Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 14:20 - ພຣະຄຳພີສັກສິ

20 ພຣະເຈົ້າຢາເວ​ໄດ້​ຕອບ​ວ່າ, “ເຮົາ​ຈະ​ຍົກໂທດ​ບາບ​ໃຫ້​ພວກເຂົາ ຕາມ​ທີ່​ເຈົ້າ​ໄດ້​ຂໍຮ້ອງ​ມາ,

Uka jalj uñjjattʼäta Copia luraña




ຈົດບັນຊີ 14:20
7 Jak'a apnaqawi uñst'ayäwi  

ເມື່ອ​ພຣະອົງ​ບອກ​ວ່າ ພຣະອົງ​ຈະ​ທຳລາຍ​ປະຊາຊົນ​ຂອງ​ພຣະອົງ ໂມເຊ​ຄົນ​ທີ່​ຊົງ​ໄດ້​ເລືອກເອົາ​ກໍ​ລຸກ​ຂຶ້ນ​ຂັດຄ້ານ​ໄວ້. ເພິ່ນ​ໄດ້​ຢັບຢັ້ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ໂດຍ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ຖືກ​ທຳລາຍ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະອົງ​ຊົງ​ຕອບ​ຄຳພາວັນນາ​ອະທິຖານ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ. ພຣະອົງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ໃຫ້​ອະໄພ ແມ່ນ​ວ່າ​ພຣະອົງ​ລົງໂທດ​ຍ້ອນ​ການບາບ​ກໍຕາມ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ປ່ຽນ​ການ​ຕັດສິນໃຈ ແລະ​ບໍ່ໄດ້​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ປະຊາຊົນ​ຂອງ​ພຣະອົງ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ.


ໂມເຊ​ຈຶ່ງ​ຕອບ​ກະສັດ​ຟາໂຣ​ວ່າ, “ຂ້ານ້ອຍ​ເຕັມໃຈ​ທີ່​ຈະ​ພາວັນນາ​ອະທິຖານ​ເພື່ອ​ທ່ານ ຂໍ​ທ່ານ​ກຳນົດ​ເວລາ​ໃຫ້​ຂ້ານ້ອຍ​ມາ​ພາວັນນາ​ອະທິຖານ​ສຳລັບ​ທ່ານ​ເອງ, ພວກ​ຂ້າຣາຊການ ແລະ​ປະຊາຊົນ​ຂອງທ່ານ​ໄວ້​ເຖີດ ແລ້ວ​ກົບ​ກໍ​ຈະ​ຖືກ​ໄລ່​ໃຫ້​ໜີໄປ, ມັນ​ຈະ​ໜີໄປ​ໝົດ ແລະ​ຈະ​ຍັງເຫລືອ​ຢູ່​ແຕ່​ໃນ​ແມ່ນໍ້ານິນ​ເທົ່ານັ້ນ.”


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເຮົາ​ໄດ້​ເມດຕາ​ປະຊາຊົນ​ເຫຼົ່ານັ້ນ​ທີ່​ໄດ້​ປົບໜີ​ຈາກ​ຄວາມຕາຍ. ເມື່ອ​ຊາວ​ອິດສະຣາເອນ​ຢາກ​ຈະ​ພັກຜ່ອນ


ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ສາລະພາບ​ຜິດ​ຂອງຕົນ​ຕໍ່​ກັນແລະກັນ, ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ກັນແລະກັນ, ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ດີ​ພະຍາດ. ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້​ຊອບທຳ​ມີຣິດ​ສັກສິດ​ເຮັດ​ໃຫ້​ເກີດຜົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka