ແລ້ວພຣະວິນຍານຂອງພຣະເຈົ້າໄດ້ຄວບຄຸມເຊກາຣີຢາລູກຊາຍຂອງປະໂຣຫິດເຢໂຮຍອາດາ. ເພິ່ນໄດ້ຢືນຂຶ້ນໃນບ່ອນທີ່ປະຊາຊົນເຫັນເພິ່ນໄດ້ ແລະຮ້ອງຂຶ້ນວ່າ, “ພຣະເຈົ້າຖາມວ່າ, ເປັນຫຍັງພວກທ່ານຈຶ່ງບໍ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ແລະກຳລັງນຳເອົາຄວາມຈິບຫາຍມາສູ່ພວກທ່ານເອງ ພວກທ່ານໄດ້ປະຖິ້ມພຣະເຈົ້າຢາເວ. ສະນັ້ນ ພຣະອົງຈຶ່ງຈະປະຖິ້ມພວກທ່ານເໝືອນກັນ.”