1 ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງເປັນທີ່ເພິ່ງ ຂອງພວກຂ້ານ້ອຍຕະຫລອດໄປ.
ແລ້ວພວກເຂົາກໍຈາກເມືອງຮາເຊໂຣດ ແລະຕັ້ງຄ້າຍພັກຢູ່ທີ່ຖິ່ນແຫ້ງແລ້ງກັນດານປາຣານ.
“ປະໂຣຫິດເອເລອາຊາແລະໂຢຊວຍລູກຊາຍຂອງນູນ ຈະເປັນຜູ້ແບ່ງປັນດິນແດນໃຫ້ປະຊາຊົນ.
ຈົ່ງເລືອກເອົາຜູ້ນຳຄົນໜຶ່ງຈາກແຕ່ລະເຜົ່າ ໃຫ້ເປັນຜູ້ຊ່ວຍເຫລືອໃນວຽກງານນີ້.”
ແຕ່ພວກເຈົ້າໄດ້ມາສະເໜີຕໍ່ຂ້າພະເຈົ້າວ່າ, ‘ໃຫ້ສົ່ງຄົນເຮົາໄປສອດແນມເບິ່ງດິນແດນນັ້ນສາກ່ອນ ເພື່ອວ່າພວກເຂົາຈະບອກພວກເຮົາໄດ້ວ່າ ທາງເສັ້ນໃດທີ່ພວກເຮົາຈະເຂົ້າຢຶດເອົາເມືອງໄດ້ສະດວກ ແລະເມືອງເຫຼົ່ານັ້ນເປັນຢ່າງໃດ.’
ການສະເໜີນັ້ນເຫັນວ່າເປັນເລື່ອງດີທີ່ຄວນຈະເຮັດ ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ເລືອກເອົາຊາຍສິບສອງຄົນ ຄືເຜົ່າລະຄົນ.
ເມື່ອພຣະເຈົ້າຢາເວໃຊ້ພວກເຈົ້າໄປຈາກເມືອງກາເດັດບາກເນອາ ໂດຍສັ່ງໃຫ້ເຂົ້າໄປຢຶດຄອງດິນແດນທີ່ພຣະອົງມອບໃຫ້ພວກເຈົ້າ ພວກເຈົ້າກໍໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ພວກເຈົ້າບໍ່ໄດ້ໄວ້ວາງໃຈພຣະອົງຫລືເຊື່ອຟັງພຣະອົງ.
ຄາວທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ໃຊ້ຂ້າພະເຈົ້າ ຈາກກາເດັດບາກເນອາໄປສຳຫລວດເບິ່ງດິນແດນນັ້ນ ຂ້າພະເຈົ້າມີອາຍຸສີ່ສິບປີ. ຂ້າພະເຈົ້າໄດ້ກັບມາລາຍງານຕໍ່ເພິ່ນຕາມຄວາມເປັນຈິງ
ແລ້ວໂຢຊວຍລູກຊາຍຂອງນູນກໍໄດ້ສົ່ງສອດແນມສອງຄົນຈາກຄ້າຍພັກທີ່ຊິດຕິມ ພ້ອມທັງສັ່ງໃຫ້ພວກເຂົາໄປສຳຫລວດເບິ່ງດິນແດນການາອານຢ່າງລັບໆ ໂດຍສະເພາະແລ້ວແມ່ນຕົວເມືອງເຢຣິໂກ. ເມື່ອມາຮອດເມືອງເຢຣິໂກແລ້ວ ສອດແນມທັງສອງຄົນກໍໄດ້ນອນຄ້າງຄືນຢູ່ໃນເຮືອນຂອງຍິງໂສເພນີຄົນໜຶ່ງຊື່ວ່າ ຣາຮາບ.