27 “ຄົນຊົ່ວເຫຼົ່ານີ້ ຈະຈົ່ມຮ້າຍໃສ່ເຮົາໄປອີກດົນນານປານໃດ? ເຮົາໄດ້ຍິນສຽງຈົ່ມຮ້າຍເຫຼົ່ານັ້ນພຽງພໍແລ້ວ
“ເຮົາໄດ້ຍິນຊາວອິດສະຣາເອນຈົ່ມຮ້າຍຕໍ່ເຮົາແລ້ວ. ຈົ່ງບອກພວກເຂົາວ່າ, ‘ໃນມື້ແລງນີ້ພວກເຂົາຈະມີຊີ້ນກິນ ແລະໃນຕອນເຊົ້າພວກເຂົາຈະມີເຂົ້າຈີ່ກິນຕາມຄວາມຕ້ອງການ. ແລ້ວພວກເຂົາກໍຈະຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.”’
ແລ້ວພຣະເຈົ້າຢາເວກໍໄດ້ກ່າວຕໍ່ໂມເຊວ່າ, “ປະຊາຊົນເຫຼົ່ານີ້ຈະຂັດຂືນຄຳສັ່ງຂອງເຮົາ ໄປອີກເຫິງນານປານໃດ?
ໃນຕອນເຊົ້າ ພວກເຈົ້າຈະໄດ້ເຫັນແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ. ພຣະເຈົ້າຢາເວໄດ້ຍິນສຽງຈົ່ມຮ້າຍຂອງພວກເຈົ້າຕໍ່ສູ້ພຣະອົງ ແນ່ນອນແມ່ນພວກເຈົ້າໄດ້ຈົ່ມຕໍ່ສູ້ພຣະອົງແທ້ ເພາະພວກເຮົາທັງສອງເປັນພຽງແຕ່ຜູ້ປະຕິບັດຕາມຄຳແນະນຳຂອງພຣະອົງເທົ່ານັ້ນ.”
ແລ້ວໂມເຊກໍກ່າວແກ່ອາໂຣນວ່າ, “ຈົ່ງບອກຊຸມຊົນອິດສະຣາເອນ ເຂົ້າມາຢືນຢູ່ຊ້ອງໜ້າພຣະເຈົ້າຢາເວ ຍ້ອນພຣະອົງໄດ້ຍິນສຽງຈົ່ມຮ້າຍຂອງພວກເຂົາແລ້ວ.”
ເຮົາໄດ້ຍິນຄຳເວົ້າໂອ້ອວດອັນປ່າເຖື່ອນທີ່ເຈົ້າໄດ້ກ່າວຕໍ່ສູ້ເຮົາ.
ປະຊາຊົນໄດ້ເລີ່ມຈົ່ມທຸກຕໍ່ພຣະເຈົ້າຢາເວເຖິງຄວາມເດືອດຮ້ອນຂອງພວກເຂົາ. ເມື່ອພຣະເຈົ້າຢາເວໄດ້ຍິນພວກເຂົາ ພຣະອົງກໍໂກດຮ້າຍແລະສົ່ງໄຟລົງມາເທິງພວກເຂົາ. ໄຟພຣະເຈົ້າຢາເວໄດ້ລຸກໄໝ້ຢູ່ທ່າມກາງພວກເຂົາ ແລະໄດ້ທຳລາຍສົ້ນໜຶ່ງຂອງຄ້າຍພັກ.
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ປະຊາຊົນເຫຼົ່ານີ້ຍັງຈະໝິ່ນປະໝາດເຮົາອີກດົນນານປານໃດ? ເຖິງແມ່ນວ່າ ເຮົາໄດ້ເຮັດການອັດສະຈັນຫລາຍຢ່າງໃນທ່າມກາງພວກເຂົາແລ້ວ ພວກເຂົາກໍຍັງປະຕິເສດທີ່ຈະໄວ້ວາງໃຈໃນເຮົາຕະຫລອດໄປບໍ?
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊກັບອາໂຣນວ່າ,
ພຣະເຢຊູເຈົ້າມາຫາແລະຈັບບາຍພວກເພິ່ນ ພຣະອົງກ່າວວ່າ, “ຈົ່ງລຸກຂຶ້ນ ຢ່າສູ່ຢ້ານ.”
ພຣະເຢຊູເຈົ້າກ່າວແກ່ພວກເຂົາວ່າ, “ໂອ ພວກເຈົ້າຄົນທີ່ຂາດຄວາມເຊື່ອເອີຍ ເຮົາຈະຕ້ອງຢູ່ກັບພວກເຈົ້າອີກເຫິງປານໃດ? ຈົ່ງພາເດັກນ້ອຍມາຫາເຮົາເບິ່ງດູ.”
ພວກເຈົ້າຢ່າຈົ່ມ ດັ່ງທີ່ບາງຄົນໃນພວກນັ້ນໄດ້ຈົ່ມ ແລະພວກເຂົາກໍຖືກທຳລາຍດ້ວຍເພັດຊະຄາດ.