Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 13:17 - ພຣະຄຳພີສັກສິ

17 ເມື່ອ​ໂມເຊ​ສົ່ງ​ພວກ​ສອດແນມ​ອອກ​ໄປ​ນັ້ນ ເພິ່ນ​ໄດ້​ບອກ​ພວກເຂົາ​ວ່າ, “ໃຫ້​ຂຶ້ນ​ໄປ​ທິດເໜືອ ແລະ​ເຂົ້າ​ໄປ​ທາງທິດໃຕ້​ຂອງ​ດິນແດນ​ການາອານ ແລະ​ໄປ​ສູ່​ເຂດ​ເນີນພູ.

Uka jalj uñjjattʼäta Copia luraña




ຈົດບັນຊີ 13:17
16 Jak'a apnaqawi uñst'ayäwi  

ແລ້ວ​ເພິ່ນ​ກໍ​ຍົກຍ້າຍ​ໄປ​ເປັນ​ໄລຍະ​ຢູ່​ເລື້ອຍ ສູ່​ທາງ​ພາກ​ໃຕ້​ຂອງ​ການາອານ.


ອັບຣາມ​ພາ​ເມຍ​ຂອງຕົນ​ພ້ອມ​ກັບ​ສິ່ງຂອງ​ທີ່​ຕົນ​ມີ​ຢູ່ ອອກ​ຈາກ​ພາກເໜືອ​ຂອງ​ປະເທດ​ເອຢິບ​ມຸ່ງໜ້າ​ໄປ​ສູ່​ເຂດ​ໃຕ້​ຂອງ​ການາອານ. ໂລດ​ກໍ​ຕິດຕາມ​ເພິ່ນ​ໄປ​ດ້ວຍ.


ບັດນີ້ ຈົ່ງ​ອອກ​ເດີນທາງ​ໄປ​ທົ່ວ​ດິນແດນ​ນັ້ນ ເພາະ​ເຮົາ​ຈະ​ມອບ​ດິນ​ທັງໝົດ​ໃຫ້​ເຈົ້າ.”


ແລ້ວ​ເພິ່ນ​ກໍ​ຍົກຍ້າຍ​ຈາກ​ທີ່​ນັ້ນ ເດີນທາງ​ຕໍ່ໄປ​ເລື້ອຍໆ​ສູ່​ເມືອງ​ເບັດເອນ ແລະ​ເພິ່ນ​ກໍ​ໄປ​ເຖິງ​ບ່ອນ​ທີ່​ຕົນ​ເຄີຍ​ຕັ້ງ​ຄ້າຍພັກ​ພາ​ອາໄສ​ມາ​ກ່ອນ ຢູ່​ລະຫວ່າງ​ເມືອງ​ເບັດເອນ​ກັບ​ເມືອງ​ອາອີ


ທີ່​ທົ່ງ​ຮາບພຽງ​ຂອງ​ສິດດິມ​ເຕັມ​ໄປ​ດ້ວຍ​ບໍ່​ນໍ້າມັນ​ດິບ ເວລາ​ກະສັດ​ແຫ່ງ​ໂຊໂດມ ແລະ​ໂກໂມຣາ ພະຍາຍາມ​ເອົາ​ຕົວ​ຫລົບ​ໜີ​ຈາກ​ການ​ສູ້ຮົບ ທັງສອງ​ຈຶ່ງ​ຕົກລົງ​ໃນ​ບໍ່​ນັ້ນ; ສ່ວນ​ກະສັດ​ຄົນອື່ນ​ຕ່າງ​ກໍ​ຫລົບລີ້ ເອົາ​ຕົວລອດ​ໄປ​ທາງ​ເນີນພູ.


ເພື່ອ​ສຳຫລວດ​ເບິ່ງ​ວ່າ ດິນແດນ​ນັ້ນ​ເປັນ​ຢ່າງ​ໃດ ມີ​ປະຊາຊົນ​ຫລາຍ​ເທົ່າໃດ ແລະ​ເປັນ​ຄົນ​ມີ​ກຳລັງ​ເຂັ້ມແຂງ​ຫລື​ບໍ່?


ຊາວ​ອາມາເຫຼັກ​ອາໄສ​ຢູ່​ທາງທິດໃຕ້​ຂອງ​ດິນແດນ; ຊາວ​ຮິດຕີ, ຊາວ​ເຢບຸດ ແລະ​ຊາວ​ອາໂມ​ອາໄສ​ຢູ່​ເຂດ​ເນີນພູ ແລະ​ຊາວ​ການາອານ​ກໍ​ອາໄສ​ຢູ່​ຕາມ​ຝັ່ງ​ທີ່​ທະເລ​ເມດີແຕຣາເນ​ແລະ​ຝັ່ງ​ແມ່ນໍ້າ​ຈໍແດນ.”


ພວກເຂົາ​ໄດ້​ລຸກຂື້ນ​ຕັ້ງແຕ່​ເຊົ້າໆ ແລະ​ພວກເຂົາ​ໄດ້​ຂື້ນ​ໄປ​ເທິງ​ເນີນພູ​ສູງ​ໂດຍ​ເວົ້າ​ວ່າ, “ບັດນີ້ ພວກເຮົາ​ພ້ອມແລ້ວ​ທີ່​ຈະ​ໄປ​ສູ່​ດິນແດນ​ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ສັນຍາ​ໄວ້. ພວກເຮົາ​ຍອມ​ຮັບ​ວ່າ​ພວກເຮົາ​ໄດ້​ເຮັດ​ບາບ​ແລ້ວ.”


ແລ້ວ​ຊາວ​ອາໂມ​ທີ່​ໄດ້​ອາໄສ​ຢູ່​ຕາມ​ເຂດ​ເນີນພູ ກໍ​ອອກ​ມາ​ສູ້ຮົບ​ພວກເຈົ້າ ເໝືອນ​ດັ່ງ​ໂຕ​ເຜິ້ງ​ທີ່​ບິນ​ອອກ​ຈາກ​ຮັງ​ຂອງ​ມັນ. ພວກເຂົາ​ໄດ້​ໄລ່​ຕາມລ່າ​ພວກເຈົ້າ​ໃນ​ເຂດ​ເອໂດມ​ມາ​ຈົນເຖິງ​ໂຮມາ ແລະ​ຊະນະ​ພວກເຈົ້າ​ຢູ່​ທີ່​ນັ້ນ.


ໂຢຊວຍ​ໄດ້​ຮົບ​ຊະນະ​ທົ່ວ​ທັງ​ດິນແດນ. ເພິ່ນ​ໄດ້​ຊະນະ​ບັນດາ​ກະສັດ​ທີ່​ຢູ່​ຕາມ​ເຂດ​ພູດອຍ, ຕາມ​ເນີນພູ ແລະ​ຕາມ​ຕີນພູ​ທາງທິດ​ຕາເວັນຕົກ, ຕະຫລອດ​ທັງ​ພວກ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ໃນ​ທິດໃຕ້. ເພິ່ນ​ໄດ້​ຂ້າ​ທຸກໆ​ຄົນ ບໍ່ມີ​ໃຜ​ລອດຊີວິດ​ຢູ່​ເລີຍ. ເຫດການ​ນີ້ ເປັນ​ໄປ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ໄວ້.


ສູ່​ທາງໃຕ້​ຈາກ​ຊ່ອງແຄບ​ອັກຣັບບິມ​ໄປ​ຈົນເຖິງ​ຊິນ. ດິນແດນ​ນີ້​ແຕ່​ຕອນ​ໃຕ້​ຂອງ​ກາເດັດ​ບາກເນອາ ຕ້ອງ​ໄດ້​ຜ່ານ​ໄປ​ທາງ​ເມືອງ​ເຮຊະໂຣນ, ຂຶ້ນ​ໄປ​ທາງ​ອັດດາ, ລ້ຽວ​ໄປ​ທາງ​ກາກກາ,


ແລ້ວ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍໄດ້​ສົ່ງ​ສອດແນມ​ສອງ​ຄົນ​ຈາກ​ຄ້າຍພັກ​ທີ່​ຊິດຕິມ ພ້ອມ​ທັງ​ສັ່ງ​ໃຫ້​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ການາອານ​ຢ່າງ​ລັບໆ ໂດຍ​ສະເພາະ​ແລ້ວ​ແມ່ນ​ຕົວເມືອງ​ເຢຣິໂກ. ເມື່ອ​ມາ​ຮອດ​ເມືອງ​ເຢຣິໂກ​ແລ້ວ ສອດແນມ​ທັງສອງ​ຄົນ​ກໍໄດ້​ນອນ​ຄ້າງຄືນ​ຢູ່​ໃນ​ເຮືອນ​ຂອງ​ຍິງ​ໂສເພນີ​ຄົນ​ໜຶ່ງ​ຊື່​ວ່າ ຣາຮາບ.


ນາງ​ຕອບ​ວ່າ, “ລູກ​ຢາກ​ໃຫ້​ພໍ່​ຫາ​ທີ່ດິນ​ບ່ອນ​ມີ​ບໍ່ນໍ້າ​ໃຫ້ ເພາະ​ບ່ອນ​ທີ່​ພໍ່​ມອບ​ໃຫ້​ລູກ​ນັ້ນ​ເປັນ​ທີ່ດິນ​ແຫ້ງແລ້ງ.” ດັ່ງນັ້ນ ກາເລັບ​ຈຶ່ງ​ມອບ​ທີ່ດິນ ບ່ອນ​ທີ່​ມີ​ບໍ່ນໍ້າ​ທາງ​ພາກເໜືອ ແລະ​ທາງ​ພາກໃຕ້​ໃຫ້​ແກ່​ນາງ.


ຫລັງຈາກ​ນັ້ນ​ແລ້ວ ພວກເຂົາ​ກໍ​ຂຶ້ນ​ໄປ​ສູ້ຮົບ​ພວກ​ການາອານ​ທີ່​ຢູ່​ຕາມ​ແຖບ​ເນີນພູ, ຕາມ​ຕີນ​ພູເຂົາ ແລະ​ໃນ​ບ່ອນ​ແຫ້ງແລ້ງ​ທາງ​ພາກໃຕ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka