ຈົດບັນຊີ 14:8 - ພຣະຄຳພີສັກສິ8 ຖ້າພຣະເຈົ້າຢາເວຫາກພໍໃຈນຳພວກເຮົາ ພຣະອົງກໍຈະນຳພາພວກເຮົາໄປທີ່ນັ້ນ ແລະມອບດິນແດນທີ່ອຸດົມແລະຮັ່ງມີໃຫ້ແກ່ພວກເຮົາ. Uka jalj uñjjattʼäta |
ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ພຣະອົງໄດ້ສຳແດງໃຫ້ເຫັນວ່າພຣະອົງພໍໃຈນຳທ່ານຫລາຍທີ່ສຸດ ຈຶ່ງແຕ່ງຕັ້ງທ່ານໃຫ້ເປັນກະສັດແຫ່ງຊາດອິດສະຣາເອນ. ເພາະຄວາມຮັກຂອງພຣະເຈົ້າຢາເວສຳລັບຊາດອິດສະຣາເອນມີຕະຫລອດໄປ ພຣະອົງຈຶ່ງໄດ້ແຕ່ງຕັ້ງທ່ານໃຫ້ເປັນກະສັດຂອງພວກເຂົາ ເພື່ອທ່ານຈະຮັກສາກົດບັນຍັດແລະຄວາມຍຸດຕິທຳໄວ້.”
ຈົນກວ່າຂ້າພະເຈົ້າຈະຈັດຫາບ່ອນໃຫ້ພວກທ່ານຕັ້ງຖິ່ນຖານຢູ່ໃນປະເທດໜຶ່ງ ຊຶ່ງຄ້າຍຄືກັບປະເທດຂອງພວກທ່ານເອງ ບ່ອນທີ່ມີສວນອະງຸ່ນເພື່ອເຮັດເຫຼົ້າອະງຸ່ນ ແລະມີເຂົ້າເພື່ອເຮັດເຂົ້າຈີ່; ເປັນດິນແດນແຫ່ງໝາກກອກເທດ, ນໍ້າມັນໝາກກອກ ແລະນໍ້າເຜິ້ງ. ຖ້າພວກທ່ານປະຕິບັດຕາມຄຳສັ່ງຂອງເພິ່ນ ພວກທ່ານກໍຈະບໍ່ຕາຍແຕ່ມີຊີວິດຢູ່. ຢ່າປ່ອຍໃຫ້ເຮເຊກີຢາຫລອກລວງພວກທ່ານໃຫ້ຄິດວ່າ ພຣະເຈົ້າຢາເວຈະຊ່ວຍກູ້ເອົາພວກທ່ານ.
ຄົນຈະບໍ່ເອີ້ນເຈົ້າອີກຕໍ່ໄປວ່າ, “ຜູ້ຖືກປະຖິ້ມ.” ຄົນຈະບໍ່ເອີ້ນຢ່າງນີ້ອີກວ່າ, “ເມຍທີ່ຜົວໜີປະ.” ສຳລັບດິນແດນຂອງເຈົ້າຄົນຈະເວົ້າກັນວ່າ, “ພຣະເຈົ້າພໍໃຈນຳນາງ” ຄືຊື່ໃໝ່ຂອງເຈົ້າ. ຄົນຈະເອີ້ນວ່າ, “ຜູ້ແຕ່ງງານທີ່ມີຄວາມສຸກ”. ສຳລັບກ່າວເຖິງດິນແດນຂອງເຈົ້າ ເພາະພຣະເຈົ້າຢາເວພໍໃຈນຳເຈົ້າໃດ ພຣະອົງຈະເປັນຜົວສຳລັບດິນແດນຂອງເຈົ້າ.
ບັດນີ້ ຂໍທ່ານຈົ່ງມອບດິນແດນທາງເຂດເນີນພູໃຫ້ຂ້າພະເຈົ້າສາ ເພາະພຣະເຈົ້າຢາເວໄດ້ສັນຍາໄວ້ກັບຂ້າພະເຈົ້າ ໃນມື້ທີ່ຂ້າພະເຈົ້າແລະຄົນຂອງຂ້າພະເຈົ້າໄດ້ລາຍງານ. ໃນສະໄໝນັ້ນ ພວກຂ້າພະເຈົ້າໄດ້ບອກທ່ານແລ້ວວ່າ ມີເຊື້ອຊາດຂອງຄົນຮ່າງໃຫຍ່ຊື່ວ່າ, ອານາກີມ ໄດ້ຢູ່ໃນເມືອງທີ່ມີປ້ອມປ້ອງກັນ. ຖ້າວ່າພຣະເຈົ້າຢາເວສະຖິດຢູ່ນຳຂ້າພະເຈົ້າແທ້ ຂ້າພະເຈົ້າຈະຂັບໄລ່ພວກເຂົາອອກໄປ ຕາມທີ່ພຣະເຈົ້າຢາເວໄດ້ບອກໄວ້ນັ້ນ.”