15 ສະນັ້ນ ມີຣີອາມຈຶ່ງຢູ່ນອກຄ້າຍເຈັດວັນ ແລະປະຊາຊົນບໍ່ໄດ້ຍົກຍ້າຍໄປໃສຈົນກວ່ານາງໄດ້ຖືກນຳເຂົ້າມາອີກ.
ຈົ່ງໃຫ້ກຽດພໍ່ແມ່ຂອງເຈົ້າ ເພື່ອເຈົ້າຈະມີອາຍຸໝັ້ນຍືນຢູ່ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າກຳລັງຈະມອບໃຫ້ແກ່ເຈົ້າ.
ພຣະອົງອາດເຮັດໃຫ້ພວກເຮົາໂສກເສົ້າເສຍໃຈ ແຕ່ຄວາມຮັກຂອງພຣະອົງກໍໝັ້ນຄົງແນ່ແທ້.
ຕໍ່ມາ ຄົນນັ້ນຈະຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ, ແຖໜວດ, ແຖຫົວ ແລະອາບນໍ້າ; ແລ້ວຜູ້ນັ້ນກໍຈະບໍ່ເປັນມົນທິນຕາມກົດບັນຍັດ. ລາວອາດຈະເຂົ້າໄປໃນຄ້າຍກໍໄດ້ ແຕ່ລາວຕ້ອງນອນຢູ່ນອກເຕັນກ່ອນເປັນເວລາເຈັດວັນ.
ເຮົາໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ; ເຮົາໄດ້ກອບກູ້ເອົາພວກເຈົ້າໃຫ້ອອກມາຈາກການເປັນທາດຮັບໃຊ້ ເຮົາໄດ້ໃຊ້ໂມເຊ, ອາໂຣນ ແລະມີຣີອາມ ໃຫ້ນຳພາພວກເຈົ້າ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ຍິນເຖິງສິ່ງທີ່ຊົງໄດ້ກະທຳ, ຂ້ານ້ອຍຈຶ່ງເຕັມໄປດ້ວຍຄວາມຢຳເກງຍິ່ງ. ບັດນີ້ ໂຜດຮື້ຟື້ນໃໝ່ໃນສະໄໝພວກຂ້ານ້ອຍແດ່ນາ ກິດຈະການອັນຍິ່ງໃຫຍ່ທີ່ພຣະເຈົ້າຢາເວໄດ້ກະທຳນັ້ນ ເຖິງວ່າເມື່ອພຣະອົງລົງໂທດໂກດຮ້າຍກໍຕາມ ໂຜດເມດຕາສົງສານພວກຂ້ານ້ອຍແດ່ທ້ອນ.
ແລ້ວພວກເຂົາກໍຈາກເມືອງຮາເຊໂຣດ ແລະຕັ້ງຄ້າຍພັກຢູ່ທີ່ຖິ່ນແຫ້ງແລ້ງກັນດານປາຣານ.