Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 15:21 - ພຣະຄຳພີສັກສິ

21 ຈົ່ງ​ຖວາຍ​ເຂົ້າຈີ່​ທີ່​ເຮັດ​ນັ້ນ ເປັນ​ຂອງ​ຖວາຍ​ພິເສດ​ຖວາຍ​ແກ່​ພຣະເຈົ້າຢາເວ​ທຸກຍຸກ​ທຸກສະໄໝ​ສືບໄປ.

Uka jalj uñjjattʼäta Copia luraña




ຈົດບັນຊີ 15:21
8 Jak'a apnaqawi uñst'ayäwi  

ພວກ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ຈະ​ໄປ​ກັບ​ຊາວ​ເລວີ ເມື່ອ​ເກັບ​ເອົາ​ໜຶ່ງສ່ວນສິບ​ນັ້ນ; ແລະ​ເພື່ອ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໃຫ້​ຊາວ​ເລວີ​ຖວາຍ​ໜຶ່ງສ່ວນສິບ​ຈາກ​ສິ່ງຂອງ​ຂອງ​ພວກຕົນ ຊຶ່ງ​ໄດ້​ມາ​ຈາກ​ໜຶ່ງສ່ວນສິບ​ທັງໝົດ​ນີ້ ໃຫ້​ແກ່​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເໝືອນກັນ.


ຈົ່ງ​ນຳ​ພືດຜົນ​ທີ່​ດີ​ເລີດ ຊຶ່ງ​ໄດ້​ເກັບກ່ຽວ​ຄັ້ງແຮກ ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ຕົ້ມ​ຊີ້ນ​ລູກແກະ ຫລື​ລູກ​ແບ້​ດ້ວຍ​ນໍ້ານົມ​ແມ່​ຂອງ​ມັນ.


ອັນ​ນີ້​ແມ່ນ​ການ​ຕັດສິນໃຈ​ທີ່​ບໍ່​ປ່ຽນແປງ​ຂອງເຮົາ. ເວລາ​ທີ່​ປະຊາຊົນ​ຂອງເຮົາ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ຊີ້ນ​ໜ້າເອິກ​ແລະ​ຂາໜ້າ​ຂອງ​ແກະ​ໃຫ້​ເປັນ​ສ່ວນ​ຂອງ​ປະໂຣຫິດ. ອັນ​ນີ້​ແມ່ນ​ເຄື່ອງ​ຖວາຍ​ຂອງ​ປະຊາຊົນ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ.


ພວກ​ປະໂຣຫິດ​ຈະ​ໄດ້​ຮັບ​ພືດຜົນ​ດີທີ່ສຸດ​ໃນ​ລະດູ​ເກັບກ່ຽວ​ຄັ້ງ​ທຳອິດ ແລະ​ສິ່ງ​ອື່ນໆ​ທຸກຢ່າງ​ທີ່​ໄດ້​ຖວາຍ​ແກ່​ເຮົາ. ທຸກ​ເທື່ອ​ທີ່​ປະຊາຊົນ​ເຮັດ​ເຂົ້າຈີ່ ພວກເຂົາ​ຕ້ອງ​ເອົາ​ເຂົ້າຈີ່​ກ້ອນ​ທຳອິດ​ໃຫ້​ປະໂຣຫິດ​ເປັນ​ເຄື່ອງ​ຖວາຍ ແລະ​ພຣະພອນ​ຂອງເຮົາ​ກໍ​ຈະ​ດຳລົງ​ຢູ່​ໃນ​ຄອບຄົວ​ຂອງ​ພວກ​ເຂົາເຈົ້າ.


ຢ່າ​ກິນ​ພືດຜົນ​ເປັນເມັດ​ຊຶ່ງ​ເກັບກ່ຽວ​ໃໝ່​ໃດໆ​ທັງ​ສິ້ນ ບໍ່​ວ່າ​ກິນ​ດິບ ຫລື​ປີ້ງ ຫລື​ອົບ​ເປັນ​ເຂົ້າຈີ່; ຈົນກວ່າ​ພວກເຈົ້າ​ໄດ້​ຖວາຍ​ສິ່ງ​ເຫຼົ່ານີ້​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ​ແລ້ວ. ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບ​ການ​ນີ້​ໄວ້​ທຸກຍຸກ​ທຸກສະໄໝ​ສືບໄປ.


ເມື່ອ​ພວກເຈົ້າ​ເຮັດ​ເຂົ້າຈີ່ ດ້ວຍ​ເມັດ​ພືດ​ທີ່​ຫາ​ກໍ​ເກັບກ່ຽວ​ໃໝ່ ຈົ່ງ​ເອົາ​ເຂົ້າຈີ່​ກ້ອນ​ທຳອິດ​ມາ​ຖວາຍ ເປັນ​ເຄື່ອງ​ບູຊາ​ຢ່າງ​ດຽວ​ກັບ​ເຄື່ອງ​ເຄື່ອງ​ບູຊາ​ເຂົ້າ​ທີ່​ຫາ​ກໍ​ເອົາ​ອອກ​ມາ​ຈາກ​ລານ​ຟາດເຂົ້າ.


ແຕ່​ເມື່ອ​ມີ​ຜູ້ໜຶ່ງ​ບໍ່ໄດ້​ປະຕິບັດ ໂດຍ​ບໍ່ຕັ້ງໃຈ​ຕາມ​ກົດບັນຍັດ​ເຫຼົ່ານັ້ນ ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ໂມເຊ.


ໃຫ້​ບອກ​ຊາວ​ເລວີ​ດັ່ງນີ້, “ເມື່ອ​ພວກເຈົ້າ​ຮັບ​ໜຶ່ງສ່ວນສິບ​ທີ່​ໄດ້​ຈາກ​ຊາວ​ອິດສະຣາເອນ ພວກເຈົ້າ​ຕ້ອງ​ແບ່ງ​ໜຶ່ງສ່ວນສິບ​ຖວາຍ​ເປັນ​ສ່ວນ​ຖວາຍ​ພິເສດ​ໃຫ້​ແກ່​ພຣະເຈົ້າຢາເວ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka