Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 14:16 - ພຣະຄຳພີສັກສິ

16 ‘ເພາະ​ພຣະເຈົ້າຢາເວ​ບໍ່​ສາມາດ​ນຳພາ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ​ນັ້ນ​ໄດ້. ພຣະອົງ​ຈຶ່ງ​ຂ້າ​ປະຊາຊົນ​ຂອງ​ພຣະອົງ​ເອງ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.’

Uka jalj uñjjattʼäta Copia luraña




ຈົດບັນຊີ 14:16
6 Jak'a apnaqawi uñst'ayäwi  

ເປັນຫຍັງ​ຈຶ່ງ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ຕ້ອງ​ໄດ້​ເວົ້າ​ໃຫ້​ພຣະອົງ​ວ່າ ພຣະອົງ​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ ກໍ​ເພື່ອ​ວາງແຜນ​ຂ້າ​ພວກເຂົາ​ຢູ່​ໃນ​ເທິງ​ພູ​ນີ້ ໂດຍ​ທຳລາຍ​ພວກເຂົາ​ໃຫ້​ໝົດ​ສິ້ນ​ໄປ? ຂໍ​ຢ່າ​ຊົງ​ໂກດຮ້າຍ ແລະ​ຢ່າ​ທຳລາຍ​ປະຊາຊົນ​ຂອງ​ພຣະອົງ.


ສະນັ້ນ ບັດນີ້​ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ເອີຍ ຂ້ານ້ອຍ​ຈຶ່ງ​ວິງວອນ​ຂໍ​ພຣະອົງ​ຊົງ​ໂຜດ​ສຳແດງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ເຮັດ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້ ເມື່ອ​ພຣະອົງ​ກ່າວ​ວ່າ,


ບໍ່​ດັ່ງນັ້ນ​ແລ້ວ ຊາວ​ເອຢິບ​ຈະ​ເວົ້າ​ວ່າ, ພຣະເຈົ້າຢາເວ​ບໍ່​ສາມາດ​ນຳພາ​ໄພ່ພົນ​ຂອງ​ພຣະອົງ ເຂົ້າ​ໄປ​ໃນ​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ແກ່​ພວກເຂົາ. ພວກເຂົາ​ຈະ​ເວົ້າ​ວ່າ​ພຣະອົງ​ໄດ້​ນຳພາ​ໄພ່ພົນ​ຂອງ​ພຣະອົງ​ອອກ​ມາ ແລະ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເພື່ອ​ຂ້າ​ພວກເຂົາ​ຖິ້ມ ເພາະ​ພຣະອົງ​ກຽດຊັງ​ພວກເຂົາ.


ແລ້ວ​ໂຢຊວຍ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ໄດ້​ນຳ​ພວກ​ຂ້ານ້ອຍ​ຂ້າມ​ແມ່ນໍ້າ​ຈໍແດນ​ມາ​ທີ່​ນີ້? ກໍ​ເພື່ອ​ມອບ​ພວກ​ຂ້ານ້ອຍ​ໃຫ້​ແກ່​ຊາວ​ອາໂມ ຊັ້ນບໍ? ເປັນຫຍັງ​ຈຶ່ງ​ບໍ່​ໃຫ້​ພວກ​ຂ້ານ້ອຍ ຢູ່​ຟາກ​ແມ່ນໍ້າ​ຈໍແດນ​ເບື້ອງ​ນັ້ນ​ພຸ້ນ?


ຊາວ​ການາອານ​ແລະ​ພວກ​ອື່ນໆ​ທົ່ວ​ທັງ​ດິນແດນ​ຈະ​ຮູ້​ເຖິງ​ເລື່ອງ​ນີ້. ພວກເຂົາ​ຈະ​ພາກັນ​ມາ​ປິດລ້ອມ​ພວກ​ຂ້ານ້ອຍ​ໄວ້ ແລະ​ສັງຫານ​ພວກ​ຂ້ານ້ອຍ​ທຸກໆ​ຄົນ​ຖິ້ມ; ແລ້ວ​ພຣະອົງ​ຈະ​ກະທຳ​ຢ່າງ​ໃດ ເພື່ອ​ຮັກສາ​ກຽດ​ສັກສີ​ຂອງ​ພຣະອົງ​ໄວ້?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka