ໃຫ້ມອບລະບຽບການທັງໝົດນີ້ ແກ່ອາໂຣນແລະພວກລູກຊາຍຂອງລາວກັບປະຊາຊົນອິດສະຣາເອນ ດັ່ງຕໍ່ໄປນີ້: “ເມື່ອຄົນອິດສະຣາເອນຫລືຄົນຕ່າງດ້າວທີ່ອາໄສຢູ່ໃນດິນແດນອິດສະຣາເອນ ນຳເຄື່ອງມາເພື່ອເຜົາຖວາຍບໍ່ວ່າເພື່ອແກ້ບະບົນ ຫລືດ້ວຍໃຈສັດທາແກ່ພຣະເຈົ້າຢາເວ ສັດທີ່ຈະຖວາຍນັ້ນຕ້ອງເປັນໂຕທີ່ມີສຸຂະພາບດີແລະບໍ່ມີຕຳໜິ.