Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 14:11 - ພຣະຄຳພີສັກສິ

11 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ປະຊາຊົນ​ເຫຼົ່ານີ້​ຍັງ​ຈະ​ໝິ່ນປະໝາດ​ເຮົາ​ອີກ​ດົນນານ​ປານໃດ? ເຖິງແມ່ນ​ວ່າ ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ຢ່າງ​ໃນ​ທ່າມກາງ​ພວກເຂົາ​ແລ້ວ ພວກເຂົາ​ກໍ​ຍັງ​ປະຕິເສດ​ທີ່​ຈະ​ໄວ້ວາງໃຈ​ໃນ​ເຮົາ​ຕະຫລອດໄປ​ບໍ?

Uka jalj uñjjattʼäta Copia luraña




ຈົດບັນຊີ 14:11
29 Jak'a apnaqawi uñst'ayäwi  

ແລ້ວ​ພວກເຂົາ​ກໍໄດ້​ປະຕິເສດ​ດິນແດນ​ທີ່​ໃຫ້​ພໍໃຈ ເພາະ​ບໍ່ໄດ້​ເຊື່ອຟັງ​ຄຳສັນຍາ​ຂອງ​ພຣະອົງ.


ເພາະວ່າ​ພວກເຂົາ​ບໍ່ໄດ້​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າ​ເລີຍ ແລະ​ບໍ່ເຄີຍ​ເຊື່ອ​ວ່າ​ພຣະອົງ​ຈະ​ຊ່ວຍ​ໃຫ້​ພົ້ນ​ໄດ້.


ເຖິງປານນັ້ນ ປະຊາຊົນ​ກໍ​ຍັງ​ໄດ້​ເຮັດ​ບາບ​ຕາມເຄີຍ ແລະ​ບໍ່​ໄວ້ວາງໃຈ​ໃນ​ສິ່ງ​ອັດສະຈັນ​ທີ່​ຊົງ​ໄດ້​ກະທຳ.


ວັນນີ້ ຈົ່ງ​ເຊື່ອຟັງ​ສິ່ງ​ທີ່​ພຣະອົງ​ກ່າວ “ຢ່າ​ດື້ດ້ານ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ໄດ້​ເຮັດ​ທີ່​ເມຣີບາ​ນັ້ນ ເໝືອນ​ດັ່ງ​ພວກເພິ່ນ​ໄດ້​ເຮັດ​ໃນ ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ມັດສາ​ນັ້ນ.


ສະນັ້ນ ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ກ່າວ​ວ່າ, ‘ເຈົ້າ​ຍັງ​ຈະ​ແຂງຂໍ້​ຕໍ່​ເຮົາ​ອີກ​ດົນນານ​ປານໃດ? ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ປະຊາຊົນ​ເຫຼົ່ານີ້​ຈະ​ຂັດຂືນ​ຄຳສັ່ງ​ຂອງເຮົາ ໄປ​ອີກ​ເຫິງ​ນານ​ປານໃດ?


ຈົ່ງ​ເອົາໃຈໃສ່ ແລະ​ເຊື່ອຟັງ​ເທວະດາ. ຢ່າ​ຂັດຂືນ ເພາະ​ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ສັ່ງ​ເທວະດາ​ນັ້ນ ແລະ​ເພິ່ນ​ຈະ​ບໍ່​ຍົກໂທດ​ໃຫ້​ແກ່​ການ​ຂັດຂືນ​ໃດໆ​ທັງ​ສິ້ນ.


ພຣະເຈົ້າຢາເວ​ໄດ້ກ່າວ​ຕໍ່​ໂມເຊ​ວ່າ, “ເຮົາ​ຮູ້​ວ່າ​ປະຊາຊົນ​ເຫຼົ່ານີ້​ໃຈ​ແຂງ​ກະດ້າງ​ດື້ດຶງ​ພຽງໃດ.


“ຄົນໂງ່ຈ້າ​ເອີຍ ພວກເຈົ້າ​ຢາກ​ເປັນ​ຄົນໂງ່ຈ້າ​ຢູ່​ອີກ​ເຫິງ​ປານໃດ? ພວກເຈົ້າ​ຍັງ​ຈະ​ພໍໃຈ​ກັບ​ການ​ດູໝິ່ນ​ປະໝາດ​ຄວາມຮູ້​ຢູ່​ບໍ? ພວກເຈົ້າ​ຈະ​ບໍ່​ຮໍ່າຮຽນ​ເອົາ​ຈັກເທື່ອ​ບໍ?


ຄົນຊົ່ວ​ເຫຼົ່ານີ້​ປະຕິເສດ​ບໍ່​ຍອມ​ເຊື່ອຟັງ​ເຮົາ. ພວກເຂົາ​ດື້ດ້ານ ແລະ​ຊົ່ວຊ້າ​ເໝືອນ​ເດີມ; ພວກເຂົາ​ໄດ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ. ສະນັ້ນ ພວກເຂົາ​ຈຶ່ງ​ຈະ​ເປັນ​ດັ່ງ​ເສື້ອຊ້ອນ​ເຫຼົ່ານີ້​ຊຶ່ງ​ບໍ່ມີ​ຫຍັງ​ດີ​ເລີຍ.”


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຊຳລະລ້າງ​ຄວາມ​ຊົ່ວຊ້າ​ອອກ​ຈາກ​ຈິດໃຈ​ຂອງເຈົ້າ​ສາ ເພື່ອ​ວ່າ​ເຈົ້າ​ຈະ​ພົ້ນ​ໄດ້. ເຈົ້າ​ຈະ​ຄິດ​ບາບ​ຢູ່​ຢ່າງນີ້​ອີກ​ໄປ​ດົນນານ​ປານໃດ?


ແຕ່​ປະຊາຊົນ​ອິດສະຣາເອນ​ຊໍ້າພັດ​ທ້າທາຍ​ເຮົາ​ແມ່ນແຕ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຂົາ​ໄດ້​ຝ່າຝືນ​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ປະຖິ້ມ​ຂໍ້ຄຳສັ່ງ​ຂອງເຮົາ ຊຶ່ງ​ນຳ​ຊີວິດ​ມາ​ສູ່​ທຸກໆຄົນ​ທີ່​ປະຕິບັດ​ຕາມ. ພວກເຂົາ​ໄດ້​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ມົນທິນ. ສະນັ້ນ ເຮົາ​ຈຶ່ງ​ພ້ອມ​ແລ້ວ ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ແລະ​ທຳລາຍ​ພວກເຂົາ​ຖິ້ມ.


ເຮົາ​ກຽດຊັງ​ຮູບ​ງົວ​ຄຳ​ທີ່​ຊາວ​ເມືອງ​ຊາມາເຣຍ​ຂາບໄຫວ້. ເຮົາ​ຄຽດແຄ້ນ​ພວກເຂົາ. ຍັງ​ເຫິງ​ປານໃດ​ນໍ ພວກເຂົາ​ຈຶ່ງ​ຈະ​ປະຖິ້ມ​ການ​ຂາບໄຫວ້​ຮູບເຄົາຣົບ​ນີ້?


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເມື່ອ​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ນັ້ນ ເຮົາ​ໄດ້​ຕັ້ງໃຈ​ລົງໂທດ​ພວກເຂົາ​ແລະ​ເຮົາ​ບໍ່ໄດ້​ປ່ຽນໃຈ ແຕ່​ໄດ້​ເຮັດ​ຕາມ​ທີ່​ເຮົາ​ໄດ້​ຕັ້ງໃຈ​ໄວ້.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ,


ພວກເຂົາ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ​ນັ້ນ​ຈັກເທື່ອ. ພວກ​ທີ່​ໝິ່ນປະໝາດ​ເຮົາ​ນັ້ນ ຈະ​ບໍ່ມີ​ຈັກ​ຄົນໜຶ່ງ​ຄົນດຽວ​ທີ່​ໄດ້​ເຂົ້າ​ໄປ​ໃນ​ທີ່ນັ້ນ.


“ຄົນຊົ່ວ​ເຫຼົ່ານີ້ ຈະ​ຈົ່ມຮ້າຍ​ໃສ່​ເຮົາ​ໄປ​ອີກ​ດົນນານ​ປານໃດ? ເຮົາ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ເຫຼົ່ານັ້ນ​ພຽງພໍ​ແລ້ວ


ໃນ​ມື້ນັ້ນ ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ຫລາຍ ແລະ​ພຣະອົງ​ໄດ້​ສັນຍາ​ດັ່ງນີ້:


ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ​ຊົ່ວຊ້າ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນນານ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກ​ມາ​ຫາ​ເຮົາ​ເບິ່ງດູ.”


ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ໂອ ພວກເຈົ້າ​ຄົນ​ທີ່​ຂາດ​ຄວາມເຊື່ອ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ເຫິງ​ປານໃດ? ຈົ່ງ​ພາ​ເດັກນ້ອຍ​ມາ​ຫາ​ເຮົາ​ເບິ່ງດູ.”


ແຕ່​ຖ້າ​ເຮົາ​ເຮັດ​ພາລະກິດ​ນັ້ນ ເຖິງ​ພວກເຈົ້າ​ບໍ່​ເຊື່ອ​ເຮົາ​ກໍຕາມ ກໍ​ຈົ່ງ​ເຊື່ອ​ໃນ​ພາລະກິດ​ນັ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ ແລະ​ເຊື່ອໝັ້ນ​ວ່າ, ພຣະບິດາເຈົ້າ​ຢູ່​ໃນ​ເຮົາ ແລະ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ.”


ເຖິງ​ແມ່ນ​ວ່າ ພຣະອົງ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ຢ່າງ​ຕໍ່ໜ້າ​ພວກເຂົາ​ກໍຕາມ ພວກເຂົາ​ກໍ​ບໍ່​ເຊື່ອວາງໃຈ​ໃນ​ພຣະອົງ


ຖ້າ​ເຮົາ​ບໍ່ໄດ້​ເຮັດ​ກິດຈະການ​ໃນ​ທ່າມກາງ​ພວກເຂົາ ຊຶ່ງ​ບໍ່ມີ​ຜູ້ໃດ​ເຄີຍ​ໄດ້​ເຮັດ​ນັ້ນ ພວກເຂົາ​ກໍ​ຄົງ​ບໍ່ມີ​ບາບກຳ, ແຕ່​ບັດນີ້ ພວກເຂົາ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ແລ້ວ ພວກເຂົາ​ຈຶ່ງ​ກຽດຊັງ​ທັງ​ເຮົາ ແລະ​ພຣະບິດາເຈົ້າ​ຂອງເຮົາ​ດ້ວຍ.


ແຕ່​ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຕືອນ​ພວກເຈົ້າ​ແລ້ວ​ກໍຕາມ ພວກເຈົ້າ​ກໍ​ຍັງ​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ດັ່ງນັ້ນ ແມ່ນ​ຜູ້ໃດ​ໜໍ ທີ່​ໄດ້ຍິນ​ພຣະ​ສຸຣະສຽງ​ຂອງ​ພຣະເຈົ້າ​ແລ້ວ ແຕ່​ຍັງ​ກະບົດ ບໍ່ແມ່ນ​ທຸກຄົນ​ທີ່​ໂມເຊ​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ຫລື?


ແມ່ນ​ຜູ້ໃດ​ໜໍ ທີ່​ພຣະອົງ​ໄດ້​ຊົງ​ສາບານ​ຕົວ​ວ່າ ພວກເຂົາ​ຈະ​ບໍ່ໄດ້​ເຂົ້າ​ຮ່ວມ​ບ່ອນ​ພັກ​ເຊົາ​ຂອງ​ພຣະອົງ​ຈັກເທື່ອ ກໍ​ແມ່ນ​ຄົນ​ທີ່​ບໍ່​ເຊື່ອຟັງ​ເຫຼົ່ານັ້ນ ບໍ່ແມ່ນ​ຫລື?


ກໍ​ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງ​ກະດ້າງ​ໄປ ເໝືອນ​ດັ່ງ​ບັນພະບຸລຸດ​ຂອງ​ພວກເຈົ້າ ຄື​ເມື່ອ​ພວກເຂົາ​ໄດ້​ກະບົດ​ຕໍ່​ພຣະເຈົ້າ ໃນ​ວັນ​ທີ່​ພວກເຂົາ​ທົດລອງ​ພຣະອົງ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka