Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 14:34 - ພຣະຄຳພີສັກສິ

34 ພວກເຈົ້າ​ຈະ​ໄດ້​ຮັບ​ຜົນ​ກຳ​ເພາະ​ການບາບ​ຂອງ​ພວກເຈົ້າ​ເປັນ​ເວລາ 40 ປີ​ນັ້ນ​ຄື: ໜຶ່ງ​ປີ​ຕໍ່​ໜຶ່ງ​ວັນ​ຂອງ​ສີ່ສິບ​ວັນ ຕາມ​ເວລາ​ທີ່​ພວກເຈົ້າ​ໄດ້​ໃຊ້​ສຳຫລວດ​ດິນແດນ​ນັ້ນ. ພວກເຈົ້າ​ຈະ​ຮູ້​ວ່າ​ການ​ເປັນ​ສັດຕູ​ກັບ​ເຮົາ​ນັ້ນ​ເປັນ​ຢ່າງ​ໃດ.

Uka jalj uñjjattʼäta Copia luraña




ຈົດບັນຊີ 14:34
26 Jak'a apnaqawi uñst'ayäwi  

“ສັນລະເສີນ​ພຣະເຈົ້າຢາເວ ທີ່​ໂຜດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ມີ​ຄວາມ​ສະຫງົບສຸກ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ພຣະອົງ​ໄດ້​ຮັກສາ​ຄຳສັນຍາ​ທັງໝົດ ທີ່​ມີ​ໄວ້​ຜ່ານ​ທາງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ.


ເພື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ລ່ວງໜ້າ ຜ່ານ​ປາກ​ຂອງ​ຜູ້ທຳນວາຍ​ເຢເຣມີຢາ​ກາຍ​ເປັນຈິງ ຄື​ວ່າ: ດິນແດນ​ຈະ​ຮ້າງ​ວ່າງເປົ່າ​ເປັນ​ເວລາ​ເຈັດສິບ​ປີ ເພື່ອ​ຊົດເຊີຍ​ການ​ພັກຜ່ອນ​ສຳລັບ​ວັນ​ຊະບາໂຕ ຊຶ່ງ​ພວກເຂົາ​ບໍ່ໄດ້​ຢຶດຖື.


ພຣະອົງ​ໄດ້​ລະນຶກເຖິງ​ພຣະສັນຍາ​ອັນ​ສັກສິດ ທີ່​ມີ​ຕໍ່​ອັບຣາຮາມ​ຜູ້ຮັບໃຊ້​ຂອງ​ພຣະອົງ.


ການບາບ​ຂອງ​ຂ້ານ້ອຍ​ກໍ​ຖ້ວມ​ຊີວິດ​ໃຫ້​ຈົມ ເປັນ​ພາລະໜັກ​ເກີນ​ທີ່​ຈະ​ແບກ​ໄດ້.


ພຣະອົງ​ເຊົາ​ຮັກ​ພວກເຮົາ​ແລ້ວ​ຊັ້ນບໍ? ຄຳສັນຍາ​ຂອງ​ພຣະອົງ​ບໍ່​ຢັ້ງຢືນ​ຕໍ່ໄປ​ອີກ​ຫລືນີ້?


ຕະຫລອດ​ສີ່ສິບ​ປີ​ເຮົາ​ເບື່ອໜ່າຍ​ປະຊາຊົນ​ເຫຼົ່ານີ້ ເຮົາ​ຈຶ່ງ​ກ່າວ​ວ່າ, ‘ພວກເຂົາ​ບໍ່​ສັດຊື່​ແລະ​ຝ່າຝືນ​ຂໍ້ຄຳສັ່ງ​ຢູ່ເລື້ອຍ.’


ທັງ​ຜູ້ທຳນວາຍ ແລະ​ຜູ້​ທີ່​ໄປ​ປຶກສາ​ຫາລື​ນຳ​ລາວ​ນັ້ນ ຈະ​ໄດ້​ຮັບ​ໂທດ​ຢ່າງ​ດຽວກັນ.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເພາະ​ເຈົ້າ​ໄດ້​ລືມໄລ​ເຮົາ​ແລະ​ຫັນຫລັງ​ໃຫ້​ເຮົາ ເຈົ້າ​ຈະ​ທົນທຸກ​ຍ້ອນ​ຣາຄະ​ຕັນຫາ​ແລະ​ການ​ເປັນ​ແມ່ຈ້າງ​ຂອງເຈົ້າ.”


ເມື່ອ​ໝົດ​ໂທດ​ນັ້ນ​ແລ້ວ ຈົ່ງ​ປິ່ນ​ເບື້ອງ​ນອນ​ຕະແຄງ​ຂ້າງ​ຂວາ ແລະ​ທົນທຸກ​ສຳລັບ​ຄວາມຜິດ​ຂອງ​ຢູດາຍ​ອີກ​ເປັນ​ເວລາ​ສີ່ສິບ​ວັນ ຄື​ວັນ​ໜຶ່ງ​ຕໍ່​ປີ​ໜຶ່ງ​ສຳລັບ​ໂທດ​ຂອງ​ພວກເຂົາ.


ເຈັດ​ເທື່ອ​ເຈັດສິບ​ປີ​ນັ້ນ​ແມ່ນ​ໄລຍະ​ເວລາ ທີ່​ພຣະເຈົ້າ​ໄດ້​ກຳນົດ​ໃຫ້​ປະຊາຊົນ​ແລະ​ເມືອງ​ອັນ​ສັກສິດ​ຂອງ​ເຈົ້າ ເລີກ​ເຮັດ​ບາບ​ແລະ​ເລີກ​ເຮັດ​ຊົ່ວ. ບາບ​ຈະ​ໄດ້​ຮັບ​ການອະໄພ ແລະ​ຄວາມ​ຍຸດຕິທຳ​ອັນ​ຖາວອນ​ຈະ​ປາກົດ​ມີ​ມາ ເພື່ອ​ວ່າ​ນິມິດ ແລະ​ຖ້ອຍຄຳ​ຂອງ​ຜູ້ທຳນວາຍ​ຈະ​ກາຍເປັນຈິງ ແລະ​ເພື່ອ​ພຣະວິຫານ​ອັນ​ສັກສິດ ຈະ​ໄດ້​ຖືກ​ຢຶດ​ຖວາຍ​ຄືນ​ໃໝ່​ໃຫ້​ແກ່​ພຣະເຈົ້າ.


ແຕ່​ຖ້າ​ວ່າ​ພວກເຂົາ​ລ້ຽງດູ​ລູກ​ໄວ້ ເຮົາ​ຈະ​ເອົາ​ລູກ​ນັ້ນ​ໜີໄປ​ເສຍ ແລະ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ມີ​ຊີວິດ​ຢູ່. ເມື່ອ​ເຮົາ​ປະຖິ້ມ​ປະຊາຊົນ​ເຫຼົ່ານີ້ ສິ່ງ​ທີ່​ໜ້າຢ້ານກົວ​ຈະ​ເກີດຂຶ້ນ​ກັບ​ພວກເຂົາ.”


ຖ້າ​ຊາຍ​ຜູ້ໜຶ່ງ​ໄດ້​ສົມສູ່​ກັບ​ປ້າ​ຫລື​ອາ​ຂອງຕົນ ເຂົາ​ທັງສອງ​ຕ້ອງ​ໄດ້​ຮັບ​ຜົນ​ກຳ​ສຳລັບ​ການ​ຜິດ​ນອກ​ສິນທຳ.


ແລ້ວ​ຂ້າພະເຈົ້າ​ກໍ​ຈັບ​ເອົາ​ໄມ້​ທ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ, “ພຣະຄຸນ” ນັ້ນ​ມາ​ຫັກ​ຖິ້ມ​ເພື່ອ​ຍົກເລີກ​ພັນທະສັນຍາ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຮັດ​ໄວ້​ກັບ​ບັນດາ​ຊົນຊາດ.


ຫລັງຈາກ​ໄດ້​ສຳຫລວດ​ດິນແດນ​ເປັນ​ເວລາ​ສີ່ສິບ​ວັນ​ແລ້ວ;


ຕັ້ງແຕ່​ນີ້​ໄປ ໃຫ້​ຊາວ​ເລວີ​ເທົ່ານັ້ນ​ເບິ່ງແຍງ​ຮັກສາ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ໃຫ້​ພວກເຂົາ​ຮັບຜິດຊອບ​ຢ່າງ​ເຕັມສ່ວນ​ຕໍ່​ໜ້າທີ່​ນີ້. ອັນນີ້​ແມ່ນ​ລະບຽບການ​ຕາຍຕົວ​ທີ່​ໃຫ້​ພວກ​ເຊື້ອສາຍ​ຂອງ​ພວກເຈົ້າ​ປະຕິບັດ​ຄືກັນ. ຊາວ​ເລວີ​ຈະ​ບໍ່ມີ​ສົມບັດ​ອັນ​ຖາວອນ ໃນ​ດິນແດນ​ອິດສະຣາເອນ​ເຊັ່ນກັນ


ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ຕໍ່​ປະຊາຊົນ ແລະ​ເຮັດ​ໃຫ້​ພວກເຂົາ​ທ່ອງທ່ຽວ​ໄປມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເປັນ​ເວລາ 40 ປີ ຈົນ​ຄົນ​ຢູ່​ໃນ​ລຸ້ນ​ທີ່​ພຣະອົງ​ບໍ່​ພໍໃຈ​ນຳ​ນັ້ນ​ຕາຍໄປ​ໝົດ.


ແລະ​ເປັນ​ເວລາ​ສີ່ສິບ​ປີ ທີ່​ພຣະອົງ​ອົດທົນ ຕໍ່​ພວກເພິ່ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ຈົ່ງ​ຈົດຈຳ​ໄວ້​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ອວຍພອນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ. ພຣະອົງ​ເບິ່ງແຍງ​ພວກເຈົ້າ ໃນ​ຂະນະທີ່​ພວກເຈົ້າ​ທ່ອງທ່ຽວ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ກວ້າງໃຫຍ່. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສະຖິດ​ຢູ່​ກັບ​ພວກເຈົ້າ​ເປັນ​ເວລາ​ສີ່ສິບ​ປີ ແລະ​ພວກເຈົ້າ​ກໍ​ມີ​ທຸກໆ​ສິ່ງ​ທີ່​ຈຳເປັນ.


ດ້ວຍເຫດນັ້ນ ເມື່ອ​ພຣະສັນຍາ​ຍັງ​ມີ​ຢູ່​ວ່າ ຈະ​ໃຫ້​ພວກເຮົາ​ເຂົ້າ​ຮ່ວມ​ບ່ອນ​ພັກ​ຂອງ​ພຣະອົງ ກໍ​ໃຫ້​ເຮົາ​ທັງຫລາຍ​ຢຳເກງ ເພາະ​ຢ້ານ​ຈະ​ມີ​ຜູ້ໜຶ່ງ​ຜູ້ໃດ​ໃນ​ພວກເຈົ້າ​ໄປ​ບໍ່​ເຖິງ.


ແຕ່​ດຽວ​ນີ້​ເບິ່ງແມ! ນັບ​ຕັ້ງແຕ່​ຄາວ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ ກໍ​ເປັນ​ເວລາ​ສີ່ສິບຫ້າ​ປີ​ແລ້ວ. ນັ້ນ​ແມ່ນ​ຄາວ​ທີ່​ຊາວ​ອິດສະຣາເອນ​ໄດ້​ເດີນທາງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ພຣະເຈົ້າຢາເວ​ກໍໄດ້​ໃຫ້​ຂ້າພະເຈົ້າ​ມີ​ຊີວິດ​ຕະຫລອດ​ມາ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ເບິ່ງດູ ດຽວ​ນີ້​ຂ້າພະເຈົ້າ​ມີ​ອາຍຸ​ແປດສິບຫ້າ​ປີ​ແລ້ວ


ເຮົາ​ຈະ​ໃຊ້​ພະຍານ​ທັງສອງ​ຂອງເຮົາ​ມາ ພວກເຂົາ​ຈະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ຈະ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ໃນ​ລະຫວ່າງ​ພັນ​ສອງຮ້ອຍ​ຫົກສິບ​ວັນ.”


ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ປະກາດ​ວ່າ, ‘ເຮົາ​ໄດ້​ສັນຍາ​ໄວ້​ແລ້ວ​ວ່າ ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ແລະ​ໃນ​ຕະກຸນ​ຂອງ​ເຈົ້າ​ຈະ​ໄດ້​ເປັນ​ປະໂຣຫິດ ບົວລະບັດ​ຮັບໃຊ້​ເຮົາ​ຕະຫລອດໄປ,’ ແຕ່​ມາບັດນີ້ ພຣະເຈົ້າຢາເວ​ຈຶ່ງ​ປະກາດ​ວ່າ ‘ຂໍ​ໃຫ້​ຄວາມນີ້​ຫ່າງໄກ​ຈາກ​ເຮົາ​ເຖີດ ເຮົາ​ຈະ​ໃຫ້ກຽດ​ຜູ້​ທີ່​ໃຫ້ກຽດ​ເຮົາ ແລະ​ເຮົາ​ຈະ​ໝິ່ນປະໝາດ​ຜູ້​ທີ່​ໝິ່ນປະໝາດ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka