Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 13:16 - ພຣະຄຳພີສັກສິ

16 ພວກ​ເຫຼົ່ານີ້​ແມ່ນ​ນັກສືບ​ສອດແນມ ທີ່​ໂມເຊ​ສົ່ງ​ໄປ​ສຳຫລວດ​ເບິ່ງ​ດິນແດນ. ເພິ່ນ​ໄດ້​ປ່ຽນ​ຊື່​ໃຫ້​ໂຮເຊຢາ​ລູກຊາຍ​ຂອງ​ນູນ​ວ່າ ໂຢຊວຍ.

Uka jalj uñjjattʼäta Copia luraña




ຈົດບັນຊີ 13:16
14 Jak'a apnaqawi uñst'ayäwi  

ລູກຊາຍ​ຂອງ​ເອລີຊາມາ​ແມ່ນ​ນູນ, ລູກຊາຍ​ຂອງ​ນູນ​ແມ່ນ​ໂຢຊວຍ.


ໂມເຊ​ຈຶ່ງ​ສັ່ງ​ໂຢຊວຍ​ວ່າ, “ມື້ອື່ນ ເຈົ້າ​ຈົ່ງ​ເລືອກເຟັ້ນ​ເອົາ​ບາງຄົນ ອອກ​ໄປ​ສູ້ຮົບ​ກັບ​ຊາວ​ອາມາເຫຼັກ. ສ່ວນ​ເຮົາ​ເອງ​ຈະ​ຖື​ໄມ້ຄ້ອນເທົ້າ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ນັ້ນ ຢືນ​ເບິ່ງ​ຢູ່​ເທິງ​ເນີນພູ.”


ນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ແກ່​ໂຮເສອາ ລູກຊາຍ​ຂອງ​ເບເອຣີ ເວລາ​ທີ່​ອຸດຊີຢາ, ໂຢທາມ, ອາຮາດ ແລະ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ; ແລະ​ເວລາ​ທີ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເຢໂຮອາດ ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.


“ຈົ່ງ​ເລືອກ​ເອົາ​ຜູ້ນຳ​ຄົນ​ໜຶ່ງ​ໃນ​ແຕ່ລະເຜົ່າ ແລະ​ສົ່ງ​ພວກເຂົາ​ໄປ​ສອດແນມ​ເບິ່ງ​ດິນແດນ​ການາອານ ບ່ອນ​ທີ່​ເຮົາ​ກຳລັງ​ຈະ​ມອບ​ໃຫ້​ແກ່​ຊາວ​ອິດສະຣາເອນ.”


ເຮົາ​ໄດ້​ສັນຍາ​ວ່າ​ຈະ​ໃຫ້​ພວກເຈົ້າ​ຢູ່​ທີ່​ນັ້ນ ແຕ່​ໃນ​ພວກເຈົ້າ​ຈະ​ບໍ່ມີ​ໃຜ​ໄດ້​ຢູ່ ນອກຈາກ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ.


ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ ແລະ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ສອງ​ຄົນ​ໃນ​ຈຳນວນ​ພວກ​ນັກສືບ​ສອດແນມ ໄດ້​ຈີກ​ເສື້ອ​ຂອງຕົນ​ດ້ວຍ​ຄວາມ​ເສຍໃຈ


ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ໄປ​ເອົາ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້​ທີ່​ມີ​ພຣະວິນຍານ ແລ້ວ​ຈົ່ງ​ວາງ​ມື​ເທິງ​ຫົວ​ລາວ​ແຕ່ງຕັ້ງ​ລາວ.


ຕໍ່ມາ ບັນພະບຸລຸດ​ຂອງ​ພວກເຮົາ ຜູ້​ທີ່​ໄດ້​ຮັບ​ຫໍເຕັນ​ຈາກ​ປູ່ຍ່າຕາຍາຍ​ຂອງ​ພວກ​ຕົນ ກໍ​ຫາມ​ຫໍເຕັນ​ໄປ​ນຳ ເມື່ອ​ພວກເຂົາ​ໄປ​ກັບ​ໂຢຊວຍ. ເມື່ອ​ຢຶດຄອງ​ເອົາ​ດິນແດນ​ຈາກ​ຊົນຊາດ​ຕ່າງໆ ຊຶ່ງ​ພຣະເຈົ້າ​ໄດ້​ຂັບໄລ່​ອອກ​ໃນ​ຂະນະທີ່​ພວກເຂົາ​ບຸກໜ້າ​ເຂົ້າ​ໄປ ຫໍເຕັນ​ນີ້​ກໍ​ມີ​ສືບມາ​ຈົນເຖິງ​ສະໄໝ​ຂອງ​ກະສັດ​ດາວິດ.


ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ພຣະທຳ​ໂຮເສອາ​ວ່າ, “ເຮົາ​ຈະ​ເອີ້ນ​ເຂົາ​ເຫຼົ່ານັ້ນ​ວ່າ ‘ເປັນ​ພົນລະເມືອງ​ຂອງເຮົາ.’ ຊຶ່ງ​ເມື່ອ​ກ່ອນ​ບໍ່ໄດ້​ເປັນ​ ພົນລະເມືອງ​ຂອງເຮົາ ແລະ​ເຮົາ​ຈະ​ເອີ້ນ​ວ່າ, ‘ພວກ​ທີ່ຮັກ​ຂອງເຮົາ’ ຊຶ່ງ​ເມື່ອ​ກ່ອນ​ບໍ່ໄດ້​ເປັນ​ທີ່ຮັກ.”


ໂມເຊ​ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ ໄດ້​ເລົ່າ​ເພງ​ນີ້​ສູ່​ປະຊາຊົນ​ຟັງ.


ດ້ວຍວ່າ, ຖ້າ​ໂຢຊວຍ​ໄດ້​ນຳພາ​ປະຊາຊົນ​ສູ່​ການ​ພັກຜ່ອນ​ນັ້ນ​ແລ້ວ ພຣະເຈົ້າ​ກໍ​ຄົງ​ບໍ່ໄດ້​ກ່າວ​ອີກ​ໃນ​ເວລາ​ຕໍ່ມາ​ເຖິງ​ວັນ​ອື່ນໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka