ຈົດບັນຊີ 13:2 - ພຣະຄຳພີສັກສິ2 “ຈົ່ງເລືອກເອົາຜູ້ນຳຄົນໜຶ່ງໃນແຕ່ລະເຜົ່າ ແລະສົ່ງພວກເຂົາໄປສອດແນມເບິ່ງດິນແດນການາອານ ບ່ອນທີ່ເຮົາກຳລັງຈະມອບໃຫ້ແກ່ຊາວອິດສະຣາເອນ.” Uka jalj uñjjattʼäta |
ໂມເຊໄດ້ປະຕິບັດຕາມຄຳສັ່ງຂອງພຣະເຈົ້າຢາເວ ແລະຈາກຖິ່ນແຫ້ງແລ້ງກັນດານປາຣານ ເພິ່ນໄດ້ສົ່ງພວກຜູ້ນຳອອກໄປດັ່ງນີ້: ເຜົ່າ ຜູ້ນຳ ຣູເບັນ ຊາມມູອາ ລູກຊາຍຂອງຊັກກູເຣ ຊີເມໂອນ ຊາຟັດ ລູກຊາຍຂອງໂຮຣີ ຢູດາ ກາເລັບ ລູກຊາຍຂອງເຢຟຸນເນ ອິດຊາຄາ ອີການ ລູກຊາຍຂອງໂຢເຊັບ ເອຟຣາອິມ ໂຮເຊຢາ ລູກຊາຍຂອງນູນ ເບັນຢາມິນ ປານຕີ ລູກຊາຍຂອງຣາຟູ ເຊບູໂລນ ກາດດີເອນ ລູກຊາຍຂອງໂສດີ ມານາເຊ ກາດດີ ລູກຊາຍຂອງສູສີ ດານ ອາມມີເອນ ລູກຊາຍຂອງເກມາລີ ອາເຊ ເສທູເຣ ລູກຊາຍຂອງມີກາເອນ ເນັບທາລີ ນາບີ ລູກຊາຍຂອງວົບສີ ກາດ ເກອູເອນ ລູກຊາຍຂອງມາກີ
ດັ່ງນັ້ນ ເພື່ອນຳພາພວກເຈົ້າ ຂ້າພະເຈົ້າຈຶ່ງໄດ້ແຕ່ງຕັ້ງບັນດາຜູ້ນຳ ທີ່ສະຫລຽວສະຫລາດແລະມີປະສົບການ ທີ່ພວກເຈົ້າໄດ້ເລືອກມາຈາກແຕ່ລະເຜົ່າຂອງພວກເຈົ້າ ແລະຂ້າພະເຈົ້າໄດ້ໃຫ້ພວກເຂົາເບິ່ງແຍງພວກເຈົ້າ. ຂ້າພະເຈົ້າໄດ້ໃຫ້ບາງຄົນຮັບຜິດຊອບພັນຄົນ, ບາງຄົນຮັບຜິດຊອບຮ້ອຍຄົນ, ບາງຄົນຮັບຜິດຊອບຫ້າສິບຄົນ ແລະບາງຄົນຮັບຜິດຊອບສິບຄົນ. ນອກຈາກນີ້ ຂ້າພະເຈົ້າໄດ້ແຕ່ງຕັ້ງເຈົ້າໜ້າທີ່ອື່ນໆຕາມເຜົ່າຕ່າງໆອີກດ້ວຍ.