Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 13:28 - ພຣະຄຳພີສັກສິ

28 ແຕ່​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ມີ​ກຳລັງ​ແຂງແຮງ​ຫລາຍ ແລະ​ເມືອງ​ຂອງ​ພວກເຂົາ​ກໍ​ໃຫຍ່ ທັງ​ມີ​ປ້ອມ​ປ້ອງກັນ​ເມືອງ​ເປັນ​ຢ່າງດີ. ນອກເໜືອ​ໄປຈາກນີ້ ພວກເຮົາ​ຍັງ​ໄດ້​ເຫັນ​ເຊື້ອສາຍ​ຂອງ​ອານາກີມ​ຄົນ​ຮູບຮ່າງ​ໃຫ່ຍ​ຢູ່​ທີ່ນັ້ນ​ດ້ວຍ.

Uka jalj uñjjattʼäta Copia luraña




ຈົດບັນຊີ 13:28
12 Jak'a apnaqawi uñst'ayäwi  

ມີ​ຄົນ​ຮ່າງ​ໃຫຍ່​ຜູ້ໜຶ່ງ​ຊື່​ວ່າ ອີສະບີເບໂນບ​ໄດ້​ຖື​ຫອກ​ເປັນ​ທອງສຳຣິດ ໜັກ​ປະມານ​ສາມ​ກິໂລກຼາມ​ເຄິ່ງ​ທັງ​ມີ​ດາບ​ດວງ​ໃໝ່​ຄາດ​ແອວ ໂດຍ​ຄິດ​ວ່າ​ຕົນ​ຈະ​ຂ້າ​ກະສັດ​ດາວິດ​ໄດ້.


ແລະ​ຄົນ​ຮູບຮ່າງ​ໃຫຍ່​ສູງ​ທີ່​ເປັນ​ເຊື້ອສາຍ​ຂອງ​ຊາວ​ອານາກີມ​ກໍ​ອາໄສ​ຢູ່​ໃນ​ບ່ອນນັ້ນ. ພວກເຮົາ​ເລີຍ​ເບິ່ງ​ເປັນ​ດັ່ງ​ຕັກແຕນ​ໃນ​ສາຍ​ຕາ​ຂອງ​ຄົນ​ເຫຼົ່ານັ້ນ.”


ພວກເຮົາ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເຮັດ​ຫຍັງ? ພວກເຮົາ​ຢ້ານ ເພາະ​ນັກສືບ​ສອດແນມ​ທີ່​ພວກເຮົາ​ໄດ້​ສົ່ງ​ໄປ​ນັ້ນ ມາ​ລາຍງານ​ວ່າ​ຄົນ​ໃນ​ດິນແດນ​ນັ້ນ​ໂຕ​ໃຫຍ່​ສູງ ແລະ​ແຂງແຮງ​ລື່ນ​ພວກເຮົາ. ພວກເຂົາ​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ທີ່​ມີ​ກຳແພງ​ສູງ​ຈຸ​ຟ້າ. ພວກເຂົາ​ໄດ້​ເຫັນ​ພວກ​ອານາກີມ​ຢູ່​ທີ່​ນັ້ນ.’


ພວກເຂົາ​ມີ​ຮູບຮ່າງ​ໃຫຍ່​ສູງ​ຄື​ກັບ​ພວກ​ອານາກີມ ແລະ​ມີ​ຢູ່​ນຳກັນ​ຫລາຍ​ຄົນ ແລະ​ເປັນ​ຊົນຊາດ​ທີ່​ມີ​ອຳນາດ​ດ້ວຍ. ພຣະເຈົ້າຢາເວ​ໄດ້​ທຳລາຍ​ລ້າງຜານ​ພວກເຂົາ​ເໝືອນກັນ ເພື່ອ​ໃຫ້​ຊາວ​ອຳໂມນ​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ.


ເມືອງ​ເຫຼົ່ານັ້ນ​ທັງໝົດ​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ​ສູງ ແລະ​ມີ​ປະຕູ​ເມືອງ​ລົງ​ໄລ​ດ້ວຍ​ເຫລັກແທ່ງ ແລະ​ມີ​ຫລາຍ​ໝູ່ບ້ານ​ເໝືອນກັນ​ທີ່​ບໍ່ມີ​ກຳແພງ​ລ້ອມ.


ບໍ່ມີ​ພວກ​ອານາກີມ​ຈັກ​ຄົນ​ທີ່​ເຫຼືອ​ຢູ່​ໃນ​ດິນແດນ​ອິດສະຣາເອນ ແຕ່​ຍັງ​ມີ​ບາງຄົນ​ທີ່​ໄດ້​ເຫຼືອ​ຢູ່​ໃນ​ເມືອງ​ກາຊາ, ເມືອງກາດ ແລະ​ເມືອງ​ອາຊະໂດດ.


ບັດນີ້ ຂໍ​ທ່ານ​ຈົ່ງ​ມອບ​ດິນແດນ​ທາງ​ເຂດ​ເນີນພູ​ໃຫ້​ຂ້າພະເຈົ້າ​ສາ ເພາະ​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ກັບ​ຂ້າພະເຈົ້າ ໃນ​ມື້​ທີ່​ຂ້າພະເຈົ້າ​ແລະ​ຄົນ​ຂອງ​ຂ້າພະເຈົ້າ​ໄດ້​ລາຍງານ. ໃນ​ສະໄໝ​ນັ້ນ ພວກ​ຂ້າພະເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ວ່າ ມີ​ເຊື້ອຊາດ​ຂອງ​ຄົນ​ຮ່າງໃຫຍ່​ຊື່​ວ່າ, ອານາກີມ ໄດ້​ຢູ່​ໃນ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ. ຖ້າ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ຂ້າພະເຈົ້າ​ແທ້ ຂ້າພະເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້​ນັ້ນ.”


ສ່ວນ​ກາເລັບ​ກໍໄດ້​ຂັບໄລ່​ເຊື້ອສາຍ​ຂອງ​ອານາກ ຄື​ຕະກຸນ​ເຊຊາຍ, ອາຮີມານ ແລະ​ຕານໄມ​ອອກ​ໄປ​ຈາກ​ເມືອງ.


ກາເລັບ​ໄດ້​ຮັບ​ເມືອງ​ເຮັບໂຣນ​ເປັນ​ກຳມະສິດ​ຕາມ​ຄຳສັ່ງ​ຂອງ​ໂມເຊ. ສະນັ້ນ ກາເລັບ​ຈຶ່ງ​ຂັບໄລ່​ເຊື້ອສາຍ​ຂອງ​ອານາກ​ທັງ​ສາມ​ຕະກຸນ ອອກ​ໄປ​ຈາກ​ເມືອງ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka