Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 15:27 - ພຣະຄຳພີສັກສິ

27 ຖ້າ​ແມ່ນ​ຄົນດຽວ​ຫາກ​ເຮັດ​ບາບ​ໂດຍ​ບໍ່ຕັ້ງໃຈ ກໍ​ໃຫ້​ລາວ​ຖວາຍ​ແບ້​ແມ່​ໂຕໜຶ່ງ​ອາຍຸ​ໜຶ່ງ​ປີ ຕາມ​ພິທີ​ຖວາຍ​ເພື່ອ​ລຶບລ້າງ​ບາບ.

Uka jalj uñjjattʼäta Copia luraña




ຈົດບັນຊີ 15:27
7 Jak'a apnaqawi uñst'ayäwi  

ໃຫ້​ບອກ​ຊາວ​ອິດສະຣາເອນ​ວ່າ ຜູ້ໃດ​ຜູ້ໜຶ່ງ​ທີ່​ໄດ້​ເຮັດ​ບາບ ແລະ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໂດຍ​ບໍ່ຕັ້ງໃຈ ຕ້ອງ​ໃຫ້​ຜູ້ນັ້ນ​ປະຕິບັດ​ຕາມ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້:


ແລະ​ຖວາຍ​ສັດ​ສາມ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ ໃຫ້​ແກ່​ພຣະເຈົ້າຢາເວ​ດັ່ງນີ້: ແກະເຖິກ​ໂຕໜຶ່ງ​ອາຍຸ​ໜຶ່ງ​ປີ​ເພື່ອ​ເຜົາບູຊາ, ແກະ​ແມ່​ໂຕໜຶ່ງ​ອາຍຸ​ໜຶ່ງ​ປີ​ເພື່ອ​ລຶບລ້າງ​ບາບ ແລະ​ແກະເຖິກ​ໂຕໜຶ່ງ​ເພື່ອ​ຄວາມ​ສາມັກຄີທຳ.


ແຕ່​ຜູ້​ທີ່​ບໍ່​ຮູ້ຈັກ ແລ້ວ​ໄດ້​ເຮັດ​ສິ່ງ​ທີ່​ສົມຄວນ​ຖືກ​ຂ້ຽນ ກໍ​ຈະ​ຕ້ອງ​ຖືກ​ຂ້ຽນ​ໜ້ອຍ ຜູ້ໃດ​ໄດ້​ຮັບ​ຫລາຍ ກໍ​ຈະ​ທວງ​ເອົາ​ກັບ​ຜູ້ນັ້ນ​ຫລາຍ ແລະ​ຜູ້​ທີ່​ຮັບ​ຝາກ​ໄວ້​ຫລາຍ ເພິ່ນ​ກໍ​ຈະ​ທວງ​ເອົາ​ຈາກ​ຜູ້ນັ້ນ​ຫລາຍ.”


ໃນ​ສະໄໝ​ທີ່​ມະນຸດ​ຍັງ​ໂງ່​ບໍ່​ຮູ້ຈັກ​ພຣະເຈົ້າ ພຣະອົງ​ກໍ​ບໍ່​ຊົງ​ຖື​ໂທດ ແຕ່​ບັດນີ້ ພຣະອົງ​ສັ່ງ​ແກ່​ມະນຸດ​ທັງປວງ​ໃນ​ທົ່ວ​ທຸກ​ບ່ອນ ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່.


ມາບັດນີ້ ພີ່ນ້ອງ​ທັງຫລາຍ​ເອີຍ ຂ້າພະເຈົ້າ​ຮູ້​ວ່າ ສິ່ງ​ທີ່​ພວກທ່ານ​ກັບ​ບັນດາ​ຜູ້ນຳ​ຂອງ​ພວກທ່ານ ໄດ້​ເຮັດ​ຕໍ່​ພຣະເຢຊູເຈົ້າ​ນັ້ນ ກໍ​ເຮັດ​ໄປ​ດ້ວຍ​ຄວາມ​ບໍ່​ຮູ້​ບໍ່​ເຂົ້າໃຈ.


ເຖິງ​ແມ່ນ​ວ່າ​ເມື່ອ​ກ່ອນ​ນັ້ນ ເຮົາ​ໄດ້​ເປັນ​ຄົນ​ຫຍາບຊ້າ ຂົ່ມເຫັງ ແລະ​ໝິ່ນປະໝາດ​ພຣະອົງ ແຕ່​ເຮົາ​ກໍ​ຍັງ​ໄດ້​ຮັບ​ພຣະ​ກະລຸນາ ເພາະວ່າ​ທີ່​ເຮົາ​ໄດ້​ເຮັດ​ຢ່າງ​ນັ້ນ ກໍ​ດ້ວຍ​ຄວາມ​ບໍ່​ຮູ້​ແລະ​ດ້ວຍ​ຄວາມ​ບໍ່​ເຊື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka