Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 14:10 - ພຣະຄຳພີສັກສິ

10 ຊຸມຊົນ​ທັງໝົດ​ກຳລັງ​ຈະ​ໃຊ້​ຫີນ​ແກວ່ງ​ໃສ່​ໂມເຊ​ແລະ​ອາໂຣນ​ໃຫ້​ຕາຍ, ແຕ່​ໃນ​ທັນໃດນັ້ນ ປະຊາຊົນ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປາກົດ​ທີ່​ເທິງ​ຫໍເຕັນ​ບ່ອນ​ຊຸມນຸມ.

Uka jalj uñjjattʼäta Copia luraña




ຈົດບັນຊີ 14:10
14 Jak'a apnaqawi uñst'ayäwi  

ໃນ​ຂະນະທີ່​ອາໂຣນ​ກຳລັງ​ກ່າວ​ແກ່​ຊຸມຊົນ​ອິດສະຣາເອນ​ຢູ່​ນັ້ນ ພວກເຂົາ​ຕ່າງ​ກໍ​ຫັນໜ້າ​ແນມ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ທັນໃດນັ້ນ ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ປາກົດ​ຂຶ້ນ​ໃນ​ເມກ.


ໃນ​ຕອນເຊົ້າ ພວກເຈົ້າ​ຈະ​ໄດ້​ເຫັນ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ. ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ຕໍ່ສູ້​ພຣະອົງ ແນ່ນອນ​ແມ່ນ​ພວກເຈົ້າ​ໄດ້​ຈົ່ມ​ຕໍ່ສູ້​ພຣະອົງ​ແທ້ ເພາະ​ພວກເຮົາ​ທັງສອງ​ເປັນ​ພຽງແຕ່​ຜູ້​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ພຣະອົງ​ເທົ່ານັ້ນ.”


ແລ້ວ​ໂມເຊ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ດ້ວຍ​ໃຈ​ຮ້ອນຮົນ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ແນວ​ໃດ​ດີ​ກັບ​ປະຊາຊົນ​ເຫຼົ່ານີ້? ພວກເຂົາ​ເກືອບ​ຈະ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ຂ້ານ້ອຍ.”


ຕໍ່ມາ ເມກ​ໄດ້​ມາ​ປົກຄຸມ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ປົກຄຸມ​ເຕັມ​ຢູ່​ທີ່​ຫໍເຕັນ​ສັກສິດ​ນັ້ນ.


ໂມເຊ​ແລະ​ອາໂຣນ​ໄດ້​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ເມື່ອ​ອອກ​ມາ​ແລ້ວ ພວກເພິ່ນ​ທັງສອງ​ໄດ້​ອວຍພອນ​ປະຊາຊົນ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ປາກົດ​ໃຫ້​ປະຊາຊົນ​ທັງໝົດ​ໄດ້​ເຫັນ.


ແລ້ວ​ໂກຣາ​ກໍ​ຮວບຮວມ​ພັກພວກ​ຂອງຕົນ ມາ​ຢືນ​ປະເຊີນ​ໜ້າ​ກັບ​ໂມເຊ​ແລະ​ອາໂຣນ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ໃນ​ທັນໃດນັ້ນ ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ປາກົດ​ຕໍ່​ຊຸມຊົນ​ທັງໝົດ


ຫລັງຈາກ​ທີ່​ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ ເພື່ອ​ປະທ້ວງ​ໂມເຊ​ກັບ​ອາໂຣນ​ແລ້ວ ພວກເຂົາ​ຕ່າງ​ກໍ​ຫັນ​ໜ້າ​ໄປ​ທາງ​ຫໍເຕັນ​ບ່ອນ​ຊຸມນຸມ; ພວກເຂົາ​ຈຶ່ງ​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປາກົດ​ຂຶ້ນ.


ແລ້ວ​ໂມເຊ​ກໍ​ເອົາ​ໄມ້ຄ້ອນເທົ້າ​ເຫຼົ່ານັ້ນ​ໄປ​ໄວ້​ໃນ​ຫໍເຕັນ ຕໍ່ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.


ໂມເຊ​ກັບ​ອາໂຣນ​ໄດ້​ພາກັນ​ຍ່າງ​ໜີ​ຈາກ​ປະຊາຊົນ ແລະ​ໄປ​ຢືນ​ຢູ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ພວກເພິ່ນ​ໝູບ​ໜ້າ​ລົງ​ດິນ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍໄດ້​ປາກົດ​ຂຶ້ນ​ໃຫ້​ພວກເຂົາ​ເຫັນ.


“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ຂ້າ​ບັນດາ​ຜູ້ທຳນວາຍ ເອົາ​ຫີນ​ແກວ່ງ​ໃສ່​ພວກ​ຜູ້ທຳນວາຍ​ທີ່​ໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ​ເຮົາ​ຢາກ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ດັ່ງ​ແມ່​ໄກ່​ຮວບຮວມ​ລູກ​ຂອງຕົນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ.


ມີ​ຜູ້ທຳນວາຍ​ຄົນ​ໃດ​ແດ່ ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່ໄດ້​ຂົ່ມເຫັງ? ພວກເຂົາ​ໄດ້​ຂ້າ​ບັນດາ​ຄົນ​ທີ່​ນຳ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ມາ​ໃຫ້ ຄື​ຄົນ​ທີ່​ໄດ້​ປະກາດ​ລ່ວງໜ້າ​ວ່າ ພຣະ​ຜູ້ຮັບໃຊ້​ອົງ​ຊອບທຳ​ຈະ​ມາ, ບັດນີ້ ເຈົ້າ​ທັງຫລາຍ​ໄດ້​ເປັນ​ຜູ້​ມອບ​ພຣະອົງ​ໄວ້ ແລະ​ສັງຫານ​ພຣະອົງ​ເສຍ.


ພວກເຂົາ​ພາກັນ​ສືບຕໍ່​ແກວ່ງ​ກ້ອນຫີນ​ໃສ່​ຊະເຕຟາໂນ ຂະນະທີ່​ເພິ່ນ​ກຳລັງ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ອົງ​ພຣະເຢຊູເຈົ້າ ຂໍໂຜດ​ຮັບ​ເອົາ​ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ​ເຖີດ.”


ບັດນີ້ ດາວິດ​ເປັນທຸກໃຈ​ຫລາຍ​ທີ່ສຸດ ກໍ​ເພາະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ເກີດ​ມີ​ຄວາມ​ຂົມຂື່ນ ຍ້ອນ​ພວກເຂົາ​ສູນເສຍ​ລູກ​ເມຍ ແລະ​ພວກເຂົາ​ຕ່າງ​ກໍ​ຂູ່​ວ່າ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ດາວິດ, ແຕ່​ດາວິດ​ໄດ້​ຊູ​ກຳລັງໃຈ​ຂຶ້ນ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka