30 ເຮົາໄດ້ສັນຍາວ່າຈະໃຫ້ພວກເຈົ້າຢູ່ທີ່ນັ້ນ ແຕ່ໃນພວກເຈົ້າຈະບໍ່ມີໃຜໄດ້ຢູ່ ນອກຈາກກາເລັບລູກຊາຍຂອງເຢຟຸນເນແລະໂຢຊວຍລູກຊາຍຂອງນູນ.
ແຕ່ອັບຣາມຕອບວ່າ, “ຂ້ານ້ອຍສາບານໄວ້ຢ່າງເຄັ່ງຄັດ ຢູ່ຊ້ອງໜ້າພຣະເຈົ້າຢາເວພຣະເຈົ້າຜູ້ສູງສຸດ ພຣະຜູ້ສ້າງສະຫວັນກັບແຜ່ນດິນໂລກແລ້ວວ່າ,
ສະນັ້ນ ດ້ວຍຄວາມໂກດຮ້າຍເຮົາຈຶ່ງສັນຍາວ່າ ‘ພວກເຈົ້າຈະບໍ່ໄດ້ເຂົ້າໄປສູ່ບ່ອນພັກເຊົາຂອງເຮົາຈັກເທື່ອ.”’
ເຮົາຈະນຳພວກເຈົ້າເຂົ້າໄປສູ່ດິນແດນ ທີ່ເຮົາໄດ້ສັນຍາໄວ້ຢ່າງໜັກແໜ້ນນັ້ນວ່າ ຈະມອບໃຫ້ແກ່ອັບຣາຮາມ, ອີຊາກ ແລະຢາໂຄບ; ແລະເຮົາຈະມອບດິນແດນໃຫ້ເປັນກຳມະສິດຂອງພວກເຈົ້າ. ເຮົາແມ່ນພຣະເຈົ້າຢາເວ.”’
ສະນັ້ນ ເຮົາຈຶ່ງໄດ້ສັນຍາໄວ້ໃນຖິ່ນແຫ້ງແລ້ງກັນດານວ່າ ເຮົາຈະບໍ່ນຳພວກເຂົາເຂົ້າໄປໃນດິນແດນທີ່ເຮົາໄດ້ມອບໃຫ້ແກ່ພວກເຂົາ ຄືດິນແດນໜຶ່ງທີ່ອຸດົມສົມບູນແລະຮັ່ງມີແລະດີເລີດ.
ເຮົາຈະນຳຄົນທີ່ກະບົດ ແລະເຮັດບາບໃນທ່າມກາງພວກເຈົ້າໜີໄປ. ເຮົາຈະນຳພວກເຂົາອອກໄປຈາກດິນແດນຕ່າງໆທີ່ພວກເຂົາກຳລັງຢູ່ດຽວນີ້; ແຕ່ເຮົາຈະບໍ່ໃຫ້ພວກເຂົາກັບຄືນມາສູ່ດິນແດນອິດສະຣາເອນອີກ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
ແຕ່ຍ້ອນກາເລັບ ຄົນຮັບໃຊ້ຂອງເຮົາ ມີທ່າທີແຕກຕ່າງຈາກຄົນເຫຼົ່ານີ້ ແລະລາວສັດຊື່ຕໍ່ເຮົາ ເຮົາຈະນຳພາລາວເຂົ້າໄປໃນດິນແດນທີ່ລາວໄດ້ໄປສຳຫລວດ ແລະເຊື້ອສາຍຂອງລາວຈະໄດ້ເປັນກຳມະສິດດິນແດນ
ໃນຈຳນວນນັກສືບສອດແນມສິບສອງຄົນນັ້ນ ມີແຕ່ໂຢຊວຍລູກຊາຍຂອງນູນແລະກາເລັບລູກຊາຍຂອງເຢຟຸນເນເທົ່ານັ້ນທີ່ມີຊີວິດຢູ່.
ເພາະພຣະເຈົ້າຢາເວໄດ້ກ່າວຕໍ່ພວກເຂົາໄວ້ວ່າ, ພວກເຂົາທຸກຄົນຈະຕ້ອງຕາຍໃນຖິ່ນແຫ້ງແລ້ງກັນດານ ແລະກໍໄດ້ເປັນດັ່ງນັ້ນທຸກປະການ ຍົກເວັ້ນແຕ່ກາເລັບລູກຊາຍຂອງເຢຟຸນເນ ແລະໂຢຊວຍລູກຊາຍຂອງນູນ.
ເລື່ອງນີ້ລວມເຖິງທຸກໆຄົນ ນອກຈາກກາເລັບລູກຊາຍຂອງເຢຟຸນເນຊາວເກນີຊິດ ແລະໂຢຊວຍລູກຊາຍຂອງນູນ ເພາະພວກເຂົາໄດ້ຕິດຕາມພຣະເຈົ້າຢາເວ.
ແລະສາບານໃນພຣະນາມຂອງພຣະເຈົ້າ ອົງຊົງຊີວິດຢູ່ນິຣັນດອນ ຜູ້ທີ່ໄດ້ສ້າງສະຫວັນ ແຜ່ນດິນໂລກ ແລະທະເລ ກັບສັບພະທຸກສິ່ງທີ່ມີຢູ່ໃນບ່ອນເຫຼົ່ານັ້ນ ວ່າ, “ຈະບໍ່ມີການຊັກຊ້າອີກຕໍ່ໄປ.”