Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 12:13 - ພຣະຄຳພີສັກສິ

13 ສະນັ້ນ ໂມເຊ​ຈຶ່ງ​ຂໍຮ້ອງ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າ ຂໍ​ຊົງໂຜດ​ຮັກສາ​ນາງ​ໃຫ້​ຫາຍດີ​ດ້ວຍເຖີດ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 12:13
23 Jak'a apnaqawi uñst'ayäwi  

ຍ້ອນ​ເລື່ອງ​ເກີດຂຶ້ນ​ກັບ​ຊາຣາ​ເມຍ​ຂອງ​ອັບຣາຮາມ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ຜູ້ຍິງ​ທຸກຄົນ​ໃນ​ວັງ​ຂອງ​ເຈົ້າ​ອາບີເມເຫຼັກ​ບໍ່ມີ​ລູກ. ສະນັ້ນ ອັບຣາຮາມ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ເພິ່ນ ແລະ​ພຣະເຈົ້າ​ກໍ​ໂຜດ​ຮັກສາ​ເພິ່ນ​ໃຫ້​ຫາຍ​ດີ. ພຣະອົງ​ຍັງ​ໄດ້​ໂຜດ​ໃຫ້​ເມຍ​ຂອງ​ເພິ່ນ ແລະ​ບັນດາ​ຍິງ​ທັງໝົດ​ຫາຍ​ດີ​ເໝືອນກັນ ເພື່ອ​ວ່າ​ພວກເຂົາ​ຈະ​ມີ​ລູກ​ໄດ້.


ກະສັດ​ເຢໂຣໂບອາມ​ໄດ້​ກ່າວ​ແກ່​ຜູ້ທຳນວາຍ​ວ່າ, “ກະລຸນາ​ພາວັນນາ​ອະທິຖານ​ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໃຫ້​ຮັກສາ​ແຂນ​ຂອງເຮົາ​ໃຫ້​ດີ​ແດ່ທ້ອນ.” ຄົນ​ຂອງ​ພຣະເຈົ້າ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ແຂນ​ຂອງ​ກະສັດ​ກໍດີ​ເປັນ​ປົກກະຕິ​ເໝືອນເດີມ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ເມື່ອ​ຂ້ານ້ອຍ​ຮ້ອງຫາ​ພຣະອົງ​ໃຫ້​ຊ່ວຍເຫລືອ ພຣະອົງ​ກໍ​ປິ່ນປົວ​ຂ້ານ້ອຍ


ຂ້ອຍ​ເວົ້າ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ເຮັດ​ຜິດບາບ​ຕໍ່ສູ້​ພຣະອົງ​ແລ້ວ ໂຜດ​ເມດຕາ​ຂ້ານ້ອຍ​ຄື​ຜູ້​ເຈັບໂຊ​ແດ່ທ້ອນ ແລະ​ປິ່ນປົວ​ຂ້ານ້ອຍ​ໃຫ້​ດີ​ດ້ວຍ.


ພຣະອົງ​ໄດ້​ບອກ​ວ່າ, “ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງພວກເຈົ້າ​ໂດຍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະອົງ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ທຸກຂໍ້​ຂອງ​ພຣະອົງ ເຮົາ​ກໍ​ຈະ​ບໍ່​ລົງໂທດ​ພວກເຈົ້າ​ດ້ວຍ​ໂຣກໄພໄຂ້ເຈັບ ດັ່ງ​ທີ່​ໄດ້​ນຳ​ມາ​ທຳລາຍ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ທີ່​ປິ່ນປົວ​ຮັກສາ​ເຈົ້າ​ໃຫ້​ດີ.”


ແລ້ວ​ພຣະອົງ​ກໍ​ສັ່ງ​ອີກ​ວ່າ, “ສອດ​ມື​ເຂົ້າ​ໄປ​ໃນ​ເສື້ອ​ຄືນ.” ໂມເຊ​ກໍ​ເຮັດ​ຕາມ ແລະ​ເມື່ອ​ເພິ່ນ​ຖອດ​ມື​ອອກ​ມາ ມື​ນັ້ນ​ກໍ​ສະອາດ​ດີ​ຄື​ເກົ່າ​ເໝືອນ​ດັ່ງ​ສ່ວນ​ອື່ນໆ​ຂອງ​ຮ່າງກາຍ.


ດວງຈັນ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ດັ່ງ​ຕາເວັນ ແລະ​ຕາເວັນ​ກໍ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ກວ່າ​ປົກກະຕິ​ເຖິງ​ເຈັດ​ເທົ່າ ດັ່ງ​ແສງແຈ້ງ​ຂອງ​ເຈັດ​ວັນ​ສ່ອງ​ໃສ່​ວັນ​ດຽວ. ເຫດການ​ນີ້​ຈະ​ເກີດຂຶ້ນ ເມື່ອ​ພຣະເຈົ້າຢາເວ​ໃຊ້​ຜ້າ​ພັນບາດ ແລະ​ປິ່ນປົວ​ແຜ ຊຶ່ງ​ພຣະອົງ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ປະຊາຊົນ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ປິ່ນປົວ​ຂ້ານ້ອຍ​ແລະ​ຂ້ານ້ອຍ​ກໍ​ຈະ​ຫາຍ​ດີ; ຈົ່ງ​ຊ່ວຍກູ້​ເອົາ​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍ​ຈະ​ໄດ້ພົ້ນ. ພຣະອົງ​ແມ່ນ​ຜູ້​ທີ່​ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ.


ປະຊາຊົນ​ໄດ້​ຮ້ອງ​ຫາ​ໂມເຊ​ໃຫ້​ຊ່ວຍເຫລືອ; ເພິ່ນ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ແລະ​ໄຟ​ນັ້ນ​ກໍໄດ້​ມອດ​ລົງ.


ຢ່າ​ປະ​ໃຫ້​ມີຣີອາມ​ຕ້ອງ​ຕາຍ​ທັງ​ເປັນ ໂດຍ​ພະຍາດ​ຂີ້ທູດ​ກັດ​ກິນ​ນາງ​ແລ້ວ​ຕັ້ງ​ເຄິ່ງ​ຕົວ.”


ພວກເຂົາ​ຈົ່ມຮ້າຍ​ໃສ່​ໂມເຊ​ແລະ​ອາໂຣນ​ວ່າ, “ຕາຍ​ຢູ່​ທີ່​ປະເທດ​ເອຢິບ ຫລື​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ກໍ​ຍັງ​ດີກວ່າ


ວັນ​ຕໍ່ມາ ຊຸມຊົນ​ທັງໝົດ​ໄດ້​ມາ​ຈົ່ມຮ້າຍ​ໃສ່​ໂມເຊ​ແລະ​ອາໂຣນ​ວ່າ, “ທ່ານ​ເປັນ​ຜູ້​ເຮັດ​ໃຫ້​ປະຊາຊົນ​ບາງຄົນ​ຂອງ​ພຣະເຈົ້າຢາເວ ຖືກ​ຂ້າ​ຕາຍ.”


ພຣະເຢຊູເຈົ້າ​ພາວັນນາ​ອະທິຖານ​ວ່າ, “ພຣະບິດາເຈົ້າ​ເອີຍ ໂຜດ​ຍົກໂທດ​ໃຫ້​ພວກເຂົາ​ດ້ວຍ​ເຖີດ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ວ່າ ພວກເຂົາ​ກຳລັງ​ເຮັດ​ຫຍັງ.” ແລ້ວ​ພວກ​ທະຫານ​ກໍ​ແບ່ງປັນ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ ໂດຍ​ໃຊ້​ສະຫລາກ.


ຈົ່ງ​ອວຍພອນ​ຄົນ​ທີ່​ປ້ອຍດ່າ​ພວກເຈົ້າ ແລະ​ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ຄົນ​ທີ່​ຂົ່ມເຫັງ​ພວກເຈົ້າ.


ຊະເຕຟາໂນ​ຄຸເຂົ່າ​ລົງ ແລະ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຂໍ​ຊົງ​ໂຜດ​ຍົກບາບ​ຍົກກຳ​ນີ້​ໃຫ້​ພວກເຂົາ​ດ້ວຍ​ເທີ້ນ.” ເມື່ອ​ກ່າວ​ຄຳ​ນີ້​ແລ້ວ ເພິ່ນ​ກໍ​ສິ້ນໃຈ​ຕາຍ.


ຢ່າ​ໃຫ້​ຄວາມຊົ່ວ​ໄດ້​ຊະນະ​ເຈົ້າ ແຕ່​ຈົ່ງ​ຊະນະ​ຄວາມຊົ່ວ​ດ້ວຍ​ຄວາມດີ.


ຄຳ​ພາວັນນາ​ອະທິຖານ​ທີ່​ປະກອບ​ດ້ວຍ​ຄວາມເຊື່ອ ຈະ​ເຮັດ​ໃຫ້​ຜູ້​ປ່ວຍ​ນັ້ນ​ລອດພົ້ນ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ຜູ້ນັ້ນ​ລຸກ​ຂຶ້ນ​ດີ​ເປັນ​ປົກກະຕິ ແລະ​ຖ້າ​ຜູ້ນັ້ນ​ໄດ້​ເຮັດ​ຜິດ​ເຮັດ​ບາບ ພຣະອົງ​ກໍ​ຈະ​ຊົງ​ໂຜດ​ອະໄພ​ໃຫ້.


ສ່ວນ​ຂ້າພະເຈົ້າ ພຣະເຈົ້າຢາເວ​ໄດ້​ຫ້າມ​ຂ້າພະເຈົ້າ​ບໍ່​ໃຫ້​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ເພາະ​ການ​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ​ນັ້ນ ເປັນ​ການ​ຜິດ​ຕໍ່​ພຣະອົງ; ແຕ່​ຂ້າພະເຈົ້າ​ຈະ​ສັ່ງສອນ​ພວກເຈົ້າ​ໃຫ້​ຮູ້​ສິ່ງ​ດີ​ແລະ​ສິ່ງ​ທີ່​ຖືກຕ້ອງ.


“ເຮົາ​ເສຍໃຈ​ຫລາຍ​ທີ່​ໄດ້​ແຕ່ງຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ. ລາວ​ຫັນໜີ​ຈາກ​ເຮົາ ແລະ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ.” ສ່ວນ​ຊາມູເອນ​ກໍ​ໃຈຮ້າຍ​ດ້ວຍ ຈຶ່ງ​ພາວັນນາ​ອະທິຖານ​ຂໍ​ກັບ​ພຣະເຈົ້າຢາເວ​ຕະຫລອດ​ຄືນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka