18 ເພື່ອສຳຫລວດເບິ່ງວ່າ ດິນແດນນັ້ນເປັນຢ່າງໃດ ມີປະຊາຊົນຫລາຍເທົ່າໃດ ແລະເປັນຄົນມີກຳລັງເຂັ້ມແຂງຫລືບໍ່?
ສະນັ້ນ ເຮົາຈຶ່ງລົງມາຊ່ວຍກູ້ພວກເຂົາໃຫ້ພົ້ນຈາກການທາລຸນຂອງຊາວເອຢິບ; ເພື່ອນຳພາພວກເຂົາໄປສູ່ດິນແດນທີ່ອຸດົມສົມບູນ ແລະຮັ່ງມີບ່ອນທີ່ຊາວການາອານ, ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະຊາວເຢບຸດອາໄສຢູ່ໃນເວລານີ້.
ເຮົາຈະປ່ອຍໃຫ້ພວກເຂົາກິນຫຍ້າຕາມຮ່ອມພູທັງຫລາຍ ແລະຕາມທົ່ງຫຍ້າຂຽວສົດຕ່າງໆໃນດິນແດນອິດສະຣາເອນ.
ເມື່ອໂມເຊສົ່ງພວກສອດແນມອອກໄປນັ້ນ ເພິ່ນໄດ້ບອກພວກເຂົາວ່າ, “ໃຫ້ຂຶ້ນໄປທິດເໜືອ ແລະເຂົ້າໄປທາງທິດໃຕ້ຂອງດິນແດນການາອານ ແລະໄປສູ່ເຂດເນີນພູ.
ຈົ່ງສຳຫລວດເບິ່ງອີກວ່າດິນແດນນັ້ນ ມີທີ່ດິນອຸດົມສົມບູນຫລືບໍ່ ແລະປະຊາຊົນຢູ່ໃນເມືອງມີປ້ອມລ້ອມດ້ວຍກຳແພງ ຫລືຢູ່ໃນເມືອງເປີດແປນ.