Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 15:20 - ພຣະຄຳພີສັກສິ

20 ເມື່ອ​ພວກເຈົ້າ​ເຮັດ​ເຂົ້າຈີ່ ດ້ວຍ​ເມັດ​ພືດ​ທີ່​ຫາ​ກໍ​ເກັບກ່ຽວ​ໃໝ່ ຈົ່ງ​ເອົາ​ເຂົ້າຈີ່​ກ້ອນ​ທຳອິດ​ມາ​ຖວາຍ ເປັນ​ເຄື່ອງ​ບູຊາ​ຢ່າງ​ດຽວ​ກັບ​ເຄື່ອງ​ເຄື່ອງ​ບູຊາ​ເຂົ້າ​ທີ່​ຫາ​ກໍ​ເອົາ​ອອກ​ມາ​ຈາກ​ລານ​ຟາດເຂົ້າ.

Uka jalj uñjjattʼäta Copia luraña




ຈົດບັນຊີ 15:20
21 Jak'a apnaqawi uñst'ayäwi  

ທຸກໆ​ປີ​ໃດ ພວກ​ຂ້ານ້ອຍ​ຈະ​ນຳ​ເຂົ້າໜົມ​ທີ່​ບໍ່ໄດ້​ຈີ່ ຊຶ່ງ​ເຮັດ​ຈາກ​ພືດຜົນ​ເປັນເມັດ​ທີ່​ເກັບກ່ຽວ​ແຕ່ຕົ້ນປີ​ພ້ອມທັງ​ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ໝາກໄມ້​ຊະນິດ​ຕ່າງໆ​ມາ​ໃຫ້​ປະໂຣຫິດ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າ. ພວກ​ຂ້ານ້ອຍ​ຈະ​ນຳ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ຈາກ​ໄຮ່​ນາ ແລະ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ຈາກ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ມາ​ໃຫ້​ຊາວ​ເລວີ.


ຈົ່ງ​ນຳ​ພືດຜົນ​ທີ່​ດີ​ເລີດ ຊຶ່ງ​ໄດ້​ເກັບກ່ຽວ​ຄັ້ງແຮກ ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ຕົ້ມ​ຊີ້ນ​ລູກແກະ ຫລື​ລູກ​ແບ້​ດ້ວຍ​ນໍ້ານົມ​ແມ່​ຂອງ​ມັນ.


ຈົ່ງ​ນຳ​ພືດຜົນ​ທີ່​ດີເລີດ​ຊຶ່ງ​ເກັບກ່ຽວ​ແຕ່ລະ​ຫົວປີ ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ຕົ້ມ​ຊີ້ນ​ລູກແກະ​ຫລື​ລູກ​ແບ້​ດ້ວຍ​ນໍ້ານົມ​ແມ່​ຂອງ​ມັນ.”


ພວກ​ປະໂຣຫິດ​ຈະ​ໄດ້​ຮັບ​ພືດຜົນ​ດີທີ່ສຸດ​ໃນ​ລະດູ​ເກັບກ່ຽວ​ຄັ້ງ​ທຳອິດ ແລະ​ສິ່ງ​ອື່ນໆ​ທຸກຢ່າງ​ທີ່​ໄດ້​ຖວາຍ​ແກ່​ເຮົາ. ທຸກ​ເທື່ອ​ທີ່​ປະຊາຊົນ​ເຮັດ​ເຂົ້າຈີ່ ພວກເຂົາ​ຕ້ອງ​ເອົາ​ເຂົ້າຈີ່​ກ້ອນ​ທຳອິດ​ໃຫ້​ປະໂຣຫິດ​ເປັນ​ເຄື່ອງ​ຖວາຍ ແລະ​ພຣະພອນ​ຂອງເຮົາ​ກໍ​ຈະ​ດຳລົງ​ຢູ່​ໃນ​ຄອບຄົວ​ຂອງ​ພວກ​ເຂົາເຈົ້າ.


ພືດຜົນ​ເປັນເມັດ​ຫົວປີ​ທີ່​ພວກເຈົ້າ​ເກັບກ່ຽວ​ໄດ້​ແຕ່ລະ​ປີ​ນັ້ນ ຕ້ອງ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ເຄື່ອງ​ຖວາຍ​ເຊັ່ນ​ນີ້​ຢ່າ​ໄດ້​ເຜົາ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ.


ເມື່ອ​ເຈົ້າ​ນຳ​ພືດຜົນ​ເປັນເມັດ​ທີ່​ເກັບກ່ຽວ​ໄດ້​ແຕ່ລະ​ປີ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ຈົ່ງ​ຢ້າງ​ໄຟ​ຫລື​ບົດ​ໃຫ້​ໝຸ່ນ​ລະອຽດ​ເສຍ​ກ່ອນ ຈຶ່ງ​ນຳ​ມາ​ຖວາຍ.


ປະໂຣຫິດ​ຈະ​ຕ້ອງ​ນຳ​ເຄື່ອງ​ບູຊາ​ນີ້​ແກວ່ງໄປ​ແກວ່ງມາ ພ້ອມ​ກັບ​ລູກແກະ​ສອງ​ໂຕ ມາ​ຖວາຍ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ. ເຄື່ອງ​ຖວາຍ​ເຫຼົ່ານີ້​ແມ່ນ​ເຄື່ອງ​ຖວາຍ​ບູຊາ​ສັກສິດ​ແກ່​ພຣະເຈົ້າຢາເວ​ສຳລັບ​ປະໂຣຫິດ.


ຈົ່ງ​ຖວາຍ​ເຂົ້າຈີ່​ທີ່​ເຮັດ​ນັ້ນ ເປັນ​ຂອງ​ຖວາຍ​ພິເສດ​ຖວາຍ​ແກ່​ພຣະເຈົ້າຢາເວ​ທຸກຍຸກ​ທຸກສະໄໝ​ສືບໄປ.


ຜົນລະປູກ​ຫົວປີ​ອັນ​ດີທີ່ສຸດ ຊຶ່ງ​ຊາວ​ອິດສະຣາເອນ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ແຕ່ລະປີ​ເຊັ່ນ: ນໍ້າມັນ​ໝາກກອກເທດ, ເຫຼົ້າ​ອະງຸ່ນ ແລະ​ພືດຜົນ​ເປັນເມັດ​ເຮົາ​ໄດ້​ມອບ​ໃຫ້​ແກ່​ເຈົ້າ.


ແຕ່​ກ່ອນ​ອື່ນ​ໝົດ ເຈົ້າ​ທັງຫລາຍ​ຈົ່ງ​ສະແຫວງ​ຫາ​ຣາຊອານາຈັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ ແລ້ວ​ພຣະອົງ​ຈະ​ຊົງ​ເພີ່ມເຕີມ​ສິ່ງ​ທັງປວງ​ເຫຼົ່ານີ້​ໃຫ້​ແກ່​ພວກເຈົ້າ.


ຖ້າ​ເຂົ້າຈີ່​ກ້ອນ​ທຳອິດ ຖືກ​ຖວາຍ​ເປັນ​ຜົນແລກ​ແກ່​ພຣະເຈົ້າ​ນັ້ນ ເປັນ​ຂອງ​ສັກສິດ ແປ້ງ​ທີ່​ນວດ​ແລ້ວ​ທັງ​ອ່າງ ກໍ​ເປັນ​ຂອງ​ສັກສິດ​ແລ້ວ​ເໝືອນກັນ ຖ້າ​ຮາກ​ຕົ້ນໄມ້​ຖືກ​ຖວາຍ​ນັ້ນ ເປັນ​ບໍຣິສຸດ​ແລ້ວ ກິ່ງກ້ານ​ທັງໝົດ​ກໍ​ເປັນ​ອັນ​ບໍຣິສຸດ​ຂອງ​ພຣະອົງ​ດ້ວຍ​ເໝືອນກັນ.


ແຕ່​ທີ່​ຈິງ ພຣະຄຣິດ​ໄດ້​ຊົງ​ຖືກ​ບັນດານ​ໃຫ້​ຄືນພຣະຊົນ​ແລ້ວ ແລະ​ຊົງ​ເປັນ​ຜົນແລກ​ໃນ​ພວກ​ຄົນ​ທີ່​ລ່ວງລັບ​ໄປ​ແລ້ວ​ນັ້ນ.


“ຈົ່ງ​ແບ່ງ​ຜົນລະປູກ​ທີ່​ໄດ້​ຈາກ​ໄຮ່ນາ​ຮົ້ວສວນ​ຂອງ​ພວກເຈົ້າ​ແຕ່ລະ​ປີ​ນັ້ນ ອອກ​ມາ​ເປັນ​ສິບ​ສ່ວນ ແລະ​ຫັກ​ເອົາ​ໜຶ່ງ​ສ່ວນ​ໄວ້.


ແລ້ວ​ຈົ່ງ​ໄປ​ທີ່​ແຫ່ງ​ດຽວ​ເທົ່ານັ້ນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເລືອກ​ໄວ້​ໃຫ້​ນະມັດສະການ. ຈົ່ງ​ກິນ​ພືດຜົນ​ເປັນເມັດ, ດື່ມ​ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ ລູກຫົວປີ​ຂອງ​ງົວ​ແລະ​ຂອງ​ແກະ​ທີ່​ໄດ້​ຖືກ​ນຳ​ມາ​ຖວາຍ​ເປັນ​ໜຶ່ງສ່ວນສິບ​ຊ້ອງໜ້າ​ພຣະອົງ​ໃນ​ທີ່ນັ້ນ. ຈົ່ງ​ປະຕິບັດ​ເຊັ່ນນີ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮຽນຮູ້​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຕະຫລອດໄປ.


“ຫລັງຈາກ​ຟາດ​ເຂົ້າ​ແລະ​ບີບ​ໝາກອະງຸ່ນ​ແລ້ວໆ ຈົ່ງ​ສະຫລອງ​ເທດສະການ​ປຸກຕູບຢູ່​ເປັນ​ເວລາ​ເຈັດ​ວັນ.


ໂດຍ​ນໍ້າພຣະໄທ​ຂອງ​ພຣະອົງ​ເອງ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ບັນດານ​ໃຫ້​ພວກເຮົາ​ບັງເກີດ​ດ້ວຍ​ພຣະທຳ​ອັນ​ສັດຈິງ ເພື່ອ​ພວກເຮົາ​ຈະ​ເປັນ​ຢ່າງ​ຜົນ​ທຳອິດ ແຫ່ງ​ສິ່ງ​ທັງຫລາຍ​ທີ່​ພຣະອົງ​ຊົງ​ສ້າງ.


ຄົນ​ເຫຼົ່ານີ້ ເປັນ​ຜູ້​ທີ່​ບໍ່ມີ​ຄວາມຊົ່ວ​ມົວໝອງ​ກັບ​ແມ່ຍິງ ເພາະ​ພວກເຂົາ​ເປັນ​ພວກ​ພົມມະຈາຣີ. ພຣະ​ເມສານ້ອຍ​ສະເດັດ​ໄປ​ທາງ​ໃດ ແມ່ນ​ຄົນ​ເຫຼົ່ານີ້ ທີ່​ຕາມ​ສະເດັດ​ໄປ. ພວກເພິ່ນ​ໄດ້ຖືກ​ຊົງ​ໄຖ່​ໄວ້​ຈາກ​ມວນ​ມະນຸດ ເພື່ອ​ເປັນ​ຜົນ​ທໍາອິດ​ຖວາຍ​ແດ່​ພຣະເຈົ້າ ແລະ​ພຣະ​ເມສານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka