Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 14:2 - ພຣະຄຳພີສັກສິ

2 ພວກເຂົາ​ຈົ່ມຮ້າຍ​ໃສ່​ໂມເຊ​ແລະ​ອາໂຣນ​ວ່າ, “ຕາຍ​ຢູ່​ທີ່​ປະເທດ​ເອຢິບ ຫລື​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ກໍ​ຍັງ​ດີກວ່າ

Uka jalj uñjjattʼäta Copia luraña




ຈົດບັນຊີ 14:2
31 Jak'a apnaqawi uñst'ayäwi  

ສ່ວນ​ເພິ່ນ​ເອງ​ນັ້ນ​ຍ່າງ​ໄປ​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ​ໝົດມື້. ເພິ່ນ​ຢຸດ​ນັ່ງ​ພັກ​ຢູ່​ໃຕ້​ຮົ່ມ​ໄມ້​ຕົ້ນໜຶ່ງ ແລະ​ຄິດ​ຢາກ​ຈະ​ຕາຍ. ເພິ່ນ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ໄປ​ເທີ້ນ ເພາະ​ຂ້ານ້ອຍ​ບໍ່ດີ​ໄປກວ່າ​ປູ່ຍ່າຕາຍາຍ​ຂອງ​ຂ້ານ້ອຍ.”


ຂ້ານ້ອຍ​ຢາກ​ຕາຍ​ແຕ່​ຄາວ​ຢູ່​ໃນ​ທ້ອງ​ມານດາ ຫລື​ຕາຍ​ແຕ່​ເວລາ​ທີ່​ຂ້ານ້ອຍ​ໄດ້​ເກີດ​ມາ​ພຸ້ນ.


ແລ້ວ​ພວກເຂົາ​ກໍໄດ້​ປະຕິເສດ​ດິນແດນ​ທີ່​ໃຫ້​ພໍໃຈ ເພາະ​ບໍ່ໄດ້​ເຊື່ອຟັງ​ຄຳສັນຍາ​ຂອງ​ພຣະອົງ.


ພວກເຂົາ​ອາໄສ​ຜ້າເຕັນ​ຢູ່​ແລະ​ຈົ່ມວ່າ​ຢ່າງ​ບໍ່​ພໍໃຈ ແລະ​ບໍ່​ຍອມ​ຟັງ​ສຽງ​ຂອງ​ພຣະເຈົ້າຢາເວ.


ເພື່ອ​ເຫັນ​ແກ່​ພວກເຂົາ ພຣະອົງ​ຈຶ່ງ​ຈົດຈຳ​ພັນທະສັນຍາ​ຂອງ​ພຣະອົງ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ພຣະອົງ​ຈຶ່ງ​ຊົງ​ເມດຕາ​ພວກ​ເຂົາເຈົ້າ.


ພວກເຂົາ​ຮ້ອງ​ໃສ່​ໂມເຊ​ວ່າ, “ໃນ​ປະເທດ​ເອຢິບ​ບໍ່ມີ​ບ່ອນ​ຝັງສົບ​ບໍ? ເປັນຫຍັງ​ຈຶ່ງ​ພາ​ພວກເຮົາ​ມາ​ຕາຍ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ເຊັ່ນນີ້? ເບິ່ງ​ພຸ້ນ​ດູ ຜົນ​ທີ່​ທ່ານ​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ


ປະຊາຊົນ​ໄດ້​ຈົ່ມຮ້າຍ​ໃສ່​ໂມເຊ ແລະ​ຖາມ​ເພິ່ນ​ວ່າ, “ພວກເຮົາ​ຈະ​ຫາ​ນໍ້າ​ມາ​ແຕ່​ໃສ​ດື່ມ?”


ແຕ່​ປະຊາຊົນ​ຫິວນໍ້າ​ຫລາຍ​ຈຶ່ງ​ສືບຕໍ່​ຈົ່ມຮ້າຍ​ໂມເຊ ໂດຍ​ເວົ້າ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ໃຫ້​ພວກເຮົາ​ກັບ​ລູກຫລານ ແລະ​ຝູງສັດ​ຕາຍ​ຫິວນໍ້າ​ຊັ້ນບໍ?”


ແຕ່​ບັດນີ້ ພຣະເຈົ້າຢາເວ​ເອີຍ ຈົ່ງ​ປ່ອຍ​ໃຫ້​ຂ້ານ້ອຍ​ຕາຍ​ເສຍ. ຂ້ານ້ອຍ​ຕາຍໄປ​ກໍດີກວ່າ​ທີ່​ຈະ​ມີ​ຊີວິດ​ຢູ່.”


ຫລັງຈາກ​ຕາເວັນ​ໄດ້​ຂຶ້ນ​ແລ້ວ ພຣະເຈົ້າ​ກໍ​ບັນດານ​ໃຫ້​ລົມຮ້ອນ​ພັດ​ມາ​ແຕ່​ທາງທິດ​ຕາເວັນອອກ ແລະ​ໂຢນາ​ເກືອບ​ສະຫລົບ​ໄປ ຍ້ອນ​ຄວາມຮ້ອນ​ຂອງ​ແສງ​ແດດ​ເຜົາ. ສະນັ້ນ ເພິ່ນ​ຈຶ່ງ​ຄິດ​ຢາກ​ຕາຍ. ເພິ່ນ​ເວົ້າ​ວ່າ, “ຂ້ານ້ອຍ​ຕາຍໄປ​ກໍດີກວ່າ​ທີ່​ຈະ​ມີ​ຊີວິດ​ຢູ່.”


ປະຊາຊົນ​ໄດ້​ເລີ່ມ​ຈົ່ມທຸກ​ຕໍ່​ພຣະເຈົ້າຢາເວ​ເຖິງ​ຄວາມ​ເດືອດຮ້ອນ​ຂອງ​ພວກເຂົາ. ເມື່ອ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຂົາ ພຣະອົງ​ກໍ​ໂກດຮ້າຍ​ແລະ​ສົ່ງ​ໄຟ​ລົງ​ມາ​ເທິງ​ພວກເຂົາ. ໄຟ​ພຣະເຈົ້າຢາເວ​ໄດ້​ລຸກ​ໄໝ້​ຢູ່​ທ່າມກາງ​ພວກເຂົາ ແລະ​ໄດ້​ທຳລາຍ​ສົ້ນ​ໜຶ່ງ​ຂອງ​ຄ້າຍພັກ.


ຖ້າ​ພຣະອົງ​ຈະ​ເຮັດ​ຕໍ່​ຂ້ານ້ອຍ​ຢ່າງນີ້​ແລ້ວ ຈົ່ງ​ສັງຫານ​ຂ້ານ້ອຍ​ຖິ້ມ​ເສຍ ຖ້າ​ພຣະຄຸນ​ຂອງ​ພຣະອົງ​ຍັງ​ມີ​ສຳລັບ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່ໄດ້​ປະເຊີນ​ຕໍ່​ຄວາມ​ຫຼົ້ມຈົມ​ອັນ​ໂຫດຮ້າຍ​ທີ່​ຈະ​ມາ​ຖືກ​ຂ້ານ້ອຍ​ຕໍ່ໄປ.”


ຢູ່​ໃນ​ປະເທດ​ເອຢິບ ພວກເຮົາ​ເຄີຍ​ກິນ​ປາ​ຕາມ​ຄວາມ​ຕ້ອງການ​ໂດຍ​ບໍ່​ຕ້ອງ​ຊື້. ພວກເຮົາ​ຄິດຮອດ​ໝາກແຕງ, ໝາກໂມ, ຜັກຫອມແປ້ນ, ຜັກບົ່ວ ແລະ​ຜັກທຽມ​ເດ


ປະຊາຊົນ​ຕ່າງ​ກໍ​ຮ້ອງໄຫ້​ດ້ວຍ​ຄວາມທຸກໃຈ​ຕະຫລອດ​ທັງຄືນ.


ບໍ່ມີ​ໃຜ​ຈັກ​ຄົນ​ໃນ​ຈຳນວນ​ຄົນ​ເຫຼົ່ານີ້ ທີ່​ໄດ້​ເຫັນ​ສະຫງ່າຣາສີ​ຂອງເຮົາ ແລະ​ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ​ທີ່​ເຮົາ​ໄດ້​ກະທຳ ຢູ່​ໃນ​ປະເທດ​ເອຢິບ​ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໄດ້​ທົດລອງ​ເຮົາ​ເຖິງ​ສິບ​ເທື່ອ​ແລ້ວ ແຕ່​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ເຮົາ.


ທ່ານ​ໄດ້​ນຳ​ພວກເຮົາ​ອອກ​ມາ​ຈາກ​ດິນແດນ​ທີ່​ອຸດົມສົມບູນ​ໃນ​ປະເທດ​ເອຢິບ ເພື່ອ​ຈະ​ຂ້າ​ພວກເຮົາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້​ຍັງ​ບໍ່​ພໍ​ບໍ? ທ່ານ​ຍັງ​ຈະ​ມາ​ຕັ້ງ​ຕົວ​ເປັນ​ນາຍ​ເໜືອ​ຫົວ​ເຮົາ​ອີກ​ບໍ?


ວັນ​ຕໍ່ມາ ຊຸມຊົນ​ທັງໝົດ​ໄດ້​ມາ​ຈົ່ມຮ້າຍ​ໃສ່​ໂມເຊ​ແລະ​ອາໂຣນ​ວ່າ, “ທ່ານ​ເປັນ​ຜູ້​ເຮັດ​ໃຫ້​ປະຊາຊົນ​ບາງຄົນ​ຂອງ​ພຣະເຈົ້າຢາເວ ຖືກ​ຂ້າ​ຕາຍ.”


ດັ່ງນັ້ນ ໂມເຊ​ຈຶ່ງ​ກ່າວ​ແກ່​ຊາວ​ອິດສະຣາເອນ ແລະ​ຜູ້ນຳ​ຂອງ​ພວກເຂົາ​ແຕ່ລະຄົນ​ກໍໄດ້​ນຳ​ໄມ້ຄ້ອນເທົ້າ​ອັນໜຶ່ງ​ມາ​ໃຫ້​ເຜົ່າລະ​ອັນ​ຄື: ທັງໝົດ​ມີ​ຢູ່​ສິບສອງ​ອັນ​ແລະ​ມີ​ໄມ້​ຄ້ອນ​ເທົ້າ​ຂອງ​ອາໂຣນ​ຮ່ວມ​ຢູ່​ດ້ວຍ.


ໃນ​ບ່ອນ​ທີ່​ພວກເຂົາ​ຕັ້ງ​ຄ້າຍພັກ​ຢູ່​ນັ້ນ​ບໍ່ມີ​ນໍ້າ. ດັ່ງນັ້ນ ປະຊາຊົນ​ຈຶ່ງ​ມາ​ເຕົ້າໂຮມ​ກັນ​ອ້ອມ​ໂມເຊ​ກັບ​ອາໂຣນ


ແລະ​ຈົ່ມຮ້າຍ​ວ່າ, “ຖ້າ​ພວກເຮົາ​ຫາກ​ໄດ້​ຕາຍ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ຮ່ວມ​ກັບ​ພີ່ນ້ອງ​ອິດສະຣາເອນ​ຂອງ​ພວກເຮົາ​ກໍ​ຄົງ​ເປັນ​ການ​ດີກວ່າ​ດອກ


ເປັນຫຍັງ​ພວກທ່ານ​ຈຶ່ງ​ນຳ​ພວກຊຸມນຸມ​ຂອງ​ພຣະເຈົ້າຢາເວ​ມາ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້? ເພື່ອ​ຢາກ​ໃຫ້​ພວກເຮົາ​ກັບ​ຝູງສັດ​ຂອງ​ພວກເຮົາ​ຕາຍ​ໃນ​ທີ່ນີ້​ຊັ້ນບໍ?


ພວກເຂົາ​ໄດ້​ຈົ່ມຮ້າຍ​ຕໍ່​ພຣະເຈົ້າ ແລະ​ຕໍ່​ໂມເຊ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ນຳພາ​ພວກເຮົາ​ອອກ​ຈາກ​ປະເທດ​ເອຢິບ ມາ​ຕາຍ​ຢູ່​ໃນ​ກາງ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ບໍ່ມີ​ອາຫານ ແລະ​ບໍ່ມີ​ນໍ້າ​ເຊັ່ນນີ້? ພວກເຮົາ​ບໍ່​ອາດ​ທົນ​ກິນ​ອາຫານ​ຕາຍໆ​ເຊັ່ນນີ້​ໄດ້​ດອກ.”


ພວກເຈົ້າ​ຢ່າ​ຈົ່ມ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ຈົ່ມ ແລະ​ພວກເຂົາ​ກໍ​ຖືກ​ທຳລາຍ​ດ້ວຍ​ເພັດຊະຄາດ.


ພວກເຈົ້າ​ໄດ້​ຈົ່ມ​ຕໍ່​ກັນແລະກັນ​ວ່າ, ‘ພຣະເຈົ້າຢາເວ​ກຽດຊັງ​ພວກເຮົາ. ດັ່ງນັ້ນ ພຣະອົງ​ໄດ້​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ມອບ​ພວກເຮົາ​ໃຫ້​ຊາວ​ອາໂມ​ເຫຼົ່ານີ້ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຂ້າ​ພວກເຮົາ​ຖິ້ມ.


ເມື່ອ​ພຣະເຈົ້າຢາເວ​ໃຊ້​ພວກເຈົ້າ​ໄປ​ຈາກ​ເມືອງ​ກາເດັດ​ບາກເນອາ ໂດຍ​ສັ່ງ​ໃຫ້​ເຂົ້າ​ໄປ​ຢຶດຄອງ​ດິນແດນ​ທີ່​ພຣະອົງ​ມອບ​ໃຫ້​ພວກເຈົ້າ ພວກເຈົ້າ​ກໍໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ພວກເຈົ້າ​ບໍ່ໄດ້​ໄວ້ວາງໃຈ​ພຣະອົງ​ຫລື​ເຊື່ອຟັງ​ພຣະອົງ.


ດັ່ງນັ້ນ ແມ່ນ​ຜູ້ໃດ​ໜໍ ທີ່​ໄດ້ຍິນ​ພຣະ​ສຸຣະສຽງ​ຂອງ​ພຣະເຈົ້າ​ແລ້ວ ແຕ່​ຍັງ​ກະບົດ ບໍ່ແມ່ນ​ທຸກຄົນ​ທີ່​ໂມເຊ​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ຫລື?


ຄົນ​ເຫຼົ່ານີ້ ເປັນ​ຄົນ​ມັກຈົ່ມ​ມັກວ່າ ພວກເຂົາ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ, ພວກເຂົາ​ເວົ້າ​ອວດອ້າງ​ເຖິງ​ຕົນເອງ ແລະ​ຍ້ອງຍໍ​ຄົນອື່ນ​ເພື່ອ​ຫວັງ​ຜົນ​ປະໂຫຍດ​ສ່ວນຕົວ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka