Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 12:16 - ພຣະຄຳພີສັກສິ

16 ແລ້ວ​ພວກເຂົາ​ກໍ​ຈາກ​ເມືອງ​ຮາເຊໂຣດ ແລະ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.

Uka jalj uñjjattʼäta Copia luraña




ຈົດບັນຊີ 12:16
10 Jak'a apnaqawi uñst'ayäwi  

ຜູ້​ເປັນ​ແມ່​ໄດ້​ໄປ​ຫາ​ເມຍ​ຈາກ​ປະເທດ​ເອຢິບ​ມາ​ໃຫ້​ລາວ.


ພຣະເຈົ້າ​ກຳລັງ​ກັບ​ມາ​ຈາກ​ເມືອງ​ເຕມານ​ອີກ​ໃດ ອົງ​ບໍຣິສຸດ​ກຳລັງ​ກັບ​ມາ​ຈາກ​ພູເຂົາ​ປາຣານ​ພຸ້ນ. ສະຫງ່າຣາສີ​ຂອງ​ພຣະອົງ​ປົກຄຸມ​ທົ່ວ​ເທິງ​ຟ້າ​ສະຫວັນ, ທີ່​ແຜ່ນດິນ​ໂລກ​ກໍ​ເຕັມ​ດ້ວຍ​ຄຳ​ສັນລະເສີນ​ຂອງ​ພຣະອົງ.


ແລະ​ຊາວ​ອິດສະຣາເອນ​ໄດ້​ເລີ່ມ​ອອກ​ເດີນທາງ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ເມກ​ນັ້ນ​ໄດ້​ມາ​ຢຸດ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.


ແລ້ວ​ປະຊາຊົນ​ກໍໄດ້​ຍົກຍ້າຍ​ໄປ​ສູ່ ຮາເຊໂຣດ ບ່ອນ​ທີ່​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ.


ສະນັ້ນ ມີຣີອາມ​ຈຶ່ງ​ຢູ່​ນອກ​ຄ້າຍ​ເຈັດ​ວັນ ແລະ​ປະຊາຊົນ​ບໍ່ໄດ້​ຍົກຍ້າຍ​ໄປ​ໃສ​ຈົນກວ່າ​ນາງ​ໄດ້​ຖືກ​ນຳ​ເຂົ້າ​ມາ​ອີກ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,


ພວກ​ນັກສືບ​ສອດແນມ​ຈຶ່ງ​ກັບຄືນ​ມາ​ຫາ​ໂມເຊ, ອາໂຣນ ແລະ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ທີ່​ກາເດັດ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ. ພວກເຂົາ​ໄດ້​ລາຍງານ​ສິ່ງ​ທີ່​ພວກເຂົາ​ໄດ້​ເຫັນ ແລະ​ໄດ້​ເອົາ​ໝາກໄມ້​ທີ່​ພວກເຂົາ​ໄດ້​ນຳ​ມາ​ນັ້ນ​ໃຫ້​ເບິ່ງ.


ໂມເຊ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ ເພິ່ນ​ໄດ້​ສົ່ງ​ພວກ​ຜູ້ນຳ​ອອກ​ໄປ​ດັ່ງນີ້: ເຜົ່າ ຜູ້ນຳ ຣູເບັນ ຊາມມູອາ ລູກຊາຍ​ຂອງ​ຊັກກູເຣ ຊີເມໂອນ ຊາຟັດ ລູກຊາຍ​ຂອງ​ໂຮຣີ ຢູດາ ກາເລັບ ລູກຊາຍ​ຂອງ​ເຢຟຸນເນ ອິດຊາຄາ ອີການ ລູກຊາຍ​ຂອງ​ໂຢເຊັບ ເອຟຣາອິມ ໂຮເຊຢາ ລູກຊາຍ​ຂອງ​ນູນ ເບັນຢາມິນ ປານຕີ ລູກຊາຍ​ຂອງ​ຣາຟູ ເຊບູໂລນ ກາດດີເອນ ລູກຊາຍ​ຂອງ​ໂສດີ ມານາເຊ ກາດດີ ລູກຊາຍ​ຂອງ​ສູສີ ດານ ອາມມີເອນ ລູກຊາຍ​ຂອງ​ເກມາລີ ອາເຊ ເສທູເຣ ລູກຊາຍ​ຂອງ​ມີກາເອນ ເນັບທາລີ ນາບີ ລູກຊາຍ​ຂອງ​ວົບສີ ກາດ ເກອູເອນ ລູກຊາຍ​ຂອງ​ມາກີ


ເມື່ອ​ຊາມູເອນ​ຕາຍໄປ​ນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ. ພວກເຂົາ​ໄດ້​ຝັງສົບ​ຂອງ​ເພິ່ນ​ໄວ້​ທີ່​ຣາມາ ບ້ານເມືອງ​ຂອງ​ເພິ່ນ​ເອງ. ຫລັງຈາກ​ນັ້ນ ດາວິດ​ໄດ້​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka