Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 13:20 - ພຣະຄຳພີສັກສິ

20 ຈົ່ງ​ສຳຫລວດ​ເບິ່ງ​ວ່າ​ດິນ​ປູກຝັງ​ນັ້ນ​ອຸດົມສົມບູນ​ແລະ​ມີ​ປ່າໄມ້​ຫລື​ບໍ່? ຈົ່ງ​ນຳ​ໝາກໄມ້​ບາງ​ຊະນິດ​ໃນ​ທີ່ນັ້ນ​ມາ​ພ້ອມ.” (ໃນ​ຍາມ​ນັ້ນ​ເປັນ​ລະດູ​ໝາກອະງຸ່ນ​ລຸ້ນ​ທຳອິດ​ສຸກ.)

Uka jalj uñjjattʼäta Copia luraña




ຈົດບັນຊີ 13:20
19 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ກ່າວ​ຕໍ່ໄປ​ວ່າ, “ບັດນີ້​ລູກ​ເອີຍ ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ແລະ​ຂໍ​ໃຫ້​ເຈົ້າ​ຈະເລີນ​ຂື້ນ​ເຖີດ ເພື່ອ​ເຈົ້າ​ຈະ​ສ້າງ​ວິຫານ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ໃຫ້​ສຳເລັດ.


ພວກເພິ່ນ​ຢຶດ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນ ທັງ​ດິນແດນ​ທີ່​ອຸດົມ​ຮັ່ງມີ ເຮືອນ​ກັບ​ຊັບສິນ​ດ້ວຍ ມີ​ອ່າງນໍ້າ​ຂຸດ​ໄວ້ ແລະ​ຕົ້ນ​ໝາກກອກເທດ​ກໍ​ມີ​ຄືກັນ ຕົ້ນ​ໝາກໄມ້​ນາໆ​ຊະນິດ ແລະ​ສວນອະງຸ່ນ​ພ້ອມ. ພວກເພິ່ນ​ກິນ​ທຸກສິ່ງ​ຕາມ​ຄວາມ​ຕ້ອງການ ແລະ​ເຮັດ​ໃຫ້​ພວກເພິ່ນ​ຕຸ້ຍພີ​ດີ; ແລະ​ພວກເພິ່ນ​ພໍໃຈ​ກັບ​ທຸກສິ່ງ ທີ່​ຊົງ​ຈັດຫາ​ໃຫ້​ພວກເພິ່ນ.


ດ້ວຍ​ພຣະພອນ​ກະສັດ​ໄດ້​ປົກຄອງ​ປະຊາຊົນ ເມື່ອ​ພວກເພິ່ນ​ອາໄສ​ຢູ່​ໃນ​ດິນແດນ​ອັນ​ໃຫຍ່ກວ້າງ ຄື​ເປັນ​ດິນແດນ​ທີ່​ອຸດົມ​ແລະ​ຮັ່ງມີ ຊຶ່ງ​ພຣະອົງ​ໄດ້​ມອບໝາຍ​ໃຫ້​ແກ່​ພວກເພິ່ນ. ແຕ່​ພວກເພິ່ນ​ບໍ່​ຍອມ​ເລີກ ແລະ​ເຮັບ​ບາບ​ຕໍ່ໄປ ແລະ​ບໍ່ໄດ້​ຫັນ​ມາ​ບົວລະບັດ​ຮັບໃຊ້​ພຣະເຈົ້າ.


ເຮົາ​ຈະ​ປ່ອຍ​ໃຫ້​ພວກເຂົາ​ກິນ​ຫຍ້າ​ຕາມ​ຮ່ອມພູ​ທັງຫລາຍ ແລະ​ຕາມ​ທົ່ງຫຍ້າ​ຂຽວສົດ​ຕ່າງໆ​ໃນ​ດິນແດນ​ອິດສະຣາເອນ.


ລາວ​ຈະ​ບຸກຮຸກ​ເຂດ​ແຂວງ​ທີ່​ອຸດົມສົມບູນ​ຢ່າງ​ບໍ່​ເຕືອນ ແລະ​ຈະ​ເຮັດ​ໃນ​ສິ່ງ​ທີ່​ເຊື້ອສາຍ​ຂອງຕົນ​ບໍ່ເຄີຍ​ເຮັດ​ມາ​ກ່ອນ. ແລ້ວ​ລາວ​ກໍ​ຈະ​ແບ່ງປັນ​ຊັບ​ສິ່ງຂອງ​ທີ່​ຢຶດ​ມາ​ໄດ້​ໃນ​ສົງຄາມ​ໃຫ້​ພັກພວກ​ຂອງຕົນ. ລາວ​ຈະ​ວາງແຜນ​ໂຈມຕີ​ປ້ອມ​ຕ່າງໆ ແຕ່​ຈະ​ເຮັດ​ຕໍ່ໄປ​ບໍ່ໄດ້​ນານ.


ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ເປັນ​ດັ່ງ​ຄົນ​ອຶດຫິວ​ຜູ້ໜຶ່ງ ທີ່​ຫາ​ໝາກໄມ້​ລະດູ​ຮ້ອນ​ກິນ ແຕ່​ບໍ່​ພົບ ແລະ​ໝາກອະງຸ່ນ​ໃນ​ສວນ​ກໍ​ບໍ່ມີ​ເລີຍ. ໝາກອະງຸ່ນ​ແລະ​ໝາກເດື່ອ​ໄດ້​ຖືກ​ເກັບ​ໄປ​ໝົດ​ສາ​ແລ້ວ.


ຈົ່ງ​ສຳຫລວດ​ເບິ່ງ​ອີກ​ວ່າ​ດິນແດນ​ນັ້ນ ມີ​ທີ່ດິນ​ອຸດົມສົມບູນ​ຫລື​ບໍ່ ແລະ​ປະຊາຊົນ​ຢູ່​ໃນ​ເມືອງ​ມີ​ປ້ອມ​ລ້ອມ​ດ້ວຍ​ກຳແພງ ຫລື​ຢູ່​ໃນ​ເມືອງ​ເປີດແປນ.


ພວກເຂົາ​ໄດ້​ໄປ​ທີ່​ເຂດ​ເນີນພູ ເລີຍ​ໄປ​ເຖິງ​ຮ່ອມພູ​ເອັດຊະໂຄນ ແລະ​ໄດ້​ສອດແນມ​ເບິ່ງ.


ພວກເຂົາ​ໄດ້​ນຳ​ໝາກໄມ້​ບາງ​ຊະນິດ​ໃນ​ດິນແດນ​ນັ້ນ​ກັບ​ມາ​ພ້ອມ ແລະ​ລາຍງານ​ວ່າ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ກຳລັງ​ຈະ​ມອບ​ໃຫ້​ນັ້ນ​ເປັນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ​ຫລາຍ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ໂຢຊວຍ​ລູກຊາຍ​ຂອງ​ນູນ ໂດຍ​ໄດ້​ບອກ​ລາວ​ວ່າ, “ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ເຈົ້າ​ຈະ​ນຳພາ​ປະຊາຊົນ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ​ແລະ​ເຮົາ​ຈະ​ຢູ່​ກັບ​ເຈົ້າ.”


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ມີ​ໃຈ​ກ້າ ແລະ​ກ່າວ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ ເປັນ​ພຣະ​ຜູ້​ຊ່ວຍ​ຂອງ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ​ຈະ​ບໍ່​ຢ້ານກົວ. ມີ​ຜູ້ໃດ​ແດ່​ຈະ​ເຮັດ​ຫຍັງ ໃຫ້​ຂ້າພະເຈົ້າ​ໄດ້.”


ສະນັ້ນ ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ເພາະ​ເຈົ້າ​ຈະ​ເປັນ​ຜູ້​ນຳພາ​ປະຊາຊົນ​ເຫຼົ່ານີ້ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ ຈະ​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ.


ຈົ່ງ​ຈົດຈຳ​ວ່າ​ເຮົາ​ໄດ້​ສັ່ງ​ເຈົ້າ ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ຢ່າ​ຢ້ານ​ຫລື​ທໍ້ຖອຍ​ກຳລັງ​ໃຈ ເພາະ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຢູ່​ກັບ​ເຈົ້າ​ໃນ​ທຸກໆ​ບ່ອນ​ທີ່​ເຈົ້າ​ໄປ.”


ແລ້ວ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍໄດ້​ສົ່ງ​ສອດແນມ​ສອງ​ຄົນ​ຈາກ​ຄ້າຍພັກ​ທີ່​ຊິດຕິມ ພ້ອມ​ທັງ​ສັ່ງ​ໃຫ້​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ການາອານ​ຢ່າງ​ລັບໆ ໂດຍ​ສະເພາະ​ແລ້ວ​ແມ່ນ​ຕົວເມືອງ​ເຢຣິໂກ. ເມື່ອ​ມາ​ຮອດ​ເມືອງ​ເຢຣິໂກ​ແລ້ວ ສອດແນມ​ທັງສອງ​ຄົນ​ກໍໄດ້​ນອນ​ຄ້າງຄືນ​ຢູ່​ໃນ​ເຮືອນ​ຂອງ​ຍິງ​ໂສເພນີ​ຄົນ​ໜຶ່ງ​ຊື່​ວ່າ ຣາຮາບ.


ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ໃຊ້​ຄົນ​ໄປ​ບອກ​ນາງ​ຣາຮາບ​ວ່າ, “ຊາຍ​ທີ່​ມາ​ພັກ​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ​ນັ້ນ ໄດ້​ມາ​ສອດແນມ​ເບິ່ງ​ທົ່ວ​ດິນແດນ ຈົ່ງ​ນຳ​ພວກເຂົາ​ອອກ​ມາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka