ຈົດບັນຊີ 14:19 - ພຣະຄຳພີສັກສິ19 ຂໍຊົງຍົກໂທດບາບໃຫ້ຄົນເຫຼົ່ານີ້ເສຍເຖີດ ຕາມຄວາມຮັກອັນໝັ້ນຄົງ ເໝືອນດັ່ງທີ່ພຣະອົງໄດ້ຍົກໂທດບາບໃຫ້ພວກເຂົາ ຕອນທີ່ຫາກໍໄດ້ອອກມາຈາກປະເທດເອຢິບຈົນເຖິງທຸກວັນນີ້.” Uka jalj uñjjattʼäta |
ເພິ່ນກ່າວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຖ້າພຣະອົງພໍໃຈນຳຂ້ານ້ອຍແທ້ ຂໍອົງພຣະຜູ້ເປັນເຈົ້າຊົງໂຜດນຳໜ້າພວກຂ້ານ້ອຍໄປເຖີດ. ປະຊາຊົນພວກນີ້ໃຈແຂງກະດ້າງດື້ດຶງຫລາຍ, ແຕ່ຂໍຊົງໂຜດຍົກຜິດຍົກບາບຂອງພວກຂ້ານ້ອຍແດ່ທ້ອນ ແລະຂໍຊົງໂຜດຮັບເອົາພວກຂ້ານ້ອຍເປັນໄພ່ພົນຂອງພຣະອົງດ້ວຍເຖີດ.”
ຂ້າແດ່ອົງພຣະຜູ້ເປັນເຈົ້າເອີຍ ໂຜດຟັງສຽງຂອງພວກຂ້ານ້ອຍດ້ວຍ! ຂ້າແດ່ອົງພຣະຜູ້ເປັນເຈົ້າ ໂຜດຍົກໂທດໃຫ້ພວກຂ້ານ້ອຍແດ່ທ້ອນ! ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍໂຜດຮັບຟັງພວກຂ້ານ້ອຍ! ແລະຮີບກະທຳການເຖີດ ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ຂໍໂຜດຢ່າຊັກຊ້າຢູ່ເລີຍ ເພາະວ່າເມືອງແລະປະຊາຊົນເຫຼົ່ານີ້ເປັນທີ່ເອີ້ນຕາມນາມຊື່ຂອງພຣະອົງ.”
ດັ່ງນັ້ນ ເພິ່ນຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ເວົ້າກັບພຣະອົງແລ້ວ ກ່ອນຈາກເຮືອນມາບໍ່ແມ່ນຫລືວ່າ ພຣະອົງຈະຕ້ອງກະທຳເຊັ່ນນີ້? ສະນັ້ນ ຂ້ານ້ອຍຈຶ່ງພະຍາຍາມສຸດຂີດ ທີ່ຈະໜີໄປຕາກຊິດ ເພາະຂ້ານ້ອຍຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ມີຄວາມຮັກແລະມີຄວາມເມດຕາ ອົດທົນສະເໝີ, ໃຈດີສະເໝີ, ພ້ອມທີ່ຈະປ່ຽນໃຈສະເໝີແລະບໍ່ລົງໂທດ.