7 ມັນແຕກຕ່າງກັບເມື່ອເຮົາກ່າວແກ່ໂມເຊ ຄົນຮັບໃຊ້ທີ່ສັດຊື່ຂອງເຮົາ; ເຮົາໄດ້ໃຫ້ລາວຮັບຜິດຊອບປະຊາຊົນອິດສະຣາເອນທັງໝົດຂອງເຮົາ.
ພຣະເຈົ້າຢາເວຖາມມານຊາຕານວ່າ, “ເຈົ້າໄດ້ສັງເກດເບິ່ງໂຢບ ຜູ້ຮັບໃຊ້ຂອງເຮົາບໍ? ເທິງແຜ່ນດິນໂລກນີ້ບໍ່ມີຜູ້ໃດທີ່ສັດຊື່ແລະດີເທົ່າກັບລາວ. ລາວຢຳເກງພຣະເຈົ້າແລະລະມັດລະວັງຕົວບໍ່ເຮັດຊົ່ວ.”
ແລ້ວພຣະອົງກໍໄດ້ສົ່ງໂມເຊຜູ້ຮັບໃຊ້ຂອງພຣະອົງໄປ ແລະສົ່ງອາໂຣນຜູ້ທີ່ພຣະອົງໄດ້ເລືອກໄວ້.
ພຣະເຈົ້າຢາເວກ່າວແກ່ໂມເຊໜ້າຕໍ່ໜ້າ ດັ່ງຄົນໜຶ່ງທີ່ກ່າວຕໍ່ເພື່ອນຂອງຕົນ. ແລ້ວໂມເຊກໍກັບຄືນເມືອຄ້າຍພັກ, ສ່ວນໂຢຊວຍລູກຊາຍຂອງນູນ ຜູ້ຮັບໃຊ້ທີ່ໜຸ່ມແໜ້ນຂອງເພິ່ນໄດ້ປະຈຳຢູ່ໃນຫໍເຕັນ.
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ໃນບັນດາຜູ້ທີ່ເກີດຈາກແມ່ຍິງ ບໍ່ມີຜູ້ໃດໃຫຍ່ກວ່າໂຢຮັນບັບຕິສະໂຕ, ແຕ່ຜູ້ນ້ອຍທີ່ສຸດໃນຣາຊອານາຈັກສະຫວັນກໍໃຫຍ່ກວ່າໂຢຮັນ.
ແຕ່ພວກເຈົ້າອອກໄປເບິ່ງຫຍັງ? ເບິ່ງຜູ້ທຳນວາຍບໍ? ແມ່ນແລ້ວເຮົາບອກພວກເຈົ້າວ່າ ທ່ານຜູ້ນັ້ນກໍຍິ່ງໃຫຍ່ກວ່າຜູ້ທຳນວາຍອີກ.
ໂມເຊງຶດປະຫລາດໃຈໃນສິ່ງທີ່ຕົນໄດ້ເຫັນ ຈຶ່ງຫຍັບເຂົ້າໄປໃກ້ພຸ່ມໄມ້ນັ້ນເພື່ອເບິ່ງຄັກໆ ແລະເພິ່ນໄດ້ຍິນສຽງຂອງອົງພຣະຜູ້ເປັນເຈົ້າກ່າວວ່າ,
ຜູ້ຮັບຜິດຊອບປ້ອງກັນຮັກສາຕ້ອງເປັນຄົນສັດຊື່.
ເຮົາຈະສົ່ງຜູ້ທຳນວາຍຄົນໜຶ່ງເໝືອນເຈົ້ານີ້ແຫລະ ຈາກປະຊາຊົນໃນຊາດຂອງພວກເຂົາເອງມາໃຫ້; ເຮົາຈະບອກລາວໃນສິ່ງທີ່ຈະກ່າວ ແລະລາວ ຈະບອກປະຊາຊົນທຸກໆສິ່ງຕາມທີ່ເຮົາສັ່ງ.
ດັ່ງນັ້ນ ໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ຈຶ່ງໄດ້ຕາຍຢູ່ທີ່ນັ້ນໃນດິນແດນໂມອາບ ຕາມທີ່ພຣະເຈົ້າຢາເວໄດ້ບອກໄວ້.
ຖ້າເຮົາຍັງຊັກຊ້າຢູ່ ຈົດໝາຍສະບັບນີ້ ກໍຈະໄດ້ບອກພວກເຈົ້າໃຫ້ຮູ້ວ່າ ຄວນຈະບົວລະບັດຢ່າງໃດ ໃນຄອບຄົວຂອງພຣະເຈົ້າ ຄືໃນຄຣິສຕະຈັກຂອງພຣະເຈົ້າອົງຊົງຊີວິດຢູ່ ທີ່ເປັນເສົາແລະເປັນຮາກແຫ່ງຄວາມຈິງ.
ຫລັງຈາກໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ຕາຍໄປແລ້ວ ພຣະເຈົ້າຢາເວໄດ້ສັ່ງໂຢຊວຍລູກຊາຍຂອງນູນ ຜູ້ຊ່ວຍວຽກຂອງໂມເຊວ່າ,
“ໂມເຊຜູ້ຮັບໃຊ້ຂອງເຮົາກໍຕາຍໄປແລ້ວ ບັດນີ້ ເຈົ້າກັບປະຊາຊົນອິດສະຣາເອນທຸກຄົນ ຈົ່ງຕຽມຕົວໃຫ້ພ້ອມ ແລະຂ້າມແມ່ນໍ້າຈໍແດນ ເຂົ້າໄປໃນດິນແດນທີ່ເຮົາກຳລັງໃຫ້ພວກເຈົ້າ.