Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 14:44 - ພຣະຄຳພີສັກສິ

44 ແຕ່​ພວກເຂົາ​ກໍ​ຍັງ​ຕັ້ງໃຈ​ຂຶ້ນ​ໄປ​ເທິງ​ເນີນພູ​ສູງ ໂດຍ​ທີ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ແລະ​ໂມເຊ​ຍັງ​ຢູ່​ໃນ​ຄ້າຍ.

Uka jalj uñjjattʼäta Copia luraña




ຈົດບັນຊີ 14:44
6 Jak'a apnaqawi uñst'ayäwi  

ເມື່ອ​ປະຊາຊົນ​ອອກ​ຈາກ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ໄປ​ນັ້ນ ພວກເຂົາ​ໄດ້​ເດີນທາງ​ເປັນ​ເວລາ​ສາມ​ວັນ. ພວກເຂົາ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ອອກ​ໜ້າ​ໄປ​ກ່ອນ ເພື່ອ​ຊອກຫາ​ບ່ອນ​ຕັ້ງ​ຄ້າຍພັກ.


ເມື່ອ​ພວກເຈົ້າ​ປະເຊີນ​ໜ້າ​ກັບ​ຊາວ​ອາມາເຫຼັກ ແລະ​ຊາວ​ການາອານ​ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຕາຍ​ຢູ່​ໃນ​ສະໜາມຮົບ; ເພາະວ່າ​ພວກເຈົ້າ​ບໍ່​ຍິນຍອມ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ຈະ​ບໍ່​ສະຖິດ​ຢູ່​ນຳ​ພວກເຈົ້າ.”


ແຕ່​ຖ້າ​ບຸກຄົນ​ໃດ ບໍ່​ວ່າ​ຄົນ​ອິດສະຣາເອນ​ໂດຍ​ກຳເນີດ ຫລື​ຄົນ​ຕ່າງດ້າວ​ທີ່​ໄດ້​ມາ​ອາໄສ​ຢູ່​ນຳ​ກໍດີ ຫາກ​ເຮັດ​ບາບ​ໂດຍ​ຕັ້ງໃຈ​ດູໝິ່ນ​ປະໝາດ​ພຣະເຈົ້າຢາເວ ກໍ​ໃຫ້​ລົງໂທດ​ບຸກຄົນ​ນັ້ນ​ໃຫ້​ເຖິງ​ຕາຍ;


ໂມເຊ​ໄດ້​ສົ່ງ​ທະຫານ​ເຫຼົ່ານີ້​ອອກ​ສູ້ຮົບ​ພາຍໃຕ້​ການ​ບັນຊາ​ຂອງ​ຟີເນຮາ ລູກຊາຍ​ຂອງ​ປະໂຣຫິດ​ເອເລອາຊາ. ຟີເນຮາ​ຮັບຜິດຊອບ​ສິ່ງຂອງ​ໃນ​ຫໍເຕັນ ແລະ​ແກ​ສຳລັບ​ເປົ່າ​ເປັນ​ສັນຍານ​ສູ້ຮົບ.


ຂ້າພະເຈົ້າ​ໄດ້​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແລ້ວ ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ ແລະ​ທັງ​ຂັດຂືນ​ຄຳສັ່ງ​ຂອງ​ພຣະອົງ ໂດຍ​ຍ່າງ​ມຸ້ງໜ້າ​ໄປ​ສູ່​ເຂດ​ເນີນພູ​ຢ່າງ​ອົງອາດ​ທະນົງ​ຕົວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka