູຊາ​ຢ່າງ​ຊື່ນໃຈ​ຍິນດີ ຈະ​ໂມທະນາ​ຂອບພຣະຄຸນ​ເພາະ​ພຣະອົງ​ຊົງ​ມີ​ຄຸນຄວາມດີ.


ຈົ່ງ​ເຜົາ​ຕ່ອນ​ແກະ​ທັງໝົດ​ນັ້ນ​ທີ່​ເທິງ​ແທ່ນ​ເປັນ​ການ​ຖວາຍບູຊາ​ອາຫານ​ແກ່​ພຣະເຈົ້າຢາເວ. ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ບູຊາ​ນີ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ພໍໃຈ.


ແລ້ວ​ຈົ່ງ​ຮັບເອົາ​ສິ່ງ​ເຫຼົ່ານີ້​ຈາກ​ມື​ຂອງ​ພວກເຂົາ​ນຳ​ໄປ​ເຜົາ​ເທິງ​ແທ່ນບູຊາ ຄື​ເຜົາ​ເທິງ​ເຄື່ອງ​ຊຶ່ງ​ໄດ້​ເຜົາບູຊາ​ແລ້ວ ທີ່​ມີ​ກິ່ນ​ຫອມຫວນ​ເປັນ​ທີ່​ພໍພຣະໄທ​ຕໍ່ໜ້າ​ພຣະເຈົ້າຢາເວ; ເປັນ​ເຄື່ອງ​ບູຊາ​ດ້ວຍໄຟ​ຖວາຍ​ແກ່​ພຣະເຈົ້າຢາເວ.


ສ່ວນ​ແກະ​ໂຕ​ທີ​ສອງ​ນັ້ນ ຈົ່ງ​ຖວາຍ​ໃນ​ຕອນແລງ​ພ້ອມ​ກັບ​ຍອດ​ແປ້ງ ນໍ້າມັນ​ໝາກກອກເທດ​ສົດ ແລະ​ເຫຼົ້າ​ອະງຸ່ນ​ໃນ​ອັດຕາ​ເທົ່າ​ກັນ​ກັບ​ທີ່​ຖວາຍ​ໃນ​ຕອນເຊົ້າ. ອັນ​ນີ້​ແມ່ນ​ການ​ຖວາຍ​ອາຫານ​ແກ່​ພຣະເຈົ້າຢາເວ ແລະ​ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ເປັນທີ່​ພໍໃຈ.


ຈົ່ງ​ກິນ​ໃນ​ບ່ອນ​ບໍຣິສຸດ ເພາະ​ແມ່ນ​ສ່ວນ​ຂອງ​ເຈົ້າ​ແລະ​ແມ່ນ​ສ່ວນ​ຂອງ​ພວກ​ລູກຊາຍ​ຂອງ​ເຈົ້າ ທີ່​ໄດ້​ມາ​ຈາກ​ການ​ຖວາຍ​ອາຫານ​ບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ. ອັນ​ນີ້​ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ຮັບສັ່ງ​ໄວ້​ແລ້ວ.


“ລະບຽບການ​ຕ່າງໆ​ດັ່ງ​ຕໍ່ໄປນີ້​ສຳລັບ​ປະຊາຊົນ​ອິດສະຣາເອນ: ຖ້າ​ຄົນໃດ​ຄົນໜຶ່ງ​ໄດ້​ສາບານ​ໄວ້​ຢ່າງ​ພິເສດ​ວ່າ​ຕົນ​ຈະ​ຖວາຍ​ແກ່​ພຣະເຈົ້າຢາເວ ອັນ​ເນື່ອງ​ມາ​ຈາກ​ຜົນ​ສຳເລັດ​ໃນ​ການ​ບະບົນ​ໄວ້; ລາວ​ຈະ​ເປັນ​ອິດສະຫລະ​ໄດ້​ກໍ​ຕໍ່​ເມື່ອ​ໄດ້​ຈ່າຍ​ເງິນ​ຈຳນວນ


ຖ້າ​ຊາຍ​ຄົນ​ໜຶ່ງ​ນຳ​ເຄື່ອງ​ມາ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ ຕາມ​ການ​ແກ້​ບະບົນ​ຫລື​ໃຈ​ສະໝັກ​ກໍດີ ໃຫ້​ລາວ​ກິນ​ເຄື່ອງ​ຖວາຍບູຊາ​ໃນ​ມື້​ຈັດ​ພິທີ​ນັ້ນ; ສ່ວນ​ທີ່​ເຫຼືອ​ໃຫ້​ລາວ​ເອົາ​ໄວ້​ກິນ​ໃນ​ມື້​ຕໍ່ໄປ​ກໍໄດ້.


ຈົ່ງ​ເຜົາ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ດັ່ງນີ້: ງົວເຖິກ​ສອງ​ໂຕ, ແກະເຖິກ​ໂຕໜຶ່ງ ແລະ​ລູກແກະ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ດັ່ງນີ້: ງົວເຖິກ​ໂຕໜຶ່ງ​ແກະເຖິກ​ໂຕໜຶ່ງ, ກັບ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ; ຊຶ່ງ​ທັງໝົດ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ, ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ລາວ​ຈະ​ຕ້ອງ​ຖວາຍ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ອີກ​ກະຕ່າ​ໜຶ່ງ​ຄື: ເຂົ້າໜົມ​ເປັນ​ແຜ່ນ​ໜາໆ​ທີ່​ເຮັດ​ດ້ວຍ​ແປ້ງ​ປະສົມ​ກັບ​ນໍ້າມັນ​ໝາກກອກເທດ, ເຂົ້າໜົມ​ເປັນ​ແຜ່ນ​ບາງໆ​ທີ່​ປົນ​ກັບ​ນໍ້າມັນ​ໝາກກອກເທດ ແລະ​ນອກຈາກນີ້​ຍັງ​ຈະ​ຖວາຍ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ​ຕາມ​ກຳນົດ​ອີກ​ດ້ວຍ.


ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ທ້ອງຟ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ​ເອງ ເຮົາ​ພໍໃຈ​ນຳ​ເພິ່ນ​ຫລາຍ.”


ດ້ວຍວ່າ, ພວກເຮົາ​ເປັນ​ດັ່ງ​ກິ່ນ​ຫອມ​ຫວານ​ທີ່​ພຣະຄຣິດ​ຖວາຍ​ແກ່​ພຣະເຈົ້າ ໃນ​ທ່າມກາງ​ພວກ​ທີ່​ຖືກ​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ ແລະ​ໃນ​ທ່າມກາງ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ.


ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ​ນັ້ນ ແມ່ນ​ກິ່ນ​ເໝັນ​ແຫ່ງ​ຄວາມ​ຕາຍ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ສຳລັບ​ພວກ​ທີ່​ຖືກ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ນັ້ນ ແມ່ນ​ກິ່ນ​ຫອມ​ຫວານ​ແຫ່ງ​ຊີວິດ​ທີ່​ນຳ​ໄປ​ສູ່​ຊີວິດ. ຜູ້ໃດ​ໜໍ ຈະ​ເປັນ​ຜູ້​ທີ່​ຄູ່​ຄວນ​ກັບ​ພາລະກິດ​ເຊັ່ນນີ້?


ແລະ ຈົ່ງ​ດຳເນີນ​ຊີວິດ​ນັ້ນ​ໃນ​ຄວາມຮັກ ເໝືອນ​ດັ່ງ​ພຣະຄຣິດ​ໄດ້​ຊົງ​ຮັກ​ເຈົ້າ​ທັງຫລາຍ ແລະ​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ ໃຫ້​ເປັນ​ເຄື່ອງ​ບູຊາ​ແລະ​ເຄື່ອງ​ຖວາຍ ທີ່​ມີ​ກິ່ນ​ຫອມຫວານ​ແກ່​ພຣະເຈົ້າ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກ​ເອົາ​ແຫ່ງ​ດຽວ ໃຫ້​ເປັນ​ບ່ອນ​ນະມັດສະການ​ພຣະອົງ ແລະ​ທີ່​ນັ້ນ​ພວກເຈົ້າ​ຕ້ອງ​ນຳ​ເອົາ​ທຸກໆ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ ໄປ​ຖວາຍ​ແກ່​ພຣະອົງ​ດັ່ງນີ້: ສັດ​ສຳລັບ​ເຜົາບູຊາ​ແລະ​ເຄື່ອງ​ບູຊາ​ຕ່າງໆ, ເຄື່ອງ​ຖວາຍ​ໜຶ່ງສ່ວນສິບ​ກັບ​ເຄື່ອງ​ຖວາຍ​ອື່ນໆ, ພ້ອມ​ທັງ​ເຄື່ອງ​ຖວາຍ​ພິເສດ​ທີ່​ພວກເຈົ້າ​ໄດ້​ສັນຍາ ວ່າ​ຈະ​ຖວາຍ​ແກ່​ພຣະເຈົ້າຢາເວ.


ພວກເຈົ້າ​ບໍ່ມີ​ສິດ​ກິນ​ເຄື່ອງ​ໃດໆ​ທີ່​ໄດ້​ຖວາຍ​ແລ້ວ ໃນ​ບ່ອນ​ທີ່​ພວກເຈົ້າ​ອາໄສ​ຢູ່​ນັ້ນ ເຊັ່ນ: ໜຶ່ງສ່ວນສິບ​ຂອງ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ, ລູກຫົວປີ​ຂອງ​ງົວ​ແລະ​ແກະ, ພ້ອມ​ຂອງ​ຖວາຍ​ທີ່​ພວກເຈົ້າ​ສັນຍາ​ແລ້ວ​ວ່າ​ຈະ​ຖວາຍ, ເຄື່ອງ​ຖວາຍ​ຕາມ​ໃຈ​ສະໝັກ ຫລື​ເຄື່ອງ​ຖວາຍ​ອື່ນໆ​ຢ່າງໃດ​ຢ່າງໜຶ່ງ.


ໃນ​ທີ່ນັ້ນ ພວກເຈົ້າ​ຕ້ອງ​ເຜົາ​ສັດ​ຖວາຍບູຊາ​ດ້ວຍ​ໄຟ ຖວາຍ​ເຄື່ອງ​ບູຊາ​ຕ່າງໆ, ຖວາຍ​ໜຶ່ງສ່ວນສິບ​ກັບ​ເຄື່ອງ​ຖວາຍ​ອື່ນໆ, ເຄື່ອງ​ທີ່​ໄດ້​ສັນຍາ​ຖວາຍ, ເຄື່ອງ​ຖວາຍ​ຕາມ​ໃຈ​ສະໝັກ ແລະ​ລູກຫົວປີ​ຂອງ​ງົວ​ແລະ​ຂອງ​ແກະ​ທຸກ​ໂຕ.


ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ​ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ​ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ​ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka