28 ບັດນີ້ ຈົ່ງໃຫ້ຄຳຕອບນີ້ແກ່ພວກເຂົາວ່າ, ‘ພຣະເຈົ້າຢາເວກ່າວວ່າ ເຮົາມີຊີວິດຢູ່ແນ່ນອນສັນໃດ ເຮົາຈະເຮັດຕາມທີ່ເຈົ້າໄດ້ຂໍຮ້ອງເຮົາສັນນັ້ນ.
ໃຫ້ຄົນບາບຫາບແບກໂທດກຳຂອງພວກເຂົາເອງ; ໃຫ້ພວກເຂົາຊີມຄວາມໂກດຮ້າຍຂອງພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່.
ສະນັ້ນ ພຣະອົງຈຶ່ງໃຊ້ຖ້ອຍຄຳເຕືອນຢ່າງແຂງແຮງວ່າພວກເຂົາຈະຕາຍ ໃນຖິ່ນແຫ້ງແລ້ງກັນດານນັ້ນ
ສະນັ້ນ ດ້ວຍຄວາມໂກດຮ້າຍເຮົາຈຶ່ງສັນຍາວ່າ ‘ພວກເຈົ້າຈະບໍ່ໄດ້ເຂົ້າໄປສູ່ບ່ອນພັກເຊົາຂອງເຮົາຈັກເທື່ອ.”’
ແຕ່ພຣະເຈົ້າຢາເວຈະກ່າວແກ່ພວກເຂົາວ່າ ເຮົາຈະກ່າວແລະສິ່ງທີ່ເຮົາກ່າວກໍຈະເກີດຂຶ້ນ. ມັນຈະບໍ່ຊັກຊ້າອີກຕໍ່ໄປ. ຄົນກະບົດເອີຍ ໃນຄາວທີ່ພວກເຈົ້າຍັງມີຊີວິດຢູ່ນີ້ ເຮົາຈະເຮັດຕາມຖ້ອຍຄຳທີ່ເຮົາໄດ້ເຕືອນພວກເຈົ້າແລ້ວ.’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
ປະຊາຊົນໄດ້ເລີ່ມຈົ່ມທຸກຕໍ່ພຣະເຈົ້າຢາເວເຖິງຄວາມເດືອດຮ້ອນຂອງພວກເຂົາ. ເມື່ອພຣະເຈົ້າຢາເວໄດ້ຍິນພວກເຂົາ ພຣະອົງກໍໂກດຮ້າຍແລະສົ່ງໄຟລົງມາເທິງພວກເຂົາ. ໄຟພຣະເຈົ້າຢາເວໄດ້ລຸກໄໝ້ຢູ່ທ່າມກາງພວກເຂົາ ແລະໄດ້ທຳລາຍສົ້ນໜຶ່ງຂອງຄ້າຍພັກ.
ພວກເຂົາຈົ່ມຮ້າຍໃສ່ໂມເຊແລະອາໂຣນວ່າ, “ຕາຍຢູ່ທີ່ປະເທດເອຢິບ ຫລືຢູ່ທີ່ຖິ່ນແຫ້ງແລ້ງກັນດານກໍຍັງດີກວ່າ
ແຕ່ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ທົ່ວແຜ່ນດິນໂລກຈະເຕັມໄປດ້ວຍສະຫງ່າຣາສີຂອງພຣະເຈົ້າຢາເວສັນນັ້ນ,
ພວກເຂົາຈະບໍ່ໄດ້ເຂົ້າໄປໃນດິນແດນ ຊຶ່ງເຮົາໄດ້ສັນຍາໄວ້ກັບບັນພະບຸລຸດຂອງພວກເຂົານັ້ນຈັກເທື່ອ. ພວກທີ່ໝິ່ນປະໝາດເຮົານັ້ນ ຈະບໍ່ມີຈັກຄົນໜຶ່ງຄົນດຽວທີ່ໄດ້ເຂົ້າໄປໃນທີ່ນັ້ນ.
ເມື່ອໂມເຊໄດ້ບອກເຖິງຖ້ອຍຄຳເຫຼົ່ານີ້ໃຫ້ຊາວອິດສະຣາເອນທັງໝົດຟັງ, ພວກເຂົາກໍພາກັນຮ້ອງໄຫ້ທຸກໂສກຢ່າງຂົມຂື່ນ.
‘ເຮົາຂໍສາບານວ່າ ເພາະພວກເຂົາບໍ່ໄດ້ສັດຊື່ຕໍ່ເຮົາ ບໍ່ມີຊາຍຄົນໃດໃນພວກເຂົາທີ່ໄດ້ອອກມາຈາກປະເທດເອຢິບ ທີ່ມີອາຍຸຊາວປີຂຶ້ນໄປ ຈະໄດ້ເຂົ້າໄປໃນດິນແດນທີ່ເຮົາໄດ້ສັນຍາໄວ້ກັບອັບຣາຮາມ, ອີຊາກ ແລະຢາໂຄບ.’
“ພຣະເຈົ້າຢາເວໄດ້ຍິນພວກເຈົ້າຈົ່ມຮ້າຍໃສ່ພຣະອົງ. ສະນັ້ນ ພຣະອົງຈຶ່ງໂກດຮ້າຍ ແລະບອກໃຫ້ພວກເຈົ້າຮູ້ຢ່າງຄັກແນ່ວ່າ
‘ຄົນຊົ່ວຊ້າເຊັ່ນພວກເຈົ້ານີ້ ແມ່ນບໍ່ມີໃຜຈະໄດ້ເຂົ້າໄປຢູ່ດິນແດນອັນອຸດົມສົມບູນ ທີ່ເຮົາໄດ້ສັນຍາວ່າຈະມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຈົ້າ.
ເຫດການນີ້ໄດ້ເກີດຂຶ້ນ 38 ປີຜ່ານມາແລ້ວ ຫລັງຈາກທີ່ພວກເຮົາໄດ້ໜີມາຈາກກາເດັດບາກເນອາ. ນັກຮົບທັງໝົດໃນລຸ້ນນັ້ນ ໄດ້ຕາຍໄປ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້.
ພຣະເຈົ້າຢາເວໄດ້ຕໍ່ຕ້ານພວກເຂົາສະເໝີມາ ຈົນກວ່າພວກເຂົາໄດ້ຖືກທຳລາຍຈົນໝົດສິ້ນໄປ.
ເຮົາເປັນພຣະເຈົ້າອົງຊົງຊີວິດຢູ່ຈິງໆໃດ ເຮົາຍົກມືຂຶ້ນສະຫວັນແລະເຮົາສາບານໄວ້
ແລະແມ່ນຜູ້ໃດໜໍ ທີ່ພຣະເຈົ້າໄດ້ໂກດຮ້າຍຕະຫລອດສີ່ສິບປີ ບໍ່ແມ່ນຄົນເຫຼົ່ານັ້ນທີ່ໄດ້ເຮັດຜິດບາບ ແລະຊາກສົບຂອງພວກເຂົາຖືກປະຖິ້ມໃນຖິ່ນແຫ້ງແລ້ງກັນດານນັ້ນຫລື?