Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 13:31 - ພຣະຄຳພີສັກສິ

31 ແຕ່​ພວກ​ທີ່​ໄດ້​ໄປ​ນຳ​ກາເລັບ​ນັ້ນ​ຕ່າງ​ກໍ​ຕອບ​ວ່າ, “ບໍ່ແມ່ນ ພວກເຮົາ​ບໍ່​ເຂັ້ມແຂງ​ພໍ​ເພື່ອ​ຈະ​ໂຈມຕີ​ພວກເຂົາ​ໄດ້; ຄົນ​ຢູ່​ໃນ​ທີ່ນັ້ນ​ມີ​ກຳລັງ​ເຂັ້ມແຂງ​ຫລາຍກວ່າ​ພວກເຮົາ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 13:31
8 Jak'a apnaqawi uñst'ayäwi  

ແຕ່​ກາເລັບ​ໄດ້​ບອກ​ປະຊາຊົນ​ທີ່​ກຳລັງ​ຈົ່ມຮ້າຍ ໃສ່​ໂມເຊ​ນັ້ນ​ໃຫ້​ພວກເຂົາ​ມິດ ແລ້ວ​ລາວ​ກໍ​ເວົ້າ​ຕໍ່ໄປ​ວ່າ, “ໃຫ້​ພວກເຮົາ​ເຂົ້າ​ໂຈມຕີ​ດຽວ​ນີ້​ໂລດ​ແລະ​ຢຶດເອົາ​ດິນແດນ ພວກເຮົາ​ມີ​ກຳລັງ​ເຂັ້ມແຂງ​ພໍ​ທີ່​ຈະ​ຕີ​ຊະນະ​ພວກເຂົາ​ໄດ້.”


ດ້ວຍເຫດໃດ ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ປະຊາຊົນ​ອິດສະຣາເອນ​ທໍ້ຖອຍ​ກຳລັງໃຈ ທີ່​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ຢຶດເອົາ​ດິນແດນ​ທີ່​ພຣະເຈົ້າຢາເວ​ມອບ​ໃຫ້​ພວກເຂົາ?


ເມື່ອ​ໄປ​ຮອດ​ຮ່ອມພູ​ເອັດຊະໂຄນ​ແລະ​ເຫັນ​ດິນແດນ​ແລ້ວ ພວກເຂົາ​ກັບ​ມາ​ເລົ່າ​ເລື່ອງ​ໃຫ້​ປະຊາຊົນ​ທໍ້ຖອຍ​ກຳລັງ​ໃຈ ທີ່​ຈະ​ເຂົ້າ​ໄປ​ຢຶດເອົາ​ດິນແດນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ນັ້ນ.


ພວກເຮົາ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເຮັດ​ຫຍັງ? ພວກເຮົາ​ຢ້ານ ເພາະ​ນັກສືບ​ສອດແນມ​ທີ່​ພວກເຮົາ​ໄດ້​ສົ່ງ​ໄປ​ນັ້ນ ມາ​ລາຍງານ​ວ່າ​ຄົນ​ໃນ​ດິນແດນ​ນັ້ນ​ໂຕ​ໃຫຍ່​ສູງ ແລະ​ແຂງແຮງ​ລື່ນ​ພວກເຮົາ. ພວກເຂົາ​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ທີ່​ມີ​ກຳແພງ​ສູງ​ຈຸ​ຟ້າ. ພວກເຂົາ​ໄດ້​ເຫັນ​ພວກ​ອານາກີມ​ຢູ່​ທີ່​ນັ້ນ.’


“ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງເຖີດ ວັນ​ນີ້​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ທີ່​ເປັນ​ຂອງ​ຊົນຊາດ​ທີ່​ຍິ່ງໃຫຍ່​ແລະ​ມີ​ອຳນາດ​ກວ່າ​ພວກເຈົ້າ. ເມືອງ​ກໍ​ໃຫຍ່​ແລະ​ກຳແພງ​ກໍ​ສູງ​ຈຸ​ຟ້າ​ສະຫວັນ,


ດັ່ງນັ້ນ ພວກເຮົາ​ຈຶ່ງ​ເຫັນ​ວ່າ​ພວກເຂົາ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ບໍ່ໄດ້ ຍ້ອນ​ຄວາມ​ບໍ່​ເຊື່ອຟັງ​ຂອງ​ພວກເຂົາ.


ແຕ່​ຄົນ​ທີ່​ໄປ​ນຳ​ຂ້າພະເຈົ້າ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢ້ານກົວ. ສ່ວນ​ຂ້າພະເຈົ້າເອງ​ໄດ້​ເຊື່ອຟັງ​ຢ່າງ​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ.


ກະສັດ​ໂຊນ​ຕອບ​ວ່າ, “ບໍ່ໄດ້​ດອກ ເຈົ້າ​ຈະ​ຕໍ່ສູ້​ມັນ​ໄດ້​ຢ່າງ​ໃດ? ເຈົ້າ​ຍັງ​ເປັນ​ບ່າວນ້ອຍ​ຢູ່ ສ່ວນ​ໂກລີອາດ​ນັ້ນ​ເປັນ​ທະຫານ​ມາ​ຕະຫລອດ​ຊີວິດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka