Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 13:30 - ພຣະຄຳພີສັກສິ

30 ແຕ່​ກາເລັບ​ໄດ້​ບອກ​ປະຊາຊົນ​ທີ່​ກຳລັງ​ຈົ່ມຮ້າຍ ໃສ່​ໂມເຊ​ນັ້ນ​ໃຫ້​ພວກເຂົາ​ມິດ ແລ້ວ​ລາວ​ກໍ​ເວົ້າ​ຕໍ່ໄປ​ວ່າ, “ໃຫ້​ພວກເຮົາ​ເຂົ້າ​ໂຈມຕີ​ດຽວ​ນີ້​ໂລດ​ແລະ​ຢຶດເອົາ​ດິນແດນ ພວກເຮົາ​ມີ​ກຳລັງ​ເຂັ້ມແຂງ​ພໍ​ທີ່​ຈະ​ຕີ​ຊະນະ​ພວກເຂົາ​ໄດ້.”

Uka jalj uñjjattʼäta Copia luraña




ຈົດບັນຊີ 13:30
14 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າ​ສະຖິດ​ຢູ່​ນຳ ພວກ​ຂ້ານ້ອຍ​ຈະ​ມີ​ໄຊຊະນະ ແລະ​ຈະ​ຜາບແພ້​ສັດຕູ​ທັງຫລາຍ​ຂອງ​ພວກ​ຂ້ານ້ອຍ.


ຊາວ​ອາມາເຫຼັກ​ອາໄສ​ຢູ່​ທາງທິດໃຕ້​ຂອງ​ດິນແດນ; ຊາວ​ຮິດຕີ, ຊາວ​ເຢບຸດ ແລະ​ຊາວ​ອາໂມ​ອາໄສ​ຢູ່​ເຂດ​ເນີນພູ ແລະ​ຊາວ​ການາອານ​ກໍ​ອາໄສ​ຢູ່​ຕາມ​ຝັ່ງ​ທີ່​ທະເລ​ເມດີແຕຣາເນ​ແລະ​ຝັ່ງ​ແມ່ນໍ້າ​ຈໍແດນ.”


ແຕ່​ພວກ​ທີ່​ໄດ້​ໄປ​ນຳ​ກາເລັບ​ນັ້ນ​ຕ່າງ​ກໍ​ຕອບ​ວ່າ, “ບໍ່ແມ່ນ ພວກເຮົາ​ບໍ່​ເຂັ້ມແຂງ​ພໍ​ເພື່ອ​ຈະ​ໂຈມຕີ​ພວກເຂົາ​ໄດ້; ຄົນ​ຢູ່​ໃນ​ທີ່ນັ້ນ​ມີ​ກຳລັງ​ເຂັ້ມແຂງ​ຫລາຍກວ່າ​ພວກເຮົາ.”


ແຕ່​ຍ້ອນ​ກາເລັບ ຄົນ​ຮັບໃຊ້​ຂອງເຮົາ ມີ​ທ່າທີ​ແຕກຕ່າງ​ຈາກ​ຄົນ​ເຫຼົ່ານີ້ ແລະ​ລາວ​ສັດຊື່​ຕໍ່​ເຮົາ ເຮົາ​ຈະ​ນຳພາ​ລາວ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ລາວ​ໄດ້​ໄປ​ສຳຫລວດ ແລະ​ເຊື້ອສາຍ​ຂອງ​ລາວ​ຈະ​ໄດ້​ເປັນ​ກຳມະສິດ​ດິນແດນ


ບຸກຄົນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເລືອກ​ເອົາ ມີ​ດັ່ງນີ້: ເຜົ່າ ຜູ້ນຳ ຢູດາ ກາເລັບ ລູກຊາຍ​ຂອງ​ເຢຟຸນເນ ຊີເມໂອນ ເຊລູມີເອນ ລູກຊາຍ​ຂອງ​ອາມມີຮຸດ ເບັນຢາມິນ ເອລິດາດ ລູກຊາຍ​ຂອງ​ກີສະໂລນ ດານ ບຸກກີ ລູກຊາຍ​ຂອງ​ໂຢກລີ ມານາເຊ ຮານນີເອນ ລູກຊາຍ​ຂອງ​ເອໂຟດ ເອຟຣາອິມ ເກມູເອນ ລູກຊາຍ​ຂອງ​ຊິບຟະຕານ ເຊບູໂລນ ເອລີຊາຟັນ ລູກຊາຍ​ຂອງ​ປາຣະນັກ ອິດຊາຄາ ປານຕີເອນ ລູກຊາຍ​ຂອງ​ອາຊະຊານ ອາເຊ ອາຮີຮຸດ ລູກຊາຍ​ຂອງ​ເຊໂລມີ ເນັບທາລີ ເປດາເຮນ ລູກຊາຍ​ຂອງ​ອາມມີຮຸດ


ຖ້າ​ເປັນ​ຢ່າງ​ນັ້ນ ເຮົາ​ທັງຫລາຍ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້?


ແຕ່​ໃນ​ເຫດການ​ທັງປວງ​ເຫຼົ່ານີ້ ພວກເຮົາ​ກໍ​ມີ​ໄຊຊະນະ​ຢ່າງ​ເຫລືອລົ້ນ ໂດຍ​ທາງ​ພຣະອົງ​ຜູ້​ຊົງ​ຮັກ​ພວກເຮົາ​ທັງຫລາຍ​ນັ້ນ.


ເຮົາ​ສາມາດ​ສູ້​ກັບ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ຊົງ​ຊູ​ກຳລັງ​ເຮົາ.


ເພາະ​ຄົນ​ເຫຼົ່ານີ້​ມີ​ຄວາມເຊື່ອ ພວກເພິ່ນ​ຈຶ່ງ​ໄດ້​ໄຊຊະນະ​ທົ່ວ​ທັງ​ດິນແດນ ພວກເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້, ໄດ້​ງັບ​ປາກ​ສິງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka