Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 14:40 - ພຣະຄຳພີສັກສິ

40 ພວກເຂົາ​ໄດ້​ລຸກຂື້ນ​ຕັ້ງແຕ່​ເຊົ້າໆ ແລະ​ພວກເຂົາ​ໄດ້​ຂື້ນ​ໄປ​ເທິງ​ເນີນພູ​ສູງ​ໂດຍ​ເວົ້າ​ວ່າ, “ບັດນີ້ ພວກເຮົາ​ພ້ອມແລ້ວ​ທີ່​ຈະ​ໄປ​ສູ່​ດິນແດນ​ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ສັນຍາ​ໄວ້. ພວກເຮົາ​ຍອມ​ຮັບ​ວ່າ​ພວກເຮົາ​ໄດ້​ເຮັດ​ບາບ​ແລ້ວ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 14:40
8 Jak'a apnaqawi uñst'ayäwi  

ຊາຕາກຳ​ອັນດຽວ​ມາ​ສູ່​ທຸກຄົນ​ສະເໝີ​ໜ້າ​ກັນ ແລະ​ອັນ​ນີ້​ແມ່ນ​ຜິດ​ຈາກ​ເຫດການ​ໃດໆ ທີ່​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ. ຕາບໃດ​ທີ່​ມະນຸດ​ມີ​ຊີວິດ​ຢູ່ ຕາບນັ້ນ​ຄວາມຄິດ​ຂອງ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ແລະ​ຄວາມ​ບ້າບໍ ແລະ​ພວກເຂົາ​ກໍ​ຕາຍໄປ​ໃນ​ທັນໃດນັ້ນ.


ແຕ່​ຖ້າ​ບຸກຄົນ​ໃດ ບໍ່​ວ່າ​ຄົນ​ອິດສະຣາເອນ​ໂດຍ​ກຳເນີດ ຫລື​ຄົນ​ຕ່າງດ້າວ​ທີ່​ໄດ້​ມາ​ອາໄສ​ຢູ່​ນຳ​ກໍດີ ຫາກ​ເຮັດ​ບາບ​ໂດຍ​ຕັ້ງໃຈ​ດູໝິ່ນ​ປະໝາດ​ພຣະເຈົ້າຢາເວ ກໍ​ໃຫ້​ລົງໂທດ​ບຸກຄົນ​ນັ້ນ​ໃຫ້​ເຖິງ​ຕາຍ;


ບາລາອາມ​ໄດ້ກ່າວ​ຕໍ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ເຮັດ​ຜິດ​ສາ​ແລ້ວ ເພາະ​ຂ້ານ້ອຍ​ບໍ່​ຮູ້​ວ່າ​ທ່ານ​ຢືນ​ຂວາງ​ທາງ​ໄວ້, ແຕ່ບັດນີ້​ຖ້າ​ຫາກ​ທ່ານ​ເຫັນ​ວ່າ ການ​ໄປ​ຂອງ​ຂ້ານ້ອຍ​ນັ້ນ​ບໍ່​ເປັນ​ການ​ສົມຄວນ ຂ້ານ້ອຍ​ກໍ​ຈະ​ກັບຄືນ​ເມືອ.”


ເມື່ອ​ເຈົ້າ​ຂອງ​ເຮືອນ​ລຸກ​ຂຶ້ນ​ແລະ​ອັດ​ປະຕູ​ແລ້ວ ເຈົ້າ​ທັງຫລາຍ​ກໍ​ຈະ​ຢືນ​ຢູ່​ຂ້າງ​ນອກ ເລີ່ມ​ເອີ້ນ​ເພິ່ນ​ທັງ​ເຄາະ​ປະຕູ ແລະ​ວິງວອນ​ຂໍ​ວ່າ, ‘ພຣະອົງເຈົ້າ​ເອີຍ ໂຜດ​ໄຂ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ແດ່ທ້ອນ.’ ແລ້ວ​ເພິ່ນ​ກໍ​ຈະ​ຕອບ​ເຈົ້າ​ທັງຫລາຍ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ແລະ​ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ແຕ່​ໃສ!’


ພວກເຈົ້າ​ຕອບ​ວ່າ, ‘ໂມເຊ​ເອີຍ ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່​ພຣະເຈົ້າຢາເວ​ແລ້ວ ແຕ່​ບັດນີ້ ພວກເຮົາ​ຈະ​ເຂົ້າ​ໄປ​ໂຈມຕີ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ພວກເຮົາ.’ ແລ້ວ​ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ຕຽມຕົວ​ອອກ​ສູ້ຮົບ ໂດຍ​ຄິດວ່າ​ມັນ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ບຸກໂຈມຕີ​ເຂດ​ເນີນພູ.


ຂ້າພະເຈົ້າ​ໄດ້​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແລ້ວ ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ ແລະ​ທັງ​ຂັດຂືນ​ຄຳສັ່ງ​ຂອງ​ພຣະອົງ ໂດຍ​ຍ່າງ​ມຸ້ງໜ້າ​ໄປ​ສູ່​ເຂດ​ເນີນພູ​ຢ່າງ​ອົງອາດ​ທະນົງ​ຕົວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka