Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 14:3 - ພຣະຄຳພີສັກສິ

3 ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ຈະ​ນຳ​ພວກເຮົາ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ? ພວກເຮົາ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ບັນດາ​ລູກ​ເມຍ​ຂອງ​ພວກເຮົາ​ກໍ​ຈະ​ຖືກ​ຈັບ​ໄປ. ພວກເຮົາ​ກັບຄືນ​ໄປ​ເອຢິບ​ບໍ່​ດີກວ່າ​ບໍ?”

Uka jalj uñjjattʼäta Copia luraña




ຈົດບັນຊີ 14:3
14 Jak'a apnaqawi uñst'ayäwi  

ເມື່ອ​ບໍ່​ເຊື່ອຟັງ​ແລ້ວ​ພວກເພິ່ນ​ກໍ​ລືມໄລ​ທຸກສິ່ງ ຄື​ການ​ອັດສະຈັນ​ຕ່າງໆ​ທີ່​ພຣະອົງ​ໄດ້​ກະທຳ; ດ້ວຍ​ຄວາມ​ຈອງຫອງ​ພວກເພິ່ນ​ໄດ້​ເລືອກເອົາ​ຜູ້ນຳ ພາ​ພວກເພິ່ນ​ກັບຄືນ​ສູ່​ປະເທດ​ເອຢິບ​ໄປ​ເປັນ​ທາດ. ແຕ່​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ໃຫ້​ອະໄພ ຊົງ​ເມດຕາ​ເອັນດູ ແລະ​ມີ​ຄວາມຮັກ; ພຣະອົງ​ໂກດຮ້າຍ​ຊ້າ​ເພາະ​ເມດຕາ​ພວກເພິ່ນ ພຣະອົງ​ຈຶ່ງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ.


ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ພວກເຂົາ​ກະບົດ​ເລື້ອຍ​ມາ ເຮັດ​ໃຫ້​ພຣະອົງ​ເສຍໃຈ​ຫລາຍເທື່ອ​ຫລາຍທີ.


ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ຢາກ​ໃຫ້​ພຣະເຈົ້າຢາເວ​ຂ້າ​ພວກເຮົາ​ຖິ້ມ​ຢູ່​ປະເທດ​ເອຢິບ ບ່ອນ​ທີ່​ພວກເຮົາ​ໄດ້​ກິນ​ເຂົ້າ​ປາ​ອາຫານ​ເຕັມອີ່ມ​ພຸ້ນ​ສາ! ແຕ່​ທ່ານ​ຊໍ້າພັດ​ນຳ​ພວກເຮົາ​ມາ​ອຶດ​ຕາຍ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້.”


ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ໂມເຊ ແລະ​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ຮູ້ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຮັດ ແລະ​ພຣະອົງ​ຈະ​ລົງໂທດ​ພວກເຈົ້າ ທີ່​ກໍ່​ເຫດ​ໃຫ້​ກະສັດ​ຟາໂຣ ແລະ​ຂ້າຣາຊການ​ຂອງ​ເພິ່ນ​ກຽດຊັງ​ພວກເຮົາ. ພວກເຈົ້າ​ເຮັດ​ເຊັ່ນນີ້​ກໍ​ເທົ່າກັບ​ວ່າ​ເອົາ​ດາບ​ໃຫ້​ພວກເຂົາ​ຂ້າ​ພວກເຮົາ​ຖິ້ມ.”


ໂອ ຊາວ​ຢູດາ​ທີ່​ຍັງເຫຼືອ​ຢູ່​ເອີຍ ພຣະເຈົ້າຢາເວ​ໄດ້​ບອກ​ພວກເຈົ້າ​ວ່າ, ‘ຢ່າ​ສູ່​ໄປ​ປະເທດ​ເອຢິບ.’ ຈົ່ງ​ຮູ້ແນ່​ວ່າ ຂ້ອຍ​ໄດ້​ເຕືອນ​ພວກເຈົ້າ​ໃນວັນນີ້


ພວກເຂົາ​ຕຽມພ້ອມ​ທີ່​ຈະ​ເວົ້າ​ຕົວະ​ຢູ່​ສະເໝີ ຄວາມ​ບໍ່​ສັດຊື່​ແທນ​ຄວາມຈິງ​ປົກຄອງ​ດິນແດນ​ນີ້.” ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ເຮັດ​ຊົ່ວ​ແລ້ວ​ເຮັດ​ຊົ່ວ​ອີກ ທັງ​ບໍ່ໄດ້​ຮັບຮູ້​ເຮົາ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.”


ແຕ່​ຈະ​ມີ​ກິນ​ໜຶ່ງ​ເດືອນ​ເຕັມ ຈົນ​ມັນ​ລົ້ນ​ອອກ​ມາ​ທາງ​ຮູ​ດັງ ຈົນ​ພວກເຈົ້າ​ເບື່ອໜ່າຍ​ມັນ. ເລື່ອງ​ນີ້​ຈະ​ເກີດຂຶ້ນ​ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຍອມ​ຮັບ​ເອົາ​ພຣະເຈົ້າຢາເວ ອົງ​ທີ່​ໄດ້​ສະຖິດ​ຢູ່​ທີ່​ນີ້​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ຍັງ​ໄດ້​ຈົ່ມ​ຕໍ່ວ່າ​ຕໍ່ຂານ​ໃສ່​ພຣະອົງ​ວ່າ ພວກເຈົ້າ​ບໍ່ຄວນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ກໍດີກວ່າ.”’


ທ່ານ​ໄດ້​ນຳ​ພວກເຮົາ​ອອກ​ມາ​ຈາກ​ດິນແດນ​ທີ່​ອຸດົມສົມບູນ​ໃນ​ປະເທດ​ເອຢິບ ເພື່ອ​ຈະ​ຂ້າ​ພວກເຮົາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້​ຍັງ​ບໍ່​ພໍ​ບໍ? ທ່ານ​ຍັງ​ຈະ​ມາ​ຕັ້ງ​ຕົວ​ເປັນ​ນາຍ​ເໜືອ​ຫົວ​ເຮົາ​ອີກ​ບໍ?


ແລະ​ຈົ່ມຮ້າຍ​ວ່າ, “ຖ້າ​ພວກເຮົາ​ຫາກ​ໄດ້​ຕາຍ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ຮ່ວມ​ກັບ​ພີ່ນ້ອງ​ອິດສະຣາເອນ​ຂອງ​ພວກເຮົາ​ກໍ​ຄົງ​ເປັນ​ການ​ດີກວ່າ​ດອກ


ພວກເຂົາ​ໄດ້​ຈົ່ມຮ້າຍ​ຕໍ່​ພຣະເຈົ້າ ແລະ​ຕໍ່​ໂມເຊ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ນຳພາ​ພວກເຮົາ​ອອກ​ຈາກ​ປະເທດ​ເອຢິບ ມາ​ຕາຍ​ຢູ່​ໃນ​ກາງ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ບໍ່ມີ​ອາຫານ ແລະ​ບໍ່ມີ​ນໍ້າ​ເຊັ່ນນີ້? ພວກເຮົາ​ບໍ່​ອາດ​ທົນ​ກິນ​ອາຫານ​ຕາຍໆ​ເຊັ່ນນີ້​ໄດ້​ດອກ.”


ແຕ່​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ເພິ່ນ ພວກເຂົາ​ໄດ້​ຊຸກ​ເພິ່ນ​ອອກ​ໜີ ແລະ​ຫວັງ​ວ່າ​ພວກ​ຕົນ​ຄົງ​ຈະ​ກັບຄືນ​ສູ່​ປະເທດ​ເອຢິບ​ໄດ້.


ແລະ ‘ລູກຫລານ​ຂອງ​ພວກເຈົ້າ​ຜູ້​ທີ່​ຍັງ​ໜຸ່ມນ້ອຍ ແລະ​ບໍ່​ຮູ້​ວ່າ​ອັນໃດ​ຖືກ​ອັນໃດ​ຜິດ ທີ່​ພວກເຈົ້າ​ເຄີຍ​ເວົ້າ​ວ່າ​ຈະ​ຖືກ​ສັດຕູ​ຈັບ​ໄປ​ນັ້ນ ພວກເຂົາ​ຈະ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນີ້ ເຮົາ​ຈະ​ມອບ​ດິນແດນ​ນັ້ນ​ໃຫ້​ພວກເຂົາ​ເຂົ້າ​ຢຶດຄອງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka