ຈົດບັນຊີ 13:33 - ພຣະຄຳພີສັກສິ33 ແລະຄົນຮູບຮ່າງໃຫຍ່ສູງທີ່ເປັນເຊື້ອສາຍຂອງຊາວອານາກີມກໍອາໄສຢູ່ໃນບ່ອນນັ້ນ. ພວກເຮົາເລີຍເບິ່ງເປັນດັ່ງຕັກແຕນໃນສາຍຕາຂອງຄົນເຫຼົ່ານັ້ນ.” Uka jalj uñjjattʼäta |
ບັດນີ້ ຂໍທ່ານຈົ່ງມອບດິນແດນທາງເຂດເນີນພູໃຫ້ຂ້າພະເຈົ້າສາ ເພາະພຣະເຈົ້າຢາເວໄດ້ສັນຍາໄວ້ກັບຂ້າພະເຈົ້າ ໃນມື້ທີ່ຂ້າພະເຈົ້າແລະຄົນຂອງຂ້າພະເຈົ້າໄດ້ລາຍງານ. ໃນສະໄໝນັ້ນ ພວກຂ້າພະເຈົ້າໄດ້ບອກທ່ານແລ້ວວ່າ ມີເຊື້ອຊາດຂອງຄົນຮ່າງໃຫຍ່ຊື່ວ່າ, ອານາກີມ ໄດ້ຢູ່ໃນເມືອງທີ່ມີປ້ອມປ້ອງກັນ. ຖ້າວ່າພຣະເຈົ້າຢາເວສະຖິດຢູ່ນຳຂ້າພະເຈົ້າແທ້ ຂ້າພະເຈົ້າຈະຂັບໄລ່ພວກເຂົາອອກໄປ ຕາມທີ່ພຣະເຈົ້າຢາເວໄດ້ບອກໄວ້ນັ້ນ.”