21 ດັ່ງນັ້ນ ພວກສອດແນມຈຶ່ງເດີນທາງໄປສູ່ເຂດເໜືອ ແລະສຳຫລວດເບິ່ງດິນແດນ ແຕ່ຖິ່ນແຫ້ງແລ້ງກັນດານຊິນຢູ່ທາງເຂດໃຕ້ ຈົນເຖິງທາງໄປສູ່ເມືອງເຣໂຮບໃກ້ກັບຊ່ອງແຄບຮາມັດທາງທິດເໜືອ.
ເມື່ອກະສັດໂຕອີແຫ່ງຮາມັດໄດ້ຍິນວ່າ ກະສັດດາວິດໄດ້ເອົາຊະນະກອງທັບທັງໝົດຂອງເຈົ້າຮາດາເດເຊ
ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວເຖິງນະຄອນດາມັສກັດວ່າ, “ປະຊາຊົນໃນເມືອງຮາມັດແລະອັກປັດ ຕ່າງກໍກະວົນກະວາຍ ແລະເດືອດຮ້ອນຍ້ອນພວກເຂົາໄດ້ຍິນຂ່າວບໍ່ດີ. ຄວາມວິຕົກກັງວົນທັບຖ້ວມພວກເຂົາດັ່ງນໍ້າທະເລໄຫລຊັດຈົນພວກເຂົາຢູ່ບໍ່ເປັນສຸກ.
ເຈົ້າເຊເດກີຢາໄດ້ຖືກຈັບໄປຫາກະສັດເນບູກາດເນັດຊາທີ່ເມືອງຣິບລາໃນເຂດແດນຮາມັດ; ໃນທີ່ນັ້ນ ເຈົ້າເນບູກາດເນັດຊາໄດ້ພິພາກສາລົງໂທດເພິ່ນ.
ເມືອງຕ່າງໆຂອງເບໂຣທາ ແລະຊິບຣາອິມ (ເມືອງເຫຼົ່ານັ້ນໄດ້ຕັ້ງຢູ່ລະຫວ່າງເຂດແດນຂອງອານາຈັກດາມັສກັດ ແລະອານາຈັກຮາມັດ) ແລະເມືອງຕີໂກນ (ໄດ້ຕັ້ງຢູ່ຕາມຊາຍແດນຂອງອານາຈັກແຫ່ງຮາອູຣານ.)
ຈົ່ງໄປເບິ່ງສິ່ງທີ່ເກີດຂຶ້ນຢູ່ໃນເມືອງການເນ. ແລ້ວຈົ່ງໄປທີ່ເມືອງໃຫຍ່ຮາມັດ ແລະລົງໄປທີ່ເມືອງກາດ ເມືອງຂອງພວກຟີລິດສະຕິນ. ເມືອງເຫຼົ່ານີ້ດີກວ່າອານາຈັກຢູດາຍ ແລະອິດສະຣາເອນຫລື? ແລະເຂດແດນຂອງເມືອງເຫຼົ່ານີ້ໃຫຍ່ກວ່າຂອງພວກເຈົ້າບໍ?
ໃນເດືອນທຳອິດ ຊຸມຊົນອິດສະຣາເອນທັງໝົດໄດ້ມາທີ່ຖິ່ນແຫ້ງແລ້ງກັນດານຊິນ ແລະຕັ້ງຄ້າຍພັກຢູ່ທີ່ກາເດັດ. ນາງມີຣີອາມໄດ້ຕາຍແລະຖືກຝັງໄວ້ຢູ່ທີ່ນັ້ນ.
ເພາະເຈົ້າທັງສອງໄດ້ຝ່າຝືນຂໍ້ຄຳສັ່ງຂອງເຮົາທີ່ຖິ່ນແຫ້ງແລ້ງກັນດານຊິນ ຄາວທີ່ຊຸມຊົນອິດສະຣາເອນທັງໝົດໄດ້ຈົ່ມຮ້າຍໃສ່ເຮົາທີ່ເມຣິບານັ້ນ ເຈົ້າປະຕິເສດບໍ່ຍອມຮັບຂໍ້ຄຳສັ່ງຂອງເຮົາຕໍ່ໜ້າພວກເຂົາ.” (ເມຣິບາແມ່ນບໍ່ນໍ້າທີ່ກາເດັດໃນຖິ່ນແຫ້ງແລ້ງກັນດານຊິນ.)
ແລະຈາກນັ້ນໄປເຖິງຊ່ອງແຄບຮາມັດແລ້ວຕໍ່ໄປເຖິງເຊດາດ
ພວກເຂົາໄດ້ໄປທີ່ເຂດເນີນພູ ເລີຍໄປເຖິງຮ່ອມພູເອັດຊະໂຄນ ແລະໄດ້ສອດແນມເບິ່ງ.
ເພາະເຈົ້າທັງສອງບໍ່ສັດຊື່ຕໍ່ເຮົາຕໍ່ໜ້າປະຊາຊົນອິດສະຣາເອນ. ຄາວຢູ່ທີ່ແມ່ນໍ້າເມຣີບາ ໃກ້ກັບເມືອງກາເດັດໃນຖິ່ນແຫ້ງແລ້ງກັນດານຊິນນັ້ນ ພວກເຈົ້າຫລົບລູ່ກຽດຂອງເຮົາໃນທ່າມກາງປະຊາຊົນອິດສາຣະເອນ.
ຕະຫລອດທັງດິນແດນຂອງພວກເກບາ ເຂດແດນທັງໝົດຂອງເລບານອນໄປທາງທິດຕາເວັນອອກ ຄືຈາກບາອານກາດຢູ່ຕາມຕີນພູເຂົາເຮີໂມນຈົນເຖິງຊ່ອງແຄບຮາມັດ.
ຄອບຄົວຕ່າງໆໃນເຜົ່າຢູດາໄດ້ຮັບສ່ວນໜຶ່ງຂອງດິນແດນມີດັ່ງນີ້: ດິນແດນທາງທິດໃຕ້ໄປຈົນເຖິງໃຕ້ສຸດຮອດຖິ່ນແຫ້ງແລ້ງກັນດານຊິນ ທີ່ຊາຍແດນຂອງດິນແດນເອໂດມ.