Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 14:39 - ພຣະຄຳພີສັກສິ

39 ເມື່ອ​ໂມເຊ​ໄດ້​ບອກ​ເຖິງ​ຖ້ອຍຄຳ​ເຫຼົ່ານີ້​ໃຫ້​ຊາວ​ອິດສະຣາເອນ​ທັງໝົດ​ຟັງ, ພວກເຂົາ​ກໍ​ພາກັນ​ຮ້ອງໄຫ້​ທຸກໂສກ​ຢ່າງ​ຂົມຂື່ນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 14:39
8 Jak'a apnaqawi uñst'ayäwi  

ເມື່ອ​ປະຊາຊົນ​ໄດ້ຍິນ​ດັ່ງນີ້ ພວກເຂົາ​ກໍໄດ້​ໄວ້ທຸກ ແລະ​ບໍ່ມີ​ຜູ້ໃດ​ໃສ່​ເຄື່ອງ​ເອ້​ອີກ​ຕໍ່ໄປ.


ບາງຄົນ​ເຮັດ​ສິ່ງ​ໂງ່ງ່າວ​ກໍ​ທຳລາຍ​ຕົນເອງ ແລ້ວ​ກໍ​ເປັ່ງ​ສຽງ​ກ່າວຫາ​ພຣະເຈົ້າຢາເວ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ລົງໂທດ​ຄົນ​ຂອງ​ພຣະອົງ ພວກເຂົາ​ໄດ້​ພາວັນນາ​ອະທິຖານ​ດ້ວຍ​ຈິດໃຈ​ທີ່​ເຈັບປວດ.


ບັດນີ້ ຈົ່ງ​ໃຫ້​ຄຳຕອບ​ນີ້​ແກ່​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ແນ່ນອນ​ສັນໃດ ເຮົາ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ໄດ້​ຂໍຮ້ອງ​ເຮົາ​ສັນນັ້ນ.


ໃນ​ຈຳນວນ​ນັກສືບ​ສອດແນມ​ສິບສອງ​ຄົນ​ນັ້ນ ມີ​ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ​ແລະ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ເທົ່ານັ້ນ​ທີ່​ມີ​ຊີວິດ​ຢູ່.


ສ່ວນ​ພວກ​ທີ່​ຄວນ​ຈະ​ໄດ້​ຢູ່​ໃນ​ອານາຈັກ​ນັ້ນ ຈະ​ຖືກ​ໂຍນ​ຖິ້ມ​ອອກ​ຂ້າງ​ນອກ​ຢູ່​ໃນ​ຄວາມມືດ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຄ້ຽວຟັນ”


ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພາຍລຸນ​ມາ ເມື່ອ​ເອຊາວ​ຢາກ​ໄດ້​ຮັບ​ພອນ​ນັ້ນ​ເປັນ​ມໍຣະດົກ ລາວ​ກໍໄດ້​ຮັບ​ແຕ່​ຄຳ​ປະຕິເສດ. ເຖິງ​ແມ່ນ​ວ່າ ລາວ​ສະແຫວງ​ຫາ​ດ້ວຍ​ນໍ້າຕາ​ໄຫລ​ກໍຕາມ ກໍ​ບໍ່ມີ​ທາງ​ແກ້ໄຂ​ໄດ້​ເລີຍ.


ດ້ວຍເຫດນີ້ ຊາວ​ອິດສະຣາເອນ​ຈຶ່ງ​ສູ້ຮົບ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ບໍ່ໄດ້. ພວກເຂົາ​ຖືກ​ຕີ​ໃຫ້​ຖອຍໜີ​ໄປ ກໍ​ຍ້ອນ​ວ່າ​ພວກເຂົາ​ເປັນ​ຝ່າຍ​ທີ່​ຕ້ອງ​ຖືກ​ທຳລາຍ ເຮົາ​ຈະ​ບໍ່​ຢູ່​ກັບ​ພວກເຈົ້າ​ຕໍ່ໄປ ຈົນກວ່າ​ພວກເຈົ້າ​ຈະ​ທຳລາຍ​ສິ່ງ​ທີ່​ເຮົາ​ຫ້າມ​ບໍ່​ໃຫ້​ເອົາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka