Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 14:32 - ພຣະຄຳພີສັກສິ

32 ພວກເຈົ້າ​ຈະ​ຕາຍ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້.

Uka jalj uñjjattʼäta Copia luraña




ຈົດບັນຊີ 14:32
7 Jak'a apnaqawi uñst'ayäwi  

ສະນັ້ນ ພຣະອົງ​ຈຶ່ງ​ໃຊ້​ຖ້ອຍຄຳ​ເຕືອນ​ຢ່າງ​ແຂງແຮງ​ວ່າ​ພວກເຂົາ​ຈະ​ຕາຍ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ


ພວກເຈົ້າ​ຈະ​ຕາຍ​ແລະ​ຊາກສົບ​ຂອງ​ພວກເຈົ້າ​ຈະ​ກະຈັດ​ກະຈາຍ ທົ່ວ​ຖິ່ນ​ແຫ້ງແລ້ງ​ກັນດານ. ຍ້ອນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ເຮົາ ຄົນ​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ໃນ​ພວກເຈົ້າ ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເດັດຂາດ.


ຕາມ​ບັນຊີ​ທີ່​ໂມເຊ​ແລະ​ປະໂຣຫິດ​ອາໂຣນ​ໄດ້​ຈົດ​ທະບຽນ​ປະຊາຊົນ​ອິດສະຣາເອນ​ເທື່ອ​ທຳອິດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ນັ້ນ ບໍ່ມີ​ຜູ້ຊາຍ​ລຸ້ນ​ກ່ອນ​ແມ່ນແຕ່​ຄົນດຽວ​ທີ່​ມີ​ຊີວິດ​ຢູ່.


ເພາະ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ພວກເຂົາ​ໄວ້​ວ່າ, ພວກເຂົາ​ທຸກຄົນ​ຈະ​ຕ້ອງ​ຕາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ກໍໄດ້​ເປັນ​ດັ່ງນັ້ນ​ທຸກປະການ ຍົກເວັ້ນ​ແຕ່​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ.


ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ຕໍ່​ປະຊາຊົນ ແລະ​ເຮັດ​ໃຫ້​ພວກເຂົາ​ທ່ອງທ່ຽວ​ໄປມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເປັນ​ເວລາ 40 ປີ ຈົນ​ຄົນ​ຢູ່​ໃນ​ລຸ້ນ​ທີ່​ພຣະອົງ​ບໍ່​ພໍໃຈ​ນຳ​ນັ້ນ​ຕາຍໄປ​ໝົດ.


ແຕ່​ເຖິງ​ປານ​ນັ້ນ​ກໍດີ ພຣະເຈົ້າ​ກໍ​ບໍ່​ຊົງ​ພໍພຣະໄທ​ກັບ​ຄົນ​ສ່ວນ​ຫລາຍ​ໃນ​ພວກເພິ່ນ ເຮົາ​ຮູ້​ໄດ້ ກໍ​ເພາະ​ພວກເພິ່ນ​ລົ້ມ​ຕາຍ​ກະຈັດ​ກະຈາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ແລະ​ແມ່ນ​ຜູ້ໃດ​ໜໍ ທີ່​ພຣະເຈົ້າ​ໄດ້​ໂກດຮ້າຍ​ຕະຫລອດ​ສີ່ສິບ​ປີ ບໍ່ແມ່ນ​ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ເຮັດ​ຜິດບາບ ແລະ​ຊາກສົບ​ຂອງ​ພວກເຂົາ​ຖືກ​ປະຖິ້ມ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ຫລື?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka