Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 14:45 - ພຣະຄຳພີສັກສິ

45 ແລ້ວ​ພວກ​ອາມາເຫຼັກ​ແລະ​ພວກ​ການາອານ​ທີ່​ຢູ່​ໃນ​ທີ່ນັ້ນ​ກໍໄດ້​ໂຈມຕີ​ຄືນ ແລະ​ຂັບໄລ່​ພວກເຂົາ​ໃຫ້​ພ່າຍແພ້​ຢ່າງ​ສິ້ນເຊີງ​ທີ່​ເມືອງ​ໂຮມາ.

Uka jalj uñjjattʼäta Copia luraña




ຈົດບັນຊີ 14:45
14 Jak'a apnaqawi uñst'ayäwi  

ພຣະອົງ​ໃຫ້​ອາວຸດ​ຂອງ​ລາວ​ໃຊ້​ການ​ບໍ່ໄດ້​ເລີຍ ພຣະອົງ​ໄດ້​ໃຫ້​ລາວ​ເສຍໄຊ​ຢູ່​ໃນ​ສະໜາມຮົບ.


ເພິ່ນ​ໄດ້​ກ່າວ​ວ່າ, “ຈົ່ງ​ຍົກ​ສູງ​ທຸງໄຊ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າຢາເວ​ຈະ​ສູ້ຮົບ​ກັບ​ຊາວ​ອາມາເຫຼັກ​ຕະຫລອດໄປ.”


ຊາວ​ອາມາເຫຼັກ​ອາໄສ​ຢູ່​ທາງທິດໃຕ້​ຂອງ​ດິນແດນ; ຊາວ​ຮິດຕີ, ຊາວ​ເຢບຸດ ແລະ​ຊາວ​ອາໂມ​ອາໄສ​ຢູ່​ເຂດ​ເນີນພູ ແລະ​ຊາວ​ການາອານ​ກໍ​ອາໄສ​ຢູ່​ຕາມ​ຝັ່ງ​ທີ່​ທະເລ​ເມດີແຕຣາເນ​ແລະ​ຝັ່ງ​ແມ່ນໍ້າ​ຈໍແດນ.”


ເມື່ອ​ພວກເຈົ້າ​ປະເຊີນ​ໜ້າ​ກັບ​ຊາວ​ອາມາເຫຼັກ ແລະ​ຊາວ​ການາອານ​ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຕາຍ​ຢູ່​ໃນ​ສະໜາມຮົບ; ເພາະວ່າ​ພວກເຈົ້າ​ບໍ່​ຍິນຍອມ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ຈະ​ບໍ່​ສະຖິດ​ຢູ່​ນຳ​ພວກເຈົ້າ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ,


ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຂອງ​ຊາວ​ອິດສະຣາເອນ ຈຶ່ງ​ຊ່ວຍ​ພວກເຂົາ​ຕີ​ຊະນະ​ພວກ​ການາອານ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ທຳລາຍ​ຊາວ​ເມືອງ ແລະ​ເມືອງ​ຕ່າງໆ​ຂອງ​ພວກເຂົາ​ຖິ້ມ​ໝົດ ແລະ​ໄດ້​ໃສ່​ຊື່​ບ່ອນ​ນັ້ນ​ວ່າ​ໂຮມາ.


ແລ້ວ​ຊາວ​ອາໂມ​ທີ່​ໄດ້​ອາໄສ​ຢູ່​ຕາມ​ເຂດ​ເນີນພູ ກໍ​ອອກ​ມາ​ສູ້ຮົບ​ພວກເຈົ້າ ເໝືອນ​ດັ່ງ​ໂຕ​ເຜິ້ງ​ທີ່​ບິນ​ອອກ​ຈາກ​ຮັງ​ຂອງ​ມັນ. ພວກເຂົາ​ໄດ້​ໄລ່​ຕາມລ່າ​ພວກເຈົ້າ​ໃນ​ເຂດ​ເອໂດມ​ມາ​ຈົນເຖິງ​ໂຮມາ ແລະ​ຊະນະ​ພວກເຈົ້າ​ຢູ່​ທີ່​ນັ້ນ.


ເປັນຫຍັງ​ຄົນ​ຜູ້ດຽວ​ນັ້ນ ຈຶ່ງ​ຊະນະ​ຄົນ​ເປັນພັນ ແລະ​ເປັນຫຍັງ​ພຽງ​ສອງ​ຄົນ ຈຶ່ງ​ຊະນະ​ຄົນ​ເປັນ​ໝື່ນ? ກໍ​ເພາະວ່າ​ພຣະເຈົ້າ​ໄດ້​ປະຖິ້ມ​ພວກເຂົາ ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ໄດ້​ໃຫ້​ພວກເຂົາ​ພ່າຍແພ້.


ຊາວ​ເມືອງ​ອາອີ​ໄດ້​ຂັບໄລ່​ຊາວ​ອິດສະຣາເອນ​ຈາກ​ປະຕູ​ເມືອງ ໃຫ້​ຖອຍໜີ​ໄປ​ຈົນເຖິງ​ເຊບາຣິມ ແລະ​ຂ້າ​ພວກເຂົາ​ຕາມ​ເນີນພູ ປະມານ 36 ຄົນ. ເມື່ອ​ເຫັນ​ເປັນ​ເຊັ່ນນີ້ ພວກ​ອິດສະຣາເອນ​ຈຶ່ງ​ເສຍຂວັນ​ແລະ​ຢ້ານກົວ.


ຊາວ​ຢູດາ​ໄດ້​ໄປ​ກັບ​ຊາວ​ຊີເມໂອນ ແລະ​ຮ່ວມ​ກັນ​ຕີ​ຊະນະ​ຊາວ​ການາອານ​ຢູ່​ທີ່​ເມືອງ​ເຊຟັດ. ພວກເຂົາ​ໄດ້​ທຳລາຍ​ເມືອງ​ຖິ້ມ​ຈົນກ້ຽງ ແລະ​ຕັ້ງ​ຊື່​ໃໝ່​ໃຫ້​ເມືອງ​ນີ້​ວ່າ ໂຮມາ.


ໃນ​ສະໄໝ​ນັ້ນ ດາວິດ​ກັບ​ທະຫານ​ຂອງ​ເພິ່ນ​ກໍໄດ້​ໂຈມຕີ​ຊາວ​ເກຊູ, ຊາວ​ກີຣິຊີ ແລະ​ຊາວ​ອາມາເຫຼັກ ຊຶ່ງ​ເປັນ​ພວກ​ທີ່​ຢູ່​ໃນ​ດິນແດນ​ນັ້ນ​ດົນນານ​ມາ​ແລ້ວ. ເພິ່ນ​ໄດ້​ຫລອນ​ໂຈມຕີ​ດິນແດນ​ຂອງ​ພວກເຂົາ ໄປ​ຈົນເຖິງ​ເມືອງ​ຊູເຣ​ແລະ​ລົງ​ໄປ​ເຖິງ​ດິນແດນ​ປະເທດ​ເອຢິບ.


ແລະ​ໃຫ້​ປະຊາຊົນ​ຕາມ​ຫົວເມືອງຕ່າງໆ​ຂອງ​ໂຮມາ, ໂບຣາຊານ, ອາຕາກ,


ພວກ​ຟີລິດສະຕິນ​ເປັນ​ຝ່າຍ​ລົງມື​ໂຈມຕີ​ກ່ອນ ແລະ​ຫລັງຈາກ​ຕໍ່ສູ້​ກັນ​ຢ່າງ​ດຸເດືອດ​ແລ້ວ ພວກເຂົາ​ຈຶ່ງ​ຕີ​ຊະນະ​ພວກ​ອິດສະຣາເອນ ໂດຍ​ຂ້າ​ພວກເຂົາ​ຕາຍ​ໃນ​ສະໜາມຮົບ​ປະມານ​ສີ່ພັນ​ຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka