ຈົດບັນຊີ 15:15 - ພຣະຄຳພີສັກສິ15 ໃຫ້ພວກເຈົ້າເອງ ແລະຄົນຕ່າງດ້າວທີ່ຢູ່ນຳພວກເຈົ້າ ປະຕິບັດຕາມແບບດຽວກັນນີ້ ທຸກຍຸກທຸກສະໄໝສືບໄປ. ພວກເຈົ້າ ແລະພວກເຂົາມີຄຸນຄ່າເທົ່າທຽມກັນ ຕໍ່ໜ້າຂອງພຣະເຈົ້າຢາເວ Uka jalj uñjjattʼäta |
ອາໂຣນກັບພວກລູກຊາຍຂອງລາວຕ້ອງນຸ່ງສົ້ງຂາສັ້ນຢູ່ປະຈຳ ເມື່ອພວກເຂົາເຂົ້າມາຫໍເຕັນບ່ອນຊຸມນຸມ ຫລືເຂົ້າມາໃກ້ແທ່ນບູຊາເວລາບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດທີ່ບ່ອນສັກສິດ ເພື່ອພວກເຂົາຈະບໍ່ຕາຍຍ້ອນວ່າບໍ່ປົກປິດຕົນຕົວ. ອັນນີ້ແມ່ນກົດເກນອັນຖາວອນ ຊຶ່ງອາໂຣນແລະເຊື້ອສາຍຂອງລາວ ຈະຕ້ອງປະຕິບັດຕະຫລອດໄປ.”
ຊາວອິດສະຣາເອນພ້ອມທັງພວກຜູ້ນຳ, ບັນດາເຈົ້າໜ້າທີ່, ພວກຜູ້ຕັດສິນ, ຕະຫລອດທັງຄົນຕ່າງດ້າວທີ່ອາໄສຢູ່ນຳພວກເຂົາ ຕ່າງກໍໄດ້ຢືນຢູ່ສອງຟາກຂ້າງຂອງຫີບພັນທະສັນຍາຂອງພຣະເຈົ້າຢາເວ ໂດຍປິ່ນໜ້າໃສ່ປະໂຣຫິດຊາວເລວີຜູ້ທີ່ມີໜ້າທີ່ຫາມຫີບ. ປະຊາຊົນເຄິ່ງໜຶ່ງໄດ້ຢືນປິ່ນຫລັງໃສ່ພູເຂົາເກຣີຊິມ ແລະອີກເຄິ່ງໜຶ່ງໄດ້ຢືນປິ່ນຫລັງໃສ່ພູເຂົາເອບານ. ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໃຫ້ພວກເຂົາເຮັດເຊັ່ນນີ້ ເມື່ອເຖິງເວລາທີ່ພວກເຂົາຈະຮັບພອນ.