Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 12:5 - ພຣະຄຳພີສັກສິ

5 ແລະ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ໃນ​ເສົາເມກ ໂດຍ​ຢືນ​ຢູ່​ທາງ​ປະຕູເຂົ້າ​ຫໍເຕັນ​ແລະ​ພຣະອົງ​ໄດ້​ເອີ້ນ​ອາໂຣນ​ແລະ​ມີຣີອາມ​ອອກ​ມາ ເຂົາ​ທັງສອງ​ຈຶ່ງ​ກ້າວ​ອອກ​ໄປ​ຂ້າງໜ້າ

Uka jalj uñjjattʼäta Copia luraña




ຈົດບັນຊີ 12:5
6 Jak'a apnaqawi uñst'ayäwi  

ຈາກ​ເສົາເມກ​ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ ພວກເພິ່ນ​ໄດ້​ເຊື່ອຟັງ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ເຮົາ​ຈະ​ມາ​ຫາ​ເຈົ້າ​ໃນ​ເມກ​ອັນ​ຕຶບໜາ ເພື່ອ​ວ່າ​ປະຊາຊົນ​ຈະ​ໄດ້ຍິນ​ເຮົາ​ກ່າວ​ແກ່​ເຈົ້າ ແລະ​ພວກເຂົາ​ຈະ​ໄດ້​ເຊື່ອຟັງ​ເຈົ້າ​ຕະຫລອດໄປ.” ໂມເຊ​ຈຶ່ງ​ບອກ​ພຣະເຈົ້າຢາເວ​ຕາມ​ທີ່​ປະຊາຊົນ​ໄດ້​ຕອບ​ມາ​ນັ້ນ


ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ລົງ​ມາ​ໃນ​ເມກ​ຢືນ​ຢູ່​ກັບ​ໂມເຊ​ໃນ​ທີ່ນັ້ນ. ພຣະອົງ​ປະກາດ​ນາມຊື່​ອັນ​ສັກສິດ​ຂອງ​ພຣະອົງ​ວ່າ ພຣະເຈົ້າຢາເວ.


ຕະຫລອດ​ການ​ເດີນທາງ​ທ່ອງທ່ຽວ​ໄປມາ​ນັ້ນ ພວກເຂົາ​ໄດ້​ເຫັນ​ເມກ​ຂອງ​ພຣະເຈົ້າຢາເວ​ສະຖິດ​ຢູ່​ເທິງ​ຫໍເຕັນ​ສັກສິດ​ໃນ​ເວລາ​ກາງເວັນ ແລະ​ໄດ້​ເຫັນ​ແສງ​ເປັນ​ໄຟ​ພຸ່ງ​ຂຶ້ນ​ເທິງ​ຫໍເຕັນ​ສັກສິດ​ໃນ​ເວລາ​ກາງຄືນ​ຕໍ່ໜ້າ​ພວກ​ອິດສະຣາເອນ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ລົງ​ມາ​ໃນ​ກ້ອນ​ເມກ​ແລະ​ກ່າວ​ແກ່​ໂມເຊ. ພຣະອົງ​ໄດ້​ເອົາ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ແກ່​ໂມເຊ​ນັ້ນ ມອບ​ໃຫ້​ແກ່​ຜູ້ນຳ​ເຈັດສິບ​ຄົນ​ດ້ວຍ. ເມື່ອ​ພຣະວິນຍານ​ໄດ້​ລົງ​ມາ​ເທິງ​ພວກເຂົາ​ນັ້ນ ຕ່າງ​ກໍ​ຮ້ອງ​ສຽງດັງ​ເໝືອນ​ດັ່ງ​ຜູ້ທຳນວາຍ ແຕ່​ຫລັງຈາກ​ນັ້ນ​ພວກເຂົາ​ບໍ່ໄດ້​ເຮັດ​ຢ່າງ​ນັ້ນ​ອີກ.


ໃນ​ທັນໃດນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ, ອາໂຣນ ແລະ​ມີຣີອາມ​ວ່າ, “ໃຫ້​ພວກເຈົ້າ​ທັງ​ສາມ​ຄົນ​ອອກ​ມາ​ຈາກ​ຫໍເຕັນ​ບ່ອນ​ຊຸມນຸມ.” ທັງ​ສາມ​ຈຶ່ງ​ອອກ​ມາ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka