ຈົດບັນຊີ 15:29 - ພຣະຄຳພີສັກສິ29 ໃຫ້ທຸກຄົນທີ່ໄດ້ເຮັດບາບໂດຍບໍ່ຕັ້ງໃຈປະຕິບັດຕາມລະບຽບການດຽວກັນນີ້ ບໍ່ວ່າຄົນນັ້ນຈະເປັນຊາວອິດສະຣາເອນໂດຍກຳເນີດ ຫລືຄົນຕ່າງດ້າວທີ່ມາອາໄສຢູ່ນຳພວກຕົນກໍຕາມ. Uka jalj uñjjattʼäta |
ຊາວອິດສະຣາເອນພ້ອມທັງພວກຜູ້ນຳ, ບັນດາເຈົ້າໜ້າທີ່, ພວກຜູ້ຕັດສິນ, ຕະຫລອດທັງຄົນຕ່າງດ້າວທີ່ອາໄສຢູ່ນຳພວກເຂົາ ຕ່າງກໍໄດ້ຢືນຢູ່ສອງຟາກຂ້າງຂອງຫີບພັນທະສັນຍາຂອງພຣະເຈົ້າຢາເວ ໂດຍປິ່ນໜ້າໃສ່ປະໂຣຫິດຊາວເລວີຜູ້ທີ່ມີໜ້າທີ່ຫາມຫີບ. ປະຊາຊົນເຄິ່ງໜຶ່ງໄດ້ຢືນປິ່ນຫລັງໃສ່ພູເຂົາເກຣີຊິມ ແລະອີກເຄິ່ງໜຶ່ງໄດ້ຢືນປິ່ນຫລັງໃສ່ພູເຂົາເອບານ. ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໃຫ້ພວກເຂົາເຮັດເຊັ່ນນີ້ ເມື່ອເຖິງເວລາທີ່ພວກເຂົາຈະຮັບພອນ.