Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 14:42 - ພຣະຄຳພີສັກສິ

42 ຢ່າໄປເລີຍ ເພາະ​ພຣະເຈົ້າຢາເວ​ຈະ​ບໍ່​ສະຖິດ​ຢູ່​ນຳ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ພ່າຍແພ້​ພວກ​ສັດຕູ.

Uka jalj uñjjattʼäta Copia luraña




ຈົດບັນຊີ 14:42
9 Jak'a apnaqawi uñst'ayäwi  

ແລະ​ລາວ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ອາສາ. ລາວ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພະຣາຊາ ແລະ​ພວກທ່ານ​ທີ່​ເປັນ​ຊາວ​ຢູດາ​ແລະ​ຊາວ​ເບັນຢາມິນ​ເອີຍ ຈົ່ງ​ຟັງ​ຂ້ານ້ອຍ​ເຖີດ ພຣະເຈົ້າຢາເວ​ຈະ​ສະຖິດ​ຢູ່​ນຳ​ພວກທ່ານ ຕາບໃດ​ທີ່​ພວກທ່ານ​ຢູ່​ກັບ​ພຣະອົງ. ຖ້າ​ພວກທ່ານ​ຊອກ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ພວກທ່ານ​ໄດ້​ພົບ​ພຣະອົງ; ແຕ່​ຖ້າ​ພວກທ່ານ​ຫັນໜີ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ພວກທ່ານ.


ພຣະອົງ​ໃຫ້​ອາວຸດ​ຂອງ​ລາວ​ໃຊ້​ການ​ບໍ່ໄດ້​ເລີຍ ພຣະອົງ​ໄດ້​ໃຫ້​ລາວ​ເສຍໄຊ​ຢູ່​ໃນ​ສະໜາມຮົບ.


ເມື່ອ​ພວກເຈົ້າ​ປະເຊີນ​ໜ້າ​ກັບ​ຊາວ​ອາມາເຫຼັກ ແລະ​ຊາວ​ການາອານ​ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຕາຍ​ຢູ່​ໃນ​ສະໜາມຮົບ; ເພາະວ່າ​ພວກເຈົ້າ​ບໍ່​ຍິນຍອມ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ຈະ​ບໍ່​ສະຖິດ​ຢູ່​ນຳ​ພວກເຈົ້າ.”


ແຕ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ເຕືອນ​ພວກເຂົາ​ຢ່າ​ໃຫ້​ໄປ​ໂຈມຕີ ເພາະ​ເຮົາ​ຈະ​ບໍ່​ສະຖິດ​ຢູ່​ນຳ ແລະ​ສັດຕູ​ຈະ​ມີ​ໄຊຊະນະ​ເໜືອ​ພວກເຂົາ.’


ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ ເຮົາ​ຈະ​ຄຽດຮ້າຍ​ພວກເຂົາ ເຮົາ​ຈະ​ປະຖິ້ມ​ພວກເຂົາ​ແລະ​ພວກເຂົາ​ຈະ​ຖືກ​ທຳລາຍ. ໄພພິບັດ​ອັນ​ຮ້າຍແຮງ​ຫລາຍ​ຢ່າງ​ຈະ​ມາ​ເຖິງ​ພວກເຂົາ ແລ້ວ​ພວກເຂົາ​ຈະ​ຮູ້​ແນ່ແທ້​ວ່າ ສິ່ງ​ເຫຼົ່ານີ້​ທີ່​ເກີດຂຶ້ນ​ກັບ​ພວກເຂົາ ກໍ​ຍ້ອນ​ວ່າ​ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຂົາ​ບໍ່​ຢູ່​ນຳ​ພວກເຂົາ​ອີກ​ຕໍ່ໄປ.


ດ້ວຍເຫດນີ້ ຊາວ​ອິດສະຣາເອນ​ຈຶ່ງ​ສູ້ຮົບ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ບໍ່ໄດ້. ພວກເຂົາ​ຖືກ​ຕີ​ໃຫ້​ຖອຍໜີ​ໄປ ກໍ​ຍ້ອນ​ວ່າ​ພວກເຂົາ​ເປັນ​ຝ່າຍ​ທີ່​ຕ້ອງ​ຖືກ​ທຳລາຍ ເຮົາ​ຈະ​ບໍ່​ຢູ່​ກັບ​ພວກເຈົ້າ​ຕໍ່ໄປ ຈົນກວ່າ​ພວກເຈົ້າ​ຈະ​ທຳລາຍ​ສິ່ງ​ທີ່​ເຮົາ​ຫ້າມ​ບໍ່​ໃຫ້​ເອົາ​ນັ້ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ກ່າວ​ຫຍັງ​ໄດ້​ແດ່? ບັດນີ້ ຈະ​ໃຫ້​ຊາວ​ອິດສະຣາເອນ​ປົບໜີ​ຕໍ່ໜ້າ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຊັ້ນບໍ?


ນາງ​ເດລີລາ​ຮ້ອງ​ຂຶ້ນ​ວ່າ, “ແຊມຊັນ ພວກ​ຟີລິດສະຕິນ​ກຳລັງ​ມາ.” ແຊມຊັນ​ຈຶ່ງ​ລຸກ​ຂຶ້ນ​ແລະ​ຄິດ​ວ່າ, “ຂ້ອຍ​ຈະ​ໄປ​ໄດ້​ຢ່າງ​ສະບາຍ​ດັ່ງ​ແຕ່​ກ່ອນ.” ລາວ​ບໍ່​ຮູ້​ເລີຍ​ວ່າ​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ນຳ​ລາວ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka