ຈົດບັນຊີ 15:24 - ພຣະຄຳພີສັກສິ24 ຖ້າການຜິດພາດຢ່າງນີ້ຫາກໄດ້ເກີດຂຶ້ນເພາະຊຸມຊົນຮູ້ເທົ່າບໍ່ເຖິງການ ໃຫ້ພວກເຈົ້ານຳງົວເຖິກໂຕໜຶ່ງມາຕາມພິທີຖວາຍບູຊາ ຄູ່ກັບການຖວາຍພືດຜົນເປັນເມັດຢ່າງດີ ແລະເຫຼົ້າອະງຸ່ນ. ກິ່ນຫອມຫວນຂອງການຖວາຍນັ້ນ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. ນອກຈາກນີ້ ພວກເຂົາຕ້ອງຖວາຍແບ້ເຖິກຕື່ມອີກໂຕໜຶ່ງຕາມພິທີຖວາຍເພື່ອລຶບລ້າງບາບ. Uka jalj uñjjattʼäta |
ແລ້ວທຸກຄົນທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ກໍໄດ້ນຳເອົາເຄື່ອງຖວາຍມາເຜົາບູຊາແກ່ພຣະເຈົ້າຂອງຊາດອິດສະຣາເອນ. ພວກເຂົາຖວາຍທັງໝົດມີ: ງົວເຖິກສິບສອງໂຕເປັນຕົວແທນແກ່ຊາວອິດສະຣາເອນ, ແກະເຖິກເກົ້າສິບຫົກໂຕ, ລູກແກະເຈັດສິບເຈັດໂຕ, ພວກເຂົາຍັງຖວາຍແບ້ອີກສິບສອງໂຕ ສັດທັງໝົດນີ້ ຖວາຍແກ່ພຣະເຈົ້າຢາເວເປັນເຄື່ອງບູຊາໄຖ່ບາບສຳລັບພວກເຂົາເອງ.