3 ໂມເຊເປັນຄົນອ່ອນນ້ອມຖ່ອມຕົວທີ່ສຸດກວ່າທຸກໆຄົນໃນເທິງແຜ່ນດິນໂລກນີ້).
ພຣະເຈົ້າຢາເວຍົກຜູ້ທີ່ຖ່ອມຕົວ ສ່ວນຄົນຊົ່ວຮ້າຍທັງຫລາຍ ພຣະອົງຢຽບຢໍ່າລົງແລະທຳລາຍຖິ້ມ.
ພຣະເຈົ້າຢາເວຊື່ນບານໃຈແທ້ໃນປະຊາຊົນຂອງພຣະອົງ ພຣະອົງໃຫ້ກຽດຜູ້ທີ່ຖ່ອມຕົວໂດຍໃຫ້ເຂົາໄດ້ໄຊຊະນະ.
ໃນທັນໃດນັ້ນ ພຣະເຈົ້າຢາເວໄດ້ບອກໂມເຊ, ອາໂຣນ ແລະມີຣີອາມວ່າ, “ໃຫ້ພວກເຈົ້າທັງສາມຄົນອອກມາຈາກຫໍເຕັນບ່ອນຊຸມນຸມ.” ທັງສາມຈຶ່ງອອກມາ
ຈົ່ງເອົາແອກຂອງເຮົາແບກໄວ້ແລ້ວຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບແລະຖ່ອມລົງ ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ.
“ຈົ່ງກ່າວບອກປະຊາຊົນ ນະຄອນຊີໂອນວ່າ, ‘ເບິ່ງແມ! ກະສັດຂອງເຈົ້າກຳລັງ ສະເດັດມາຫາເຈົ້າ ເພິ່ນເປັນຜູ້ໃຈອ່ອນສຸພາບ ແລະນັ່ງເທິງຫລັງລໍ ຄືນັ່ງເທິງຫລັງລໍນ້ອຍ ລູກສັດໃຊ້ໂຕໜຶ່ງ.”’
ຜູ້ໃດມີໃຈອ່ອນຫວານກໍເປັນສຸກ, ເພາະວ່າຜູ້ນັ້ນຈະໄດ້ຮັບແຜ່ນດິນໂລກເປັນມໍຣະດົກ.
ເຮົາຄືໂປໂລ ຂໍອ້ອນວອນເຈົ້າທັງຫລາຍເປັນສ່ວນຕົວ ໂດຍເຫັນແກ່ຄວາມອ່ອນສຸພາບ ແລະໃຈກະລຸນາຂອງພຣະຄຣິດ ເຮົາຜູ້ທີ່ພວກເຈົ້າເວົ້າວ່າ ເປັນຄົນສຸພາບຖ່ອມຕົວເມື່ອຢູ່ຕໍ່ໜ້າ, ແຕ່ເມື່ອຢູ່ໄກກໍເປັນຄົນໃຈກ້າ,
ເພາະເຮົາຄິດວ່າ, ເຮົາບໍ່ໄດ້ເປັນຜູ້ຕໍ່າຕ້ອຍກວ່າພວກອັກຄະສາວົກຊັ້ນຜູ້ໃຫຍ່ເຫຼົ່ານັ້ນ ແມ່ນແຕ່ໜ້ອຍດຽວ.
ເຮົາກາຍເປັນຄົນໂງ່ແລ້ວ ເຈົ້າທັງຫລາຍໄດ້ບັງຄັບເຮົາໃຫ້ເປັນເຊັ່ນນັ້ນ ເພາະວ່າສົມຄວນແລ້ວທີ່ພວກເຈົ້າຈະຍ້ອງຍໍເຮົາ. ເຖິງວ່າເຮົາບໍ່ເປັນຜູ້ດີວິເສດກໍຈິງ ເຮົາກໍບໍ່ໄດ້ຕໍ່າຕ້ອຍກວ່າອັກຄະສາວົກຊັ້ນຜູ້ໃຫຍ່ເຫຼົ່ານັ້ນໃນປະການໜຶ່ງປະການໃດ.
ເຖິງແມ່ນວ່າ ເຮົາເປັນອັກຄະສາວົກຂອງພຣະຄຣິດ ແລະມີສິດຮຽກຮ້ອງໄດ້ ແຕ່ພວກເຮົາໄດ້ຢູ່ໃນທ່າມກາງພວກເຈົ້າດ້ວຍໃຈສຸພາບອ່ອນໂຍນ ເໝືອນດັ່ງແມ່ທີ່ລ້ຽງລູກອ່ອນນ້ອຍຂອງຕົນ.
ໃນທ່າມກາງພວກເຈົ້າ ຜູ້ໃດທີ່ມີສະຕິປັນຍາແລະຄວາມເຂົ້າໃຈ ກໍໃຫ້ຜູ້ນັ້ນພິສູດໃຫ້ເຫັນ ໂດຍຊີວິດອັນດີງາມຂອງຕົນ ໂດຍການປະຕິບັດອັນດີ ຊຶ່ງປະກອບດ້ວຍການຖ່ອມຕົວແລະສະຕິປັນຍາ.
ແຕ່ໃຫ້ເປັນການປະດັບທີ່ຊ່ອນໄວ້ໃນຈິດໃຈ ແຕ່ງດ້ວຍເຄື່ອງປະດັບທີ່ບໍ່ຮູ້ເສື່ອມສູນ ຄືດ້ວຍຈິດໃຈອ່ອນສຸພາບແລະສະຫງຽມຄ່ຽມຄົມ ຊຶ່ງເປັນສິ່ງທີ່ມີຄ່າສູງໃນສາຍພຣະເນດຂອງພຣະເຈົ້າ.